ທຸລະກິດອິນເດຍກໍາລັງມີອຸປະສັກໃນການຫາທຶນຮັບມືກັບໂຄວິດ

79

ຫົວໜ່ວຍທຸລະກິດອິນເດຍກໍາລັງປະເຊີນກັບສະຖານະການຄວາມຫຍຸ້ງຍາກໃນການຫາແຫຼ່ງທຶນເພື່ອຮັບມືກັບໂຄວິດ-19ຜ່ານຕະຫຼາດເນື່ອງຈາກສະພາບຄ່ອງທີ່ເຄັ່ງຕຶງຕັ້ງແຕ່ປີ2018ຕະຫຼອດຮອດການສະເໜີຂາຍພັນທະບັດຂອງລັດຕ່າງໆເພື່ອຫາເງິນທຶນສໍາລັບພັດທະນາເສດຖະກິດ.

ນອກຈາກນີ້ນະໂຍບາຍເພີ່ມວົງເງິນເຂົ້າຕະຫຼາດກາສານໜີ້ເອກະຊົນ(ຮຸ້ນກູ້)ຂອງທະນາຄານກາງໄດ້ສົ່ງເຮັດໃຫ້ອັດຕາຜົນຕອບແທນຂອງຮຸ້ນເອກະຊົນຕໍ່າກວ່າຜົນຕອບແທນຂອງພັດທະບັດລັດຖະບານໃນຫຼາຍລັດເຊິ່ງອາດຈະເຮັດໃຫ້ນັກທຸລະກິດບໍ່ສົນໃຈຮຸ້ນກູ້ ແລະ ຫັນມາລົງທຶນໃນພັນທະບັັດລັດຖະບານແທນ.

ທັງນີ້ລັດຕ່າງໆຂອງອິນເດຍມີຄວາມຕ້ອງການອອກພັນທະບັດເພີ່ມຂຶ້ນເພື່ອຮອງຮັບລາຍຮັບຂອງລັດຖະບານທີ່ຫຼຸດລົງຈາກມາດຕະການປິດເມືອງຕະຫຼອດຮອດການຈັດຫາເງິນທຶນສໍາລັບມາດຕະການຊ່ວຍເຫຼືອທຸລະກິດທີ່ຮັບຜົນກະທົບຈາກການລະບາດຂອງພະຍາດ.

 

ສໍານັກຂ່າວບລູມເບິກລາຍງານວ່າ:ທະນາຄານກາງອິນເດຍເຊິ່ງຄາດຄະເນຄວາມຕ້ອງການສະເໜີຂາຍພັນທະບັດລັດຖະບານທົ່ວປະເທດຈະເພີ່ມຂຶ້ນເຖິງ18,2%ໃນໄຕມາດ1ຂອງປີນີ້ເມື່ອປຽບທຽບກັບໄຕມາດດຽວກັນຂອງປີກ່ອນ.