ຊົມເຊີຍ! 2 ພາກສ່ວນ ຮ່ວມມອບເງິນຊ່ວຍເຫຼືອລັດຖະບານລາວສູ້ໂຄວິດ-19 ມູນຄ່າ 1ຕື້ກີບ

86

ຍັງມີມາໃຫ້ເຫັນ ແລະ ຊື່ນຊົມໄດ້ເລື້ອຍໆ ສໍາລັບນໍ້າໃຈທີ່ຫຼັ່ງໄຫຼເຂົ້າມາປະກອບສ່ວນຊ່ວຍເຫຼືອລັດຖະບານລາວໃນການຕໍ່ສູ້ກັບໄວຣັດອັນຮ້າຍແຮງ ໂຄວິດ-19 ທີ່ກໍາລັງລະບາດໄປທົ່ວໂລກ, ໂດຍຫຼ້າສຸດ ທະນາຄານແຫ່ງ ສປປລາວ ແລະ ທະນາຄານການຄ້າຕ່າງປະເທດລາວ ຮ່ວມກັນມອບເງິນປະກອບສ່ວນໃນການຕໍ່ສູ້ກັບພະຍາດນີ້ໃຝຫ້ແກ່ລັດຖະບານລາວຈໍານວນ 1ຕື້ກີບ.

ພິທີມອບ-ຮັບເງິນດັ່ງກ່າວໄດ້ຈັດຂຶ້ນທີ່ສຳນັກງານນາຍົກລັດຖະມົນຕີໃນຕອນບ່າຍວັນທີ 4 ພຶດສະພາ 2020 ເຊິ່ງໃຫ້ກຽດຕາງໜ້າມອບໂດຍ ທ່ານ ພຸດທະໄຊ ສີວິໄລ ຮອງຜູ້ວ່າການທະນາຄານແຫ່ງ ສປປລາວ ແລະ ທ່ານ ບົວວັນສີ ມະລີວົງ ຮອງຜູ້ອຳນວຍການທະນາຄານການຄ້າຕ່າງປະເທດລາວມະຫາຊົນ ແລະ ຕາງໜ້າລັດຖະບານກ່າວຮັບໂດຍ ທ່ານ ຮສ. ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ທັງເປັນຮອງຫົວໜ້າຄະນະສະເພາະກິດຕ້ານ, ຄວບຄຸມແລະແກ້ໄຂພະຍາດໂຄວິດ-19 ໂດຍການເຂົ້າຮ່ວມຂອງພະນັກງານທີ່ກ່ຽວຂ້ອງ.

ພາບປະກອບຂ່າວເທົ່ານັ້ນ

ຈໍານວນເງິນດັ່ງກ່າວແມ່ນໄດ້ຮັບຈາກ ທະນາຄານແຫ່ງ ສປປລາວ ແລະ ທະນາຄານການຄ້າຕ່າງປະເທດລາວ ມອບເງິນສົດ ຈຳນວນ 1 ຕື້ກີບ (ໂດຍມອບພາກສ່ວນລະ 500 ລ້ານກີບ) ໃຫ້ລັດຖະບານເພື່ອປະກອບສ່ວນນຳໃຊ້ເຂົ້າໃນວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ໃນ ສປປ ລາວ.