ນ້ອງເບຍ ກຽມກັບມາຊ້ອມແບບເຂັ້ມຂຸ້ນໄວໆນີ້ກຽມພ້ອມໃສ່ ຊຽງຂວາງ ເກມ

125

ຄໍາພູວັນ ຄໍາສະທອນ ຫຼື ນ້ອງເບຍ ຈູເນ່ຍ ນັກມວຍສາກົນຈອມລຸຍ ທີ່ຮູ້ຈັກກັນດີໃນວົງການມວຍສາກົນລາວ ກຽມກັບມາຊ້ອມແບບເຂັ້ມຂຸ້ນອີກຄັ້ງ ແລະ ກຽມຄວາມພ້ອມຢູ່ສະເໝີ ເພື່ອກຽມພ້ອມເຂົ້າຮ່ວມການແຂ່ງຂັນ ກີລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ທີ່ແຂວງຊຽງຂວາງ ຫຼັງຄັ້ງທີ່ຜ່ານມາໄດ້ພຽງຫຼຽນທອງ ແຕ່ຄັ້ງນີ້ຫວັງຫຼຽນຄໍາ ເຖິງວ່າໃນຮຸ່ນດຽວກັນຈະມີຕົວເຕັງຫຼາຍຄົນ.

ຄໍາພູວັນ ຫຼື ນ້ອງເບຍ ຈະລົງແຂ່ງໃຫ້ກັບ ກະຊວງປ້ອງກັນປະເທດ ( ກອງທັບ ) ໃນຊຽງຂວາງ ເກມ. ຫຼ້າສຸດ ນ້ອງເບຍ ເປີດເຜີຍວ່າ: ກ່ອນໜ້ານີ້ໄດ້ຝຶກຊ້ອມແບບເຂັ້ມຂຸ້ນເພື່ອ ຊຽງຂວາງ ເກມ ທີ່ຈະເປີດສາກຂຶ້ນໃນເດືອນມີນາ ທີ່ຜ່ານມາ, ແຕ່ກັບຕ້ອງເລື່ອນເນື່ອງຈາກໄດ້ຮັບຜົນກະທົບຈາກ ໂຄວິດ-19 ແລະ ນ້ອງກໍໄດ້ຢຸດຊ້ອມກັບເພື່ອນຮ່ວມທີມ. ຢ່າງໃດກໍຕາມ ໄລຍະເວລາທີ່ຜ່ານມານ້ອງກໍໄດ້ຝຶກຊ້ອມເບົາໆດ້ວຍຕົວເອງຕາມປົກກະຕິ.

“ ຢ່າງໃດກໍຕາມ, ສະຖານະການຂອງໂຄວິດ ໃນລາວປັດຈຸບັນແມ່ນເລີ່ມດີຂຶ້ນ ແລະ ນ້ອງ ພ້ອມດ້ວຍເພື່ອນຮ່ວມທີມ ລວມເຖິງຄູຝຶກກໍກຽມຈະກັບມາຊ້ອມແບບເຂັ້ມຂຸ້ນໃນໄວໆນີ້, ສໍາລັບຜົນງານໃນກີລາແຫ່ງຊາດຄັ້ງທີ 10 ທີ່ແຂວງອຸດົມໄຊ ໃນປີ 2014 ນັ້ນນ້ອງຍາດໄດ້ພຽງຫຼຽນທອງ. ຫຼັງຈາກນັ້ນ ນ້ອງກໍໄດ້ເກັບກ່ຽວປະສົບການທັງພາຍໃນ ແລະ ຕ່າງປະເທດ ແນ່ນອນໃນຊຽງຂວາງ ເກມ ນ້ອງກໍຫວັງເຖິງຫຼຽນຄໍາ ເຖິງວ່າໃນຮຸ່ນດຽວຂອງນ້ອງມີຕົວເຕັງຫຼາຍໆຄົນ ແຕ່ນ້ອງກໍຈະພະຍາຍາມທີ່ສຸດ ”, ນ້ອງເບຍ ກ່າວ.

ສໍາລັບ ນ້ອງເບຍ ເກີດເມື່ອວັນທີ 18 ມິຖຸນາ 1998 ທີ່ແຂວງຫຼວງພະບາງ ສູງ 158 ຊັງຕີແມັດ ແລະ ນໍ້າໜັກ 49 ກິໂລກຣາມ ເປັນນັກມວຍລາວ ທີ່ມີການຊົກດຸດັນແບບຈອມລຸຍ ແລະ ອອກໝັດໄດ້ວ່ອງໄວແລະ ແຮງ. ສ່ວນຜົນງານທີ່ຜ່ານມາ ນ້ອງເບຍ ເລີ່ມຈາກໄດ້ຫຼຽນທອງ ໃນກີລາແຫ່ງຊາດ ຄັ້ງທີ 10 ທີ່ແຂວງອຸດົມໄຊ ເມື່ອປີ 2014 ຫຼັງຈາກນັ້ນກໍ ໄປຫາປະສົບໃນລະດັບພາກພື້ນ ແລະ ສາກົນ ໂດຍສະເພາະ ໃນເອຊຽນເກມ 2018 ສ້າງປະຫວັດສາດຊະນະ ນັກມວຍຈາກ ເນປາລ ທີ່ຮູບຮ່າງໃຫຍ່ກວ່າໃນຮອບ 16 ຄົນສຸດທ້າຍ ແລະ ເສຍໃຫ້ ນັກມວຍຈາກ ອຸດເບກິດສະຖານ ໃນຮອບ 8 ຄົນສຸດທ້າຍ.

ສ່ວນຜົນງານ 2 ປີທີ່ຜ່ານມາ ໃນລາຍການມວຍສາກົນຊີງແຊັມອາຊີ 2019 ລາຍການThailand Open International Boxing Tournament 2019 ທີ່ນະຄອນຫຼວງບາງກອກ ປະເທດໄທ ໃນເດືອນກໍລະກົດ 2019 ໄຟທ໌ທໍາອິດສາມາດຊະນະນັກມວຍ ມາເລເຊຍ ຜ່ານເຂົ້າຮອບ 16 ຄົນ, ແລ້ວເອົາຊະນະ ສີລັງກາ ຜ່ານເຂົ້າຮອບ 8 ຄົນສຸດທ້າຍ ກ່ອນຈະຕົກຮອບໃນທີ່ສຸດ. ຕໍ່ດ້ວຍການ ຄວ້າຫຼຽນຄໍາໃນການແຂ່ງຂັນມວຍສາກົນຊີງຊະນະເລີດທົ່ວໄປເທດ ຄັ້ງທີ XIII ໃນເດືອນສິງຫາ 2019; ຫຼ້າສຸດໃນຊີເກມ 2020 ນ້ອງເບຍ ຕົກຮອບທໍາອິດ.