ວິທີຄົ້ນຫາຕົນເອງເຂົ້າສຶກສາໃນຄະນະທີ່ຕົນຢາກຮຽນ ເພື່ອເຮັດໃຫ້ເຮົາມັກວຽກທີ່ເຮັດເມື່ອຮຽນຈົບ

168
Group of asian students in uniform studying together at classroom

ການທີ່ໄດ້ຮຽນຕໍ່ມະຫາວິທະຍາໄລກັບຄະນະທີ່ຕົນເອງມັກ ມັນຈະກາຍເປັນພື້ນຖານແຫ່ງຄວາມສຸກ ເພາະວ່າຖ້າເຮົາມີຄວາມສຸກທີ່ຢາກຈະຮຽນຜົນຕອບຮັບຈາກການຮຽນກໍຈະອອກມາດີ, ມີວຽກເຮັດງານທຳທີ່ດີ, ແຕ່ເຮົາຈະມີວິທີແນວໃດທີ່ຈະເຮັດໃຫ້ຄວາມຝັນເຮົາເປັນຈິງໄດ້. ມື້ນີ້ຜູ້ຂຽນໄດ້ຮຽບຮຽງເອົາ 5 ເຕັກນິກຄົ້ນຫາຕົນເອງ ເພື່ອເຂົ້າຮຽນສາຂາວິຊາ ຫຼື ຄະນະທີ່ເຮົາມັກມາຝາກ ດັ່ງນີ້:

1 ອາຊີບໃນຝັນຂອງເຮົາຢາກຈະເຮັດວຽກກ່ຽວກັບຫຍັງ: ສິ່ງທຳອິດທີ່ເຮົາຕ້ອງຄຳນຶງກ່ອນກໍຄືຈະຮຽນຫຍັງດີ ເມື່ອໃຫຍ່ຂຶ້ນເຮົາຢາກເຮັດວຽກອາຊີບຫຍັງ? ເພາະການວາງແຜນອາຊີບໃນອະນາຄົດ ຈະເປັນການຊີ້ນຳທາງການຮຽນໃຫ້ຊັດເຈນຂຶ້ນນ້ອງໆກໍຈະໄດ້ຕໍ່ຍອດຕົວເອງໄດ້, ຖ້າຢາກເຮັດວຽກອາຊີບນີ້ຕ້ອງຮຽນຄະນະເໝາະຈຶ່ງສອດຄ່ອງ ເຊັ່ນ: ຖ້າຢາກເປັນຄູກໍຕ້ອງຮຽນຄະນະສຶກສາສາດ, ຄະອັກສອນສາດ; ຖ້າຢາກເປັນແພດໝໍກໍຕ້ອງຮຽນຄະນະແພດສາດ, ທັນຕະແພດ, ສັດຕະວະແພດ; ຖ້າຢາກເປັນວິສະວະກຳ ກໍຕ້ອງຮຽນຄະນະວິສະວະກຳສາດ ແລະ ອື່ນໆ.

2 ຊອກຫາສິ່ງທີ່ມັກ ແລະ ຖະໜັດ: ບໍ່ວ່າຈະເຮັດສິ່ງໃດກໍຕາມຖ້າໄດ້ເຮັດໃນສິ່ງທີ່ມັກ ແລະ ຖະໜັດ ກໍຈະເຮັດ້ສິ່ງນັ້ນອອກມາດີ ແລະ ມີປະສິດທິພາບສະເໝີ, ໃນເວລາວ່າງໃຫ້ລອງຢູ່ກັບຕົນເອງປະມານມື້ໜຶ່ງຊອກກິດຈະກຳທີ່ມັກ, ແຕ່ຖ້າຢາກໃຫ້ດີຄວນຊອກຫາຄວາມສາມາດພິເສດໄປພ້ອມຂຽນບັນທຶກໄວ້ໃຫ້ຫຼາຍທີ່ສຸດ ໄດ້ແກ່: ມັກແຕ້ມຮູບ, ມັກຮ້ອງເພງ, ມັກເຮັດອາຫານ ແລະ ອື່ນໆ ຄວາມມັກ ແລະ ຄວາມສາມາດພິເສດເຫຼົ່ານີ້ສາມາດຕໍ່ຍອດໃຫ້ທັງການຮຽນ ແລະ ເຮັດວຽກໄດ້ ບາງຢ່າງທີ່ຄົນອື່ນເບິ່ງວ່າເປັນສິ່ງທີ່ບໍ່ໄດ້ປະໂຫຍດ ແຕ່ມັນອາດຈະຊ່ວຍໃຫ້ເຮົາໄດ້ເຮັດໃນສິ່ງທີ່ມັກ ແລະ ມີຄວາມສຸກ. ພ້ອມກັນນັ້ນ, ຍັງໄດ້ເຮັດວຽກໃນສິ່ງທີ່ມັກນຳ.

