ກົມອຸຕຸ ແຈ້ງ ມື້ນີ້ພົບສັນຍານແຜ່ນດິນໄຫວ 2 ຄັ້ງຢູ່ພາກເໜືອຂອງລາວ

251

ກົມອຸຕຸນິຍົມ ແລະ ອຸທົກກະສາດລາຍງານພົບການເກີດແຜ່ນດິນໄຫວຢູ່ 2ແຂວງພາກເໜືອຂອງລາວເຖິງ 2ຄັ້ງ ດ້ວຍຄວາມແຮງສັ່ນສະເທືອນ 1.7 ຣິກເຕີ ແລະ 2.2 ຣິກເຕີ ແຕ່ໂຊກດີທີ່ມັນເປັນຂະໜາດນ້ອຍ ແລະ ລາຍງານເບື້ອງຕົ້ນຍັງບໍ່ມີຜົນເສຍຫາຍຫຍັງ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ໃນເວລາ 00:02 ໂມງ ຂອງວັນທີ 28 ພຶດສະພາ 2020 ພົບສັນຍານການເກີດແຜ່ນດິນໄຫວໃນປະເທດລາວຈໍານວນ 1ຄັ້ງ ບໍລິເວນບ້ານສັນແຕ ເມືອງໄຊສະຖານ ແຂວງໄຊຍະບູລີ, ຄວາມແຮງວັດແທກໄດ້ 1.7 ຣິກເຕີ, ມີຄວາມເລິກຈາກໜ້າດິນ 1 ກິໂລແມັດ, ເຊິ່ງຈຸດເກີດເຫດແຜ້ນດິນໄຫວ ຫ່າງໄກຈາກຕົວເມືອງໄຊສະຖານປະມານ 3 ກິໂລແມັດ ແລະ ໄກຈາກຕົວເມືອງໄຊຍະບູລີ 32 ກິໂລແມັດ.

ໃນມື້ດຽວກັນ ເວລາ 05:43 ໂມງ ຂອງວັນທີ 28 ພຶດສະພາ 2020 ພົບສັນຍານການເກີດແຜ່ນດິນໄຫວ 1ຄັ້ງ ຢູ່ບ້ານນາງາມ ເມືອງເມີງ ແຂວງບໍ່ແກ້ວ, ຄວາມແຮງສັ່ນສະເທືອນວັດແທກໄດ້ 2.2ຣິກເຕີ, ມີຄວາມເລິກຈາກໜ້າດິນ 1 ກິໂລແມັດ, ເຊິ່ງຈຸດເກີດເຫດແຜ່ນດິນໄຫວ ຫ່າງຈາກຕົວເມືອງເມືອງເມີງ 19 ກິໂລແມັດ.

ແນວໃດກໍ່ຕາມ ເຫດການແຜ່ນດິນໄຫວທີ່ເກີດຂຶ້ນໃນຄັ້ງນີ້ ລາຍງານເບື້ອງຕົ້ນຍັງບໍ່ມີຜົນເສຍຫາຍຫຍັງ.