ນ້ຳອ້ອຍຫວານໆ ນອກຈາກຈະແຊບແລ້ວ ຍັງຊ່ວຍຫລຸດຄວາມເຄັ່ງຄຽດ, ເຜົາຜານໄຂມັນໄດ້ອີກ

128

ຫຼາຍຄົນຄົງເຄີຍກິນ ແລະ ມັກກິນນ້ຳອ້ວຍ ທີ່ມີລົດຊາດຫວານ ດື່ມເຂົ້າໄປຊຸ່ມຄໍ ແລະ ສົດຊື່ນ ແຕ່ຄວາມຫວານນັ້ນເປັນຄວາມຫວານແບບທຳມະຊາດ ທີ່ມີສັບພະຄຸນຕໍ່ຮ່າງກາຍເຮົາຫຼາຍສົມຄວນດ ສາມາດຫລຸດຄວາມເຄັ່ງຄຽດ, ເຜົາຜານໄຂມັນ, ຕໍ່ຕ້ານຮອຍແຮ່ວຍານ, ມີສານຕ້ານອະນຸມູນອິດສະລະທີ່ອຸດົມໄປດ້ວຍຟລາໂວນອຍຊ່ວຍໃຫ້ຜິວຊຸ່ມຊື່ນສຸຂະພາບດີໄດ້.

ຊ່ວຍໃນການຫຼຸດນ້ຳໜັກ, ອ້ອຍມີເສັ້ນໄຍລະລາຍນ້ຳໄດ້, ມີນ້ຳຕານທຳມະຊາດຊ່ວຍໃນການຫຼຸດໜັກ, ຊ່ວຍໃນການເຜົາຜານໄຂມັນໃນຮ່າງກາຍ.

ຄວບຄຸມລະດັບນ້ຳຕານໃນເລືອດເນື່ອງຈາກມີດັດຊະນີນ້ຳຕານຕໍ່າ ສາມາດຊ່ວຍປ້ອງກັນພະຍາດເບົາຫວານ ແລະ ໃຊ້ແທນນ້ຳຕານ ເພາະມີນ້ຳຕານທຳມະຊາດທີ່ບໍ່ເພີ່ມລະດັບນຳ້ຕານໃນເລືອດ.
ນອກນັ້ນຍັງເສີມສ້າງລະບົບພູມຕ້ານທານ ແລະ ລ້າງພິດໃນຮ່າງກາຍ, ອ້ອຍສາມາດປ້ອງກັນພະຍາດໄດ້ຫລາຍຊະນິດ ແມ່ນແຕ່ມະເຮັງບາງຊະນິດ, ຊ່ວຍໃຫ້ມີສຸຂະພາບດີໄດ້ໂດຍການເສີມສ້າງລະບົບພູມຕ້ານທານ ແລະ ຂັດຂວາງການຕິດເຊື້ອ ແລະ ໄວຣັສຕ່າງໆ. ນອກຈາກນີ້ຍັງຊ່ວຍໃນການລ້າງພິດອັນຕະລາຍໃນຮ່າງກາຍອອກໄປໄດ້.

ແລະ ຊ່ວຍຫຼຸດຄວາມເຄັ່ງຄຽ ສຸຂະພາບຈິດເປັນບັນຫາທີ່ຫລາຍຄົນຖືເບົາ ນ້ຳອ້ອຍສາມາດຊ່ວຍຫລຸດຄວາມເຄັ່ງຄຽດໄດ້ ໂດຍການປັບສົມດຸນຮໍໂມນໃນຮ່າງກາຍຂອງທ່ານ.
ນອກຈາກນີ້ ຍັງຊ່ວຍໃນການນອນຫລັບໃຫ້ດີຂຶ້ນນຳ.

ຍັງບໍ່ໝົດ ອ້ອຍດີຕໍ່ສຸຂະພາບຫົວໃຈ ແລະ ຫລອດເລືອດ ມີປະລິມານໂປຕັສຊຽມ ເຊິ່ງມີຄຸນສົມບັດສາມາດຊ່ວຍຫລຸດຄວາມເຄັ່ງຄຽດໃນຫຼອດເລືອດແລະ ຫົວໃຈ ແລະ ຊ່ວຍຫລຸດຄວາມດັນເລືອດໄດ້ນຳ.
ປ້ອງກັນໜິ້ວໝາກໄຂ່ຫລັງນ້ຳອ້ອຍ ສາມາດປ້ອງກັນການຕິດເຊື້ອໃນພົກຍ່ຽວ ມັນຊ່ວຍຮັກສາການເຮັດວຽກຂອງໝາກໄຂ່ຫລັງໄດ້ຢ່າງຖືກຕ້ອງ ເນື່ອງຈາກມີລິດໄລ່ນ້ຳຍ່ຽວນັ້ນເປັນເຫດຜົນທີ່ນ້ຳອ້ອຍສາມາດຊ່ວຍປິ່ນປົວພະຍາດໜິ້ວໝາກໄຂ່ຫຼັງໄດ້.

ສຸດຍອດສັບພະຄຸນຫຼາຍອີ່ຫຼີ່ ຮູ້ແບບນີ້ຕ້ອງໄດ້ກິນເປັນປະຈຳແລ້ວລະ