3 ວິຊາທີ່ເຮົາມັກສາມາດບົ່ງບອກຄະນະທີ່ຈະຮຽນໄດ້: ຖ້າລອງສອງວິທີທຳອິດບໍ່ໄດ້ຜົນລອງຄິດງ່າຍໆຈາກວິຊາທີ່ເຮົາມັກຮຽນມາຕະຫຼອດ ເປັນວິຊາທີ່ບໍ່ຢາກຂາດຮຽນຈັກມື້ເລີຍ ວິທີນີ້ຈະເຮັດໃຫ້ນ້ອງໆເຫັນອະນາຄົດຂອງຕົວເອງຫຼາຍຂຶ້ນວ່າຄວນໄປທາງໃດ ເພາະແຕ່ລະຄະນະຈະມີວິຊາຮຽນທີ່ແຕກຕ່າງກັນ ເຊັ່ນ: ຄົນທີ່ມັກວິຊາເລກກໍເລືອກເຂົ້າຮຽນສາຂາບັນ ຊີ, ບໍລິຫານເສດຖະສາດ ຫຼື ຄະນະອື່ນໆທີ່ມີການຄຳນວນ ແລະ ບາງຄົນມັກວິຊາພາສາອັງກິດ ກໍເນັ້ນໄປຮຽນດ້ານພາສາ ເຊັ່ນ: ຄະນະອັກສອນສາດ ຫຼື ບາງຄົນມັກສາຍສັງຄົມ ກໍເໝາະທີ່ຈະຮຽນລັດຖະສາດ, ວາລະສານສາດ ເປັນຕົ້ນ.

4 ຢຸດຄວາມຄິດທີ່ຈະຮຽນຕາມໝູ່: ເພາະເຮົາຕ້ອງຄົ້ນຫາຕົວເອງຖ້າຄິດທີ່ຈະຮຽນແຕ່ກັບໝູ່ເຮົາ ຈະບໍ່ມີທາງທີ່ຈະພົບກັບສິ່ງໃໝ່ທີ່ເຮົາຕ້ອງການແນ່ນອນ ໂດຍສະເພາະໄລຍະທີ່ເປັນໄວລຸ້ນສ່ວນ ໃຫຍ່ແມ່ນຈະຕິດໝູ່, ຢາກຈະເຂົ້າມະຫາວິທະຍາໄລພ້ອມໝູ່, ແຕ່ຄະນະທີ່ໝູ່ຮຽນນັ້ນເປັນຄະນະທີ່ເຮົາບໍ່ມັກຮຽນຈຶ່ງເປັນຜົນເສຍທີ່ຕົກມາຢູ່ນຳເຮົາ, ສິ່ງທີ່ໄດ້ຮັບຄືເສຍການຮຽນເພາະຮຽນບໍ່ໄດ້. ດັ່ງນັ້ນ, ຈຶ່ງຕ້ອງຄົ້ນຫາຕົນເອງໃຫ້ເຫັນ ໂດຍທີ່ບໍ່ຕ້ອງຮຽນຕາມໝູ່ອີກຕໍ່ໄປ ເພາະອະນາຄົດຂອງເຮົາຂຶ້ນຢູ່ກັບເຮົາບໍ່ແມ່ນການຮຽນຕາມຄົນອື່ນ.

