ຄຳມ່ວນ ເປີດບໍລິການໂດຍສານຮຽກຮ້ອງທຸກພາກສ່ວນປະຕິບັດຕາມລະບຽບຢ່າງເຂັ້ມງວດ

119

ທ່ານ ສົນທະລີ ກັນຍານຸສອນ ຜູ້ອຳນວຍການສະຖານີຂົນສົ່ງແຂວງຄຳມ່ວນ ຮຽກຮ້ອງມາຍັງຜູ້ໂດຍສານທີ່ມາໃຊ້ບໍລິການຢູ່ສະຖານີຂົນສົ່ງຈົ່ງໄດ້ໃຫ້ການຮ່ວມມືປະຕິບັດມາດຕະການປ້ອງກັນໂຄວິດ – 19 ຢ່າງເຂັ້ມງວດ, ບໍ່ຈຳເປັນກໍບໍ່ຄວນເດີນທາງຈົນກວ່າສະພາບຈະກັບສູ່ປົກກະຕິ. ທັງນີ້, ກໍເພື່ອ ຄວາມປອດໄພຂອງທຸກຄົນ.

ສ່ວນການເປີດບໍລິການຂົນສົ່ງໂດຍສານພາຍໃນແຂວງຄຳມ່ວນ ພາຍຫຼັງທີ່ປິດບໍລິການເປັນເວລາເດືອນກວ່າ. ວັນທີ 18 ພຶດສະພາ ແມ່ນມື້ທຳອິດທີ່ເປີດບໍລິການຄືນໃໝ່ ໂດຍລວມແລ້ວເຫັນວ່າຄຶກຄື້ນພໍສົມຄວນ.

ທ່ານ ສົນທະລີ ກ່າວຕື່ມວ່າ: ໂດຍປະຕິບັດຕາມແຈ້ງການຂອງຂັ້ນເທິງວາງອອກ, ສະຖານີໂດຍສານພວກເຮົາໄດ້ປະຕິບັດລະບຽບທີ່ວາງອອກຢ່າງເຄັ່ງຄັດ, ຕໍ່ກັບຜູ້ໂດຍສານຈະເຂົ້າມາໃຊ້ບໍລິການທຸກຄົນຕ້ອງໄດ້ໃສ່ຜ້າອັດປາກ, ສຳລັບເຂດບໍລິການ ໂດຍສານແມ່ນໄດ້ມີເຊືອກກັ້ນ ເພື່ອເວັ້ນໄລຍະຫ່າງ, ມີຈຸດລ້າງມື, ເຈວລ້າງມື, ຈຸດກວດວັດອຸນຫະພູມກ່ອນຈະຂຶ້ນລົດ. ສ່ວນການຈຳກັດຜູ້ໂດຍສານແມ່ນໄດ້ມີພະນັກງານກວດກາຄັກແນ່ຖ້າເຕັມແລ້ວກໍອອກເລີຍ ໂດຍຈະບໍ່ມີຕັ່ງເສີມ ແລະ ຫ້າມແວ່ເອົາຜູ້ໂດຍສານຕາມສາຍທາງ.

ຂ່າວ: ມະນີວັນ