ຊົມເຊີຍ! ກຸ່ມບໍລິສັດພົງທະວີຊັບຈໍາກັດ ມອບອຸປະກອນການແພດ ມູນຄ່າ 200 ກວ່າລ້ານກີບ ໃຫ້ແຂວງອັດຕະປື

85

ກຸ່ມບໍລິສັດພົງທະວີຊັບຈໍາກັດ ໄດ້ນໍາເອົາອຸປະກອນທາງການແພດ ມາມອບໃຫ້ ແຂວງອັດຕະປື ປະກອບມີ: ຜ້າອັດປາກ-ດັງ 1.000 ກັບ, ຜ້າອັດປາກ N95 350 ອັນ, ເຈວລ້າງມື 10 ກ່ອງ, ຖົງມື 2 ແກັດ 200 ອັນ, ເຄື່ອງແທກອຸນຫະພູມ 3 ອັນ, ແວ່ນຕາປ້ອງກັນພະຍາດ 100 ອັນ, ລວມມູນຄ່າ 200 ກວ່າລ້ານກີບ ເພື່ອເປັນການປະກອບສ່ວນໃນການປ້ອງກັນການລະບາດຂອງພະຍາດໂຄວິດ-19, ພິທີມອບ-ຮັບ ດັ່ງກ່າວໄດ້ມີຂຶ້ນໃນວັນທີ 27 ເມສາ 2020 ຢູ່ພະແນກສາທາລະນະສຸກ ແຂວງອັດຕະປື, ໃຫ້ກຽດມອບໂດຍ ທ່ານ ສີສະຫວັດ ສີລາວົງ ຕ່າງໜ້າກຸ່ມ ບໍລິສັດພົງຊັບທະວີ ຈໍາກັດ ແລະ ກ່າວຮັບໂດຍ ທ່ານ ອຸ່ນຫລ້າ ໄຊຍະສິດ ຮອງເຈົ້າແຂວງ, ຮອງປະທານຄະນະສະເພາະກິດ ປ້ອງກັນ ແລະ ຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ, ໂດຍຊ້ອງໜ້າພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ໂອກາດດັ່ງກ່າວ, ທ່ານ ອຸ່ນຫລ້າ ໄຊຍະສິດ ໄດ້ກ່າວແດງຄວາມຂອບໃຈມາຍັງ ກຸ່ມບໍລິສັດພົງທະວີຊັບຈໍາກັດ ທີ່ມີເປັນສ່ວນໜຶ່ງໃນການປະກອບສ່ວນຊ່ວຍເຫລືອ ແຂວງອັດຕະປື ໃນການຕອບໂຕ້ ແລະປ້ອງກັນ, ຄວບຄຸມພະຍາດດັ່ງກ່າວ ບໍ່ໃຫ້ເກີດຂຶ້ນຢູ່ພາຍໃນແຂວງ ແລະ ຈະນໍາໃຊ້ເຂົ້າໃນວຽກງານດັ່ງກ່າວໃຫ້ຖືກເປົ້າໝາຍ ແລະ ເກີດປະໂຫຍດສູງສຸດ.

ຂ່າວ: ວັດທະນາ ຫລວງອາໄພ