5 ບຸກຄະລິກສາມາດບອກອະນາຄົດໄດ້: ທຸກຄົນເຄີຍສັງເກດບໍ່ວ່າຄົນທີ່ມີບຸກຄະລິກຄ້າຍໆກັນຈະມັກຫຍັງທີ່ຄືກັນ ແລະ ຄົນທີ່ເຮັດວຽກໃນແຕ່ລະອາຊີບຈະມີບຸກຄະລິກທີ່ແຕກຕ່າງກັນ ເພາະບຸກຄະລິກທີ່ເໝາະສົມໃນແຕ່ລະອາຊີບ ຈະເຮັດໃຫ້ການເຮັດວຽກເປັນເລື່ອງງ່າຍຂຶ້ນ ແລະ ທີ່ສຳຄັນຍັງເຮັດໃຫ້ເຮົາເຮັດວຽກແບບມີຄວາມສຸກໄດ້ນຳ ເປັນຕົ້ນ: ຖ້າເຮົາມັກເປັນຄົນທີ່ມັກບອກສອນ, ມັກອະທິບາຍ ອາຊີບຄູຈະເໝາະສົມທີ່ສຸດ, ໃນທາງກົງກັນຂ້າມກັນສຳລັບຜູ້ທີ່ບໍ່ມີຄວາມຮອບຄອບຈະໃຫ້ເປັນບັນຊີກໍຄືສິບໍ່ເໝາະສົມ ແລະ ເກີດບັນຫາຫຍຸ້ງຕາມມາອີກ.


ຊີວິດໃນມະຫາວິທະຍາໄລເປັນຊີວິດທີ່ກ້າວຕໍ່ຈາກມັດທະຍົມ ແລະ ກ້າວຕໍ່ໄປໃນອະນາຄົດ. ຢາກໃຫ້ທຸກຄົນເຮັດທຸກຢ່າງໃຫ້ເຕັມທີ່, ດີທີ່ສຸດເທົ່າທີ່ຈະເຮັດໄດ້ ແລະ ພັດທະນາຕົນເອງໄປພ້ອມກັບມັນ, ບໍ່ຕ້ອງເຮັດໃຫ້ມັນຕຶງຄຽດຫຼາຍເກີນໄປ ແຕ່ໃຫ້ຄິດວ່າສິ່ງທີ່ຕ້ອງຮັບຜິດຊອບຄືເລື່ອງຮຽນຮູ້ຈັກໃຊ້ຊີວິດຢູ່ກັບກຸ່ມໝູ່ເພື່ອນ, ຮູ້ຈັກຄວາມຜິດຫວັງ, ຮູ້ຈັກຄວາມສຳເລັດ ແລະ ລົ້ມແຫຼວ, ແຕ່ຖ້າຍັງບໍ່ຮູ້ວ່າຕົນເອງຢາກຈະຮຽນຕໍ່ຫຍັງໃຫ້ລອງປຶກສາພໍ່ແມ່ ແລະ ຄົນໃນຄອບຄົວ ບາງທີເພິ່ນອາດຈະເຫັນໃນສິ່ງທີ່ເຮົາຖະໜັດຢູ່ໃນຕົວເຮົາແຕ່ທີ່ສຳຄັນ ຄື: ຄິດ ແລະ ລົງມືປະຕິບັດຕົວຈິງ, ເມື່ອເຮົາຮູ້ວ່າຢາກຈະເປັນຫຍັງໃຫ້ເຮົາເຮັດໃຫ້ເຕັມທີ່, ໃຫ້ມີຄວາມເຊື່ອໝັ້ນໃນຕົນເອງ, ເຊື່ອໃນສິ່ງທີ່ມັກແລ້ວຈະປະສົບຜົນສຳເລັດ ຈຶ່ງບໍ່ຕ້ອງມານັ່ງເສຍໃຈພາຍຫຼັງ.

ຮຽບຮຽງໂດຍ: ແກ້ວ; ຂໍ້ມູນຈາກ: teen.mtha