2 ເຕັກນິກ ໃນການເກັບຜັກ ແລະ ໝາກໄມ້ໄວ້ກິນຍາວນານ

204

ເນື່ອງຈາກສະຖານະການ ການລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ໄດ້ເຮັດໃຫ້ເຮົາຕ້ອງໄດ້ເຮັດວຽກຈາກບ້ານ (work from home) ແລະຫຼີກລ່ຽງການອອກໄປພົບປະຜູ້ຄົນຈຳນວນຫຼາຍ ສະນັ້ນ ການເບິ່ງແຍງສຸຂະພາບໃຫ້ແຂງແຮງຖືເປັນສິ່ງສຳຄັນທີ່ເຮົາຄວນເອົາໃຈໃສ່ ໂດຍວິທີທີ່ງ່າຍທີ່ສຸດນັ້ນຄືການກິນອາຫານໃຫ້ຄົບ 5 ໝູ່ ໂດຍສະເພາະວິຕາມິນທີ່ໄດ້ມາຈາກຜັກ ແລະ ໝາກໄມ້ຈະຊ່ວຍສ້າງພູມຄຸ້ມກັນໃຫ້ແກ່ຮ່າງກາຍເພື່ອຫ່າງໄກຈາກການຕິດໄວຣັສ ແຕ່ການເກັບຮັກສາຜັກ ແລະ ໝາກໄມ້ ເຊິ່ງເປັນວັດຖຸດິບທີ່ເນົ່າເປື່ອຍໄດ້ໄວມັນບໍ່ແມ່ນເລື່ອງງ່າຍເລີຍ.

ມື້ນີ້ແອັດມິນມີເຄັດລັບມາຝາກສຳລັບໃຜທີ່ຍັງຢາກຮັກສາໄລຍະຫ່າງທາງສັງຄົມ ບໍ່ໄດ້ອອກໄປໃສແຕ່ຢາກກິນຜັກ ໝາກໄມ້ທີ່ສົດໃໝ່ ແລະ ມີວິຕາມິນສູງ ມາຝາກກັນ ສິ່ງທຳອິດທີ່ພວກເຮົາຄວນຮູ້ຄື ຜັກ ແລະ ໝາກໄມ້ແຕ່ລະຊະນິດສາມາດເກັບໄດ້ດົນຈັກມື້ ເພື່ອບໍລິໂພກກ່ອນມັນເນົ່າ ທີ່ສຳຄັນທີ່ຕ້ອງແຍກຜັກ ແລະ ໝາກໄມ້ອອກເປັນຊະນິດໃຜມັນ ເພື່ອເປັນການຕໍ່ອາຍຸໃຫ້ຜັກ ແລະ ໝາກໄມ້ຢູ່ໄດ້ດົນຂຶ້ນ ແລະຍັງຄົງຮັກສາວິຕາມິນທີ່ຮ່າງກາຍຕ້ອງການໃຫ້ໄດ້ເປັນເວລາດົນທີ່ສຸດ ໂດຍຜັກ ແລະ ໝາກໄມ້ ແບ່ງອອກເປັນ 3 ຊະນິດຫຼັກໆ ຕາມອາຍຸຂອງການເນົ່າ ດັ່ງນີ້.
ຜັກ ແລະ ໝາກໄມ້ ທີ່ຫ່ຽວເນົ່າງ່າຍທີ່ສຸດ ຄວນບໍລິໂພກພາຍໃນ 1-3 ມື້ ໄດ້ແກ່ ຜັກຊີ, ຜັກບົ້ງ, ຜັກສະລັດ, ໝາກແຕງ, ຜັກຫົມ, ໝາກກ້ວຍ, ໝາກອາໂວກາໂດສຸກ, ສາລີສຸກເປັນຕົ້ນ.

ຜັກ ແລະ ໝາກໄມ້ ທີ່ສາມາດເກັບຮັກສາໄດ້ໃນໄລຍະເວລາ 5-7 ມື້ ໄດ້ແກ່ ຜັກກາດ, ຜັກກາດນາ, ໝາກເລັ່ນ, ແຄລອດ, ໝາກນັດ, ໝາກແອັບເປິ້ນ, ໝາກສີດາເປັນຕົ້ນ.

ຜັກ ແລະ ໝາກໄມ້ ທີ່ສາມາດເກັບຮັກສາໄດ້ດົນກວ່າປະເພດອື່ນໆ ໄດ້ແກ່ ປະເພດໝາກອຶ, ເຜືອກ ຫຼື ມັນ ຈະສາມາດເກັບຮັກສາໄດ້ດົນເຖິງ 1 ເດືອນ.

ຮູ້ແບບນີ້ແລ້ວ ພວກເຮົາມາປ່ຽນຜັກ ແລະ ໝາກໄມ້ທີ່ເນົ່າເສຍໄດ້ງ່າຍມາໃຫ້ເປັນເມນູທີ່ເຮັດໄດ້ງ່າຍໆ ສຳລັບຜູ້ທີ່ຕ້ອງການເບິ່ງແຍງສຸຂະພາບດ້ວຍເມນູທີ່ດີຕໍ່ສຸຂະພາບ ທີ່ທຸກຄົນສາມາດລອງເຮັດກິນເອງໄດ້ໃນລະຫວ່າງການກັກໂຕຢູ່ເຮືອນດ້ວຍເມນູຕ່າງໆຈາກຜັກ ແລະ ໝາກໄມ້.