ໂຄລາວ ມອບລົດໃຫ້ສູນກາງຊາວໜຸ່ມ 2 ຄັນລວມມູນຄ່າ 700 ກວ່າລ້ານ

93

ກຸ່ມບໍລິສັດໂຄລາວ ໄດ້ມອບລົດໃຫ້ແກ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຍີ່ຫໍ້ Mitsubishi triton ຈຳນວນ 2 ຄັນ ລວມມູນຄ່າ 700 ກວ່າລ້ານກີບ ເພື່ອນຳໃຊ້ເຂົ້າໃນຂະບວນການກໍ່ສ້າງຮາກຖານ ພັດທະນາວຽກງານຊາວໜຸ່ມທົ່ວປະເທດ.

ພິທີມອບລົດດັ່ງກ່າວ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 18 ພຶດສະພາ 2020 ຢູ່ທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ນະຄອນຫຼວງວຽງຈັນ ເຊິ່ງມອບໂດຍ ທ່ານ ປອ ຄຳຂັນ ນະພາວົງ ຮອງປະທານໃຫ່ຍກຸ່ມບໍລິສັດໂຄລາວ ຮັບໂດຍ ທ່ານ ອາລຸນໄຊ ສູນນະລາດ ກຳມະການສຳຮອງສູນກາງພັກ ເລຂາຄະນະພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ.

ລົດດັ່ງກ່າວ ທີ່ກຸ່ມບໍລິສັດໂຄລາວນຳໄປມອບໃຫ້ຄັ້ງນີ້ມີຈຸດປະສົງ ເພື່ອຊ່ວຍເຫຼືອສູນກາງຊາວໜຸ່ມນຳໃຊ້ເຂົ້າໃນຂະບວນກໍ່ສ້າງຮາກຖານພັດທະນາວຽກງານ ຊາວໜຸ່ມທົ່ວປະເທດ.