ຍິນດີນຳ! ທ່ານ ເດດສຸວັນ ມະໄລທອງ ຫົວໜ້າລັດວິສາຫະກິດໄຟຟ້າລາວ ແຂວງອັດຕະປືຜູ້ໃໝ່

167

ໃນວັນທີ 12 ພຶດສະພາ 2020 ທີ່ຫ້ອງປະຊຸມໃຫຍ່ລັດວິສາຫະກິດໄຟຟ້າລາວ ສາຂາແຂວງອັດຕະປື ໄດ້ມີ ພິທີມອບ-ຮັບຕຳແໜ່ງ​ ຫົວໜ້າລັດວິສາຫະກິດໄຟຟ້າລາວ ສາຂາແຂວງອັດຕະປື​ລະຫວ່າງຜູ້ເກົ່າ ແລະ ​ຜູ້ໃຫມ່ ເປັນກຽດເຂົ້າຮ່ວມໂດຍ​ທ່ານ​ ທອງຂັນ ພິມ​ວິໄລ​ ຫົວຫນ້າກົມຈັດຕັ້ງ​ ແລະ ພະນັກງານ ກະຊວງບໍ່ແຮ່., ທ່ານ​ ຄຳປະເສີດ ເທບປັນຍາ ຮອງຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ, ແລະ ​ທ່ານ ​ວິທະຍາ​ພົມມະຈັນ ເລຂາຄະນະພັກຮາກ ຫົວຫນ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ.​

ທ່ານ​ ລິດສະໜາ ເທບສົມບັນດິດ​ ຫົວໜ້າລັດວິສາຫະກິດໄຟຟ້າລາວ ສາຂາແຂວງອັດຕະປື (ຜູ້ເກົ່າ) ໄປຮັບໜ້າທີ່ໃໝ່ ເປັນຮອງຫົວໜ້າຝ່າຍ ປະຕິບັດການໄຟຟ້າພາກເໜືອ-ໃຕ້​ ແລະ ແຕ່ງຕັ້ງ ທ່ານ ເດດສຸວັນ ມະໄລທອງ ວ່າການຫົວໜ້າລັດວິສາຫະກິດໄຟຟ້າລາວ ສາຂາແຂວງອັດຕະປື (ຜູ້ໃໜ່) ແລະ ແຕ່ງຕັ້ງ ທ່ານ ສອນສົມສັກ ບຸນຍະແສງ ເປັນຮອງຫົວຫນ້າສາຂາ ທ່ານ ບົວຄໍາ ອຸໄທພອນ  ເປັນຮອງ ຫົວໜ້າສາຂາ.

ໃນຕອນທ້າຍພິທີ ດ້ວຍຄວາມເປັນຫວ່ງເປັນໄຍຈາກລັດວິສາຫະກິດໄຟຟ້າລາວ (ສຳນັກງານໃຫຍ່)​ ເຊິ່ງໄດ້ມີການມອບເຄື່ອງໃຊ້ຕ້ານພະຍາດໂຄວິດ-19 ມີ​ຫນ້າ​ກາກ ອະນາໄມ,​ ເຈວລ້າງມື ແລະ ​ເຄື່ອງແທກອຸນຫະພູມ ​ໃຫ້ແກ່ພະນັກງານຢູ່ສາຂາແຂວງອັດຕະປື ແລະ ​ພະແນກພະລັງງານ-ບໍ່ແຮ່ແຂວງຈຳນວນໜຶ່ງ.