ອາ​ກາດ​ຮ້ອນ​ຕ້ອງ​ການ​ກິນ​ແນວ​ເຢັນໆ ​ແຈກວິ​ທີ​ເຮັດ​ນົມ​ສົ້ມ​ຕາມ​ນີ້

294

ໃຜ​ແນ່​ມັກ​ກິນ​ນົມ​ສົ້ມ ຍົກ​ມື​ຂຶ້ນ … ແອັດ​ບໍ່​ເຫັນ​ດອກ​ເນາະ 55 ທີ່​ຈິງ​ນົມ​ສົ້ມ​ທີ່​ເຮົາ​ມັກ​ຊື້​ກິນ ການ​ເຮັດ​ບໍ່​ມີ​ຫຍັງ​ຍາກ​ເລີຍ​ໃ

ມາ ມາ​ລອງ​ເຮັດ​ເບິ່ງ​ດຸ​ເພື່ອ​ໄດ້​ອາ​ຊີບ​ໃໝ່​ເນາະ

ວິ​ທີ​ເຮັດເຮັດງ່າຍ ງົບບໍ່ແພງ ເຫມາະກັບອາກາດບ້ານເຮົາສຸດໆ​ຕອນ​ນີ້

ກຽ​ມສ່ວນປະກອບ ນົມຈືດ 225 ມລ(ກ່ອງນ້ອຍ), ນົມຂົ້ນ 1 ກ່ອງ, ໂຍເກີດ 2 ກ່ອງ, ຄຣີມທຽມ 10 ບ່ວງແກງ, ນໍ້າຮ້ອນ 100-200 ມລ (ແລ້ວແຕ່ມັກ)

ໄປເຮັດກັນເລີຍ ເທນົມຂຸ້ນໃສ່ໃຫ້ຫມົດ, ໃສ່ຄຣີມທຽມລົງໄປ, ໃສ່ນຳຮ້ອນ (1ກະປອງນົມຂຸ້ນ) ແລ້ວຄົນໃຫ້ລະອຽດ

ເທໂຍເກີດລົງໄປ, ຕາມດ້ວຍນົມຈືດ (ຄົນວົນໄປ)

ຄົນແລ້ວພັກໄວ້ 12-15 ຊົ່ວໂມງ

ແນະ ບໍ່ຕ້ອງຕົກໃຈວ່າມັນບູດຫລືເສຍ ມັນຕັ້ງເປັນແນວນີ້

ຄົນ​ໃຫ້​ເຂົ້າ​ກັນ​ອີກ​ຮອບ

ຕັກ​ໃສ່​ພາ​ສະ​ນະ​ທີ່​ກຽມ​ໄວ້

ສຳ​ເລັດ​ຮຽບ​ຮ້ອຍ ຖ້າ​ກິນ​ໄດ້​ເລີຍ

ແຊ່ຊ່ອງຟິສ 5-8ຊົ່ວໂມງ (ແລ້ວແຕ່ມັກເລີຍຍຍ)

ຈາກ​ເພກ: ມັກເຮັດ ມັກກິນ