ພະຍາດຫຼອດເລືອດໃນສະໝອງໄພງຽບທີ່ອັນຕະລາຍ

187

ຄົນເຮົາໃນທຸກມື້ນີ້ລ້ວນແຕ່ຕ້ອງປະເຊີນກັບສະພາບແວດລ້ອມທີ່ຢູ່ອ້ອມຕົວ ບໍ່ວ່າຈະມາຈາກສານພິດເທິງຊັ້ນບັນຍາກາດ ແລະ ຈາກມະນຸດ ເຊິ່ງຕົວເຮົາເອງກໍສ້າງມົນລະພິດໃຫ້ກັບຕົນເອງ ເຊັ່ນ: ອາດຈະມາຈາກ ຄວາມຄຽດ, ຈາກການດື່ມສິ່ງມຶນເມົາ, ຈາກການສູບຢາ ຫຼື ຈາກການໃຊ້ຄວາມຄິດຫຼາຍ ບວກກັບມີພະຍາດປະຈຳຕົວນຳອີກ ໄດ້ແກ່: ພະຍາດເບົາຫວານ, ພະຍາດຄວາມດັນເລືອດ ສິ່ງເຫຼົ່ານີ້ອາດຈະເຮັດໃຫ້ມີໂອກາດເປັນພະຍາດຫຼອດເລືອດໃນສະໝອງຕີບໄດ້ໂດຍບໍ່ຮູ້ຕົວ.

ຄວນສັງເກດອາການຂອງຕົນເອງ ແລະ ຄົນອ້ອມຂ້າງ ເພາະພະຍາດຫຼອດເລືອດໃນສະໝອງຈະມາແບບບໍ່ຮູ້ຕົວວ່າເປັນ ແລະ ມັກຈະເກີດອາການແບບກະທັນຫັນ, ພະຍາດຫຼອດເລືອດສະໝອງຕີບມັກຈະເກີດຈາກໄຂມັນ ຫຼື ເລືອດກ້າມທີ່ໄປອັດຕັນ ແລະ ຄ້າງຢູ່ໃນເສັ້ນເລືອດທີ່ຈະໄປລ້ຽງສະໝອງ ເມື່ອເຊວສະໝອງຖືກທຳລາຍ ເພາະຂາດອາກາດ ເຊິ່ງໝາຍຄວາມວ່າໂອກາດທີ່ຈະເປັນອຳມະພາດ ແລະ ເສຍຊີວິດແມ່ນສູງ.

ອາການທີ່ປາກົດໃນເບື້ອງຕົ້ນທີ່ຈະຕ້ອງສັງເກດ ມີດັ່ງນີ້:

1 ໃຫ້ສັງເກດເບິ່ງລັກສະນະການຍ່າງວ່າ: ຍ່າງເຊໆ ແລະ ຍ່າງບໍ່ຊື່ ຫຼື ບໍ່.

2 ວິນຫົວ ແລະ ເຈັບຫົວແບບຮ້າຍແຮງ.

3 ຈັບສິ່ງຂອງບໍ່ສະດວກ, ບໍ່ມີແຮງ, ແຂນ, ຂາ, ມື ມຶນຊາ.

4 ເວົ້າບໍ່ຈະແຈ້ງ.

5 ການເບິ່ງເຫັນບໍ່ຊັດເຈນ, ສາຍຕາມົວ ແລະ ມັກຈະເຫັນພາບຊ້ອນ.

ຖ້າມີອາການດັ່ງກ່າວໃຫ້ຟ້າວໄປໂຮງໝໍບໍ່ຄວນໃຈເຢັນ ເພາະຖ້າປ່ອຍໃຫ້ອາການເຫຼົ່ານີ້ເກີດຂຶ້ນຢູ່ເລື້ອຍໆ ອາດຈະສົ່ງຜົນໃຫ້ບໍ່ມີສະຕິໄດ້, ໃຫ້ຮີບໄປໂຮງໝໍດ່ວນ ເພື່ອໃຫ້ທ່ານໝໍສັກຢາລະລາຍເລືອດກ້າມ ແຕ່ຖ້າເສັ້ນເລືອດໃນສະໝອງແຕກ, ເລືອດອອກໃນສະໝອງກໍຈະຕ້ອງຜ່າຕັດ ແລະ ມີຄວາມສ່ຽງສູງ.

ວິທີຫຼີກລຽງຈາກພະຍາດນີ້ແມ່ນ: ການອອກກຳລັງກາຍສະໝ່ຳສະເໝີ ແຕ່ບໍ່ໃຫ້ເຮັດໜັກເກີນໄປໃຫ້ຢູ່ໃນສະພາບຮ່າງກາຍຮັບໄດ້ກໍພໍ, ຍົກເວັ້ນໄຂມັນຈາກສັດ, ຄວນກິນປາທະເລ, ຜັກ, ໝາກໄມ້ ແລະ ເຮັດຈິດໃຈໃຫ້ເບີກບານ.

ຮຽບຮຽງໂດຍ: ແກ້ວ; ຂໍ້ມູນຈາກ: amprohealth