ປກສ ແຂວງຫຼວງນໍ້າທາ ໄດ້ຮັບອຸປະກອນປ້ອງກັນໂຄວິດ-19 ຈາກ ສປ ຈີນ

197

ເມື່ອທ້າຍເດືອນ ເມສາ 2020 ຜ່ານມາ, ຢູ່ທີ່ດ່ານສາກົນບໍ່ຫານ ສປ ຈີນ ກອງບັນຊາການຕຳຫຼວດ ແຂວງກວາງຕົງ ສປ ຈີນ ໄດ້ມອບອຸປະກອນເປັນຜ້າອັດປາກ-ດັງ ຈຳນວນ 10 ແກັດ ມາມອບໃຫ້ກອງບັນຊາການ ປກສ ແຂວງຫຼວງນ້ຳທາ ຕ່າງໜ້າກອງບັນຊາການຕຳຫຼວດ ແຂວງກວາງຕົງ ມອບໂດຍ ທ່ານ ຊູນຈ້ຽນ ຕຳຫຼວດເສດຖະກິດເມືອງຫຼ້າ ແລະ ກ່າວຮັບໂດຍ ທ່ານ ພັທ ດວງຈັນ ໄຕບົວວອນ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງນ້ຳທາ.

ໂອກາດດັ່ງກ່າວ, ທ່ານ ພັທ ດວງຈັນ ໄຕບົວວອນ ໄດ້ຕ່າງໜ້າຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ກ່າວສະແດງຄວາມຂອບອົກຂອບໃຈຕໍ່ກອງບັນຊາການ ແຂວງກວາງຕົງ ພ້ອມທັງສັນຍາວ່າຈະນຳເອົາອຸປະກອນດັ່ງກ່າວແຈກຢາຍຢູ່ບັນດາກົມກອງ, ປກສ ເມືອງ, ປກສ ເຂດໄດ້ນຳໃຊ້ເຂົ້າໃນວຽກງານເພື່ອການແຜ່ລະບາດເຊື້ອໄວຣັດໂຄວິດ-19ຢູ່ ສປປ ລາວ ເວົ້າລວມ-ເວົ້າສະເພາະ ແຂວງຫຼວງນ້ຳທາ.

ພ້ອມດຽວກັນນັ້ນ ເມື່ອທ້າຍເດືອນ ເມສາ 2020 ຢູ່ທີ່ດ່ານສາກົນບໍ່ຫານ ສປ ຈີນ, ຫ້ອງການຄະນະກຳມະການ ເພື່ອກວດກາ ແລະ ຄວບຄຸມຢາເສບຕິດແຫ່ງຊາດ ຈີນ ໂດຍຜ່ານກອງທືນຄວບຄຸມຢາເສບຕິດຂອງ ສປ ຈີນ ໄດ້ສະໜອງເຄື່ອງອຸປະກອນປ້ອງກັນໂຄວິດ-19 , ເພື່ອຊ່ວຍໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຂອງຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກະຊວງປ້ອງກັນຄວາມສະຫງົບຂອງ ສປປ ລາວ.

ສຳລັບເຄື່ອງ ແລະ ອຸປະກອນທີ່ນຳມາມອບຄັ້ງນີ້ປະກອບມີ: ຜ້າອັດປາກແບບທຳມະດາ ຈຳນວນ 8.000 ອັນ, ຜ້າອັດປາກ ເຄເອັນ 95 ຈຳນວນ 2.000 ອັນ, ຊຸດແວ່ນປ້ອງກັນໃບໜ້າ ຈຳນວນ 500 ຊຸດ, ຖົງມືປ້ອງກັນ ຈຳນວນ 4.000 ຄູ່ ແລະ ເຄື່ອງວັດແທກອຸນຫະພຸມ ຈຳນວນ 50 ອັນ.

ໂອກາດດັ່ງກ່າວ, ທັງສອງຝ່າຍກໍ່ໄດ້ເຊັ່ນບົດບັນທຶກ ແລະ ພ້ອມທັງມອບ-ຮັບເຄື່ອງອຸປະກອນຢ່າງເປັນທາງການ. ຕ່າງໜ້າຝ່າຍຈີນກ່າວມອບໂດຍ ທ່ານ ພົຕ ລີລິຊິງ ຮອງຫົົວໜ້າຄະນະກຳມະການປາບປາມຢາເສບຕິດກິ່ງ ແຂວງສິບສອງພັນນາ ແຂວງຢູນນານ ແລະ ຕ່າງໜ້າຝ່າຍລາວກ່າວຮັບໂດຍ ທ່ານ ພັທ ກອງແກ້ວ ສິງມີໄຊ ຄະນະປະຈຳພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງນ້ຳທາ ໂດຍຊ່ອງໜ້າພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຄີພິຍານ.

ພ້ອມດຽວກັນນີ້,  ທ່ານ ນາງ ສີມອນ ອຳນວຍການບໍລິສັດສີມອນພັດທະນາກະສິກຳ ແລະ ບໍລິການຂາເຂົ້າ-ຂາອອກຈຳກັດຜູ່ດຽວ ໄດ້ນຳເອົາອຸປະກອນປ້ອງກັນໂຄວິດ-19 ປະເພດຜ້າອັດປາກ-ດັງ ຈຳນວນ 560 ອັນມາມອບກອງບັຊາການ ປກສ ແຂວງ, ຕ່າງໜ້າກ່າວຮັບໂດຍ ພັທ ຄຳຕຸ່ນ ບຸນລຽນຂັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ໂດຍຊ່ອງໜ້າຄະນະສອງພາກສ່ວນເຂົ້າຮ່ວມ.

ຂ່າວ: ຮທ ທະວີສັກ ປກສ ແຂວງຫຼວງນ້ຳທາ