ບໍລິສັດ ສິດທິໂລຈິດສຕິກ ມອບຜ້າອັດປາກ ມູນຄ່າ 48 ລ້ານກວ່າກີບໃຫ້ແກ່ອົງການກາແດງລາວ

83

ໃນວັນທີ 5 ພຶດສະພາ 2020 ບໍລິສັດ ສິດທິໂລຈິດສຕິກ ລາວ – ຈຳກັດ ໄດ້ນຳຜ້າອັດປາກ-ດັງ ຈຳນວນ 10,800 ອັນ ມູນຄ່າ 48,600,000 ກີບ ມອບໃຫ້ແກ່ອົງການກາແດງລາວ ເພື່ອຕ້ານການແຜ່ລະບາດ ຂອງເຊື້ອໄວຣັດ ໂຄວິດ-19 ມອບໂດຍ ທ່ານ ຈັນທະລາ ແກ້ວວັນທອງ ຜູ້ຕາງໜ້າບໍລິສັດ ສິດທິໂລຈິດສຕິກ ລາວ – ຈຳກັດ ແລະ ຮັບໂດຍ ທ່ານ ຮສ. ດຣ ສິງ ເມໂນລາດ ຮອງປະທານອົງການກາແດງລາວ.

ໂອກາດດັ່ງກ່າວ, ທ່ານ ຮສ.ດຮ ສິງ ເມໂນລາດ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງບໍລິສັດ ສິດທິໂລຈິດສຕິກ ລາວ – ຈຳກັດ ທີ່ໄດ້ນຳ ເອົາເຄື່ອງ ອຸປະກອນປ້ອງກັນໂຕ ທີ່ຈຳເປັນ ມາມອບໃຫ້ໃນຄັ້ງນີ້, ເຊິ່ງເປັນການສະແດງເຖິງ ຄວາມເປັນຫ່ວງເປັນໃຍ, ຄວາມມີນ້ຳໃຈ ທີ່ໄດ້ປະກອບສ່ວນໃນການສະກັດກັ້ນ ແລະ ການແຜ່ລະບາດຂອງພະຍາດ ໂຄວິດ 19 ໃຫ້ໝົດໄປ ແລະ ເຄື່ອງຈຳນວນດັ່ງກ່າວ ແມ່ນຈະໄດ້ນຳໃຊ້ເຂົ້າໃນວຽກງານໃຫ້ເກີດປະໂຫຍດສູງສຸດ.