ເປີດແອກັບພັດລົມນອນ ມີຜົນເສຍຕໍ່ສຸຂະພາບທີ່ທຸກຄົນບໍ່ຄວນເບິ່ງຂ້າມ

192

ໄລຍະນີ້ອາກາດຮ້ອນເຮັດໃຫ້ຫຼາຍຄົນຄິດຫາວິທີແກ້ຮ້ອນໃນຮູບແບບຕ່າງໆ, ບາງຄົນກໍຈະເປີດແອ ແລະ ພັດລົມໃນເວລາດຽວກັນ ແຕ່ວ່າຖ້າທ່ານຕາກແອ ແລະ ພັດລົມໃນຂະນະທີ່ນອນຫຼັບຈົນຮອດແຈ້ງ ພໍຕື່ນຂຶ້ນມາກໍເຮັດໃຫ້ເກີດມີອາການຕ່າງໆຂຶ້ນກັບຄົນເຮົາ. ສະນັ້ນ, ທຸກຄົນຕ້ອງລະວັງ ແລະ ຮັກສາສຸຂະພາບຕົນເອງໃຫ້ຫຼາຍຂຶ້ນ.

ຜູ້ຊ່ຽວຊານດ້ານການນອນຫຼັບຕ່າງປະເທດ ກ່າວວ່າ: ເມື່ອພັດລົມເຄື່ອນຍ້າຍໄປ – ມາກໍຈະພັດເອົາຝຸ່ນລະອອງເຂົ້າໄປໃນພົ້ງດັງຂອງເຮົາ. ດັ່ງນັ້ນ, ຫາກທ່ານມີອາການຂອງພະຍາດຫອບຫືດ, ແພ້ຝຸ່ນ ຫຼື ພູມແພ້ທົ່ວໄປນັ້ນ ອາດເປັນສັນຍານອັນຕະລາຍທີ່ຄວນລະວັງໃຫ້ຫຼາຍ.

ຖ້າຫາກພັດລົມຂອງທ່ານມີຝຸ່ນລະອອງເກາະຕິດຫຼາຍເກີນໄປ ນັ້ນກໍໝາຍຄວາມວ່າທຸກຄັ້ງທີ່ທ່ານເປີດພັດລົມແມ່ນກຳລັງພັດເປົ່າຝຸ່ນລະອອງເຂົ້າສູ່ຮ່າງກາຍຂອງຕົນເອງ. ດັ່ງນັ້ນ, ຄວນທຳຄວາມສະອາດພັດລົມເປັນປະຈຳສະໝ່ຳສະເໝີ ຖ້າປ່ອຍປະໄວ້ແບບນີ້ຈະເຮັດໃຫ້ພະຍາດຖາມຫາໂດຍບໍ່ຮູ້ຕົວ ແລະ ອາດສາຍເກີນແກ້ໄດ້.

ການນອນຕາກແອ ຫຼື ພັດລົມຈະມີອີກພະຍາດທີ່ອາດຈະເກີດໄດ້ຄືພະຍາດຜິວໜັງແຫ້ງ ເຮັດໃຫ້ຄັນ ແລະ ອາດຈະເຮັດໃຫ້ເວລານອນບໍ່ສາມາດນອນຫຼັບຕາໄດ້ສະໜິດ ເຊິ່ງເປັນສັນຍານເຕືອນວ່າດວງຕາແຫ້ງຫຼາຍອາດເປັນການກະຕຸ້ນໃຫ້ກັບຮ່າງກາຍ ແລະ ສຳລັບຄົນທີ່ນອນຫຼັບບໍ່ປິດປາກກໍເຊັ່ນກັນ.

ນອກຈາກນີ້, ພັດລົມຈະເປົ່າຈົນເຮັດໃຫ້ພົ້ງດັງແຫ້ງຫາກອາການຮຸນແຮງກວ່ານີ້ກໍອາດຈະເຮັດໃຫ້ຮ່າງກາຍຜະລິດເມືອກທີ່ຫຼາຍຜິດປົກກະຕິ ສົ່ງຜົນເຮັດໃຫ້ທ່ານຮູ້ສຶກຄັດຮູດັງ, ເຈັບຫົວໄດ້ງ່າຍ ແລະ ອາການທີ່ບໍ່ສະແດງໃຫ້ເຫັນກໍຄືເຈັບກ້າມຊີ້ນ, ຖ້າເວລາຕື່ນນອນແລ້ວຮູ້ສຶກເຈັບກ້າມຊີ້ນ ຫຼື ກ້າມຊີ້ນເຄັ່ງຕຶງ ຫຼື ປວດເມື່ອຍ ຄວນລະວັງເປັນພິເສດ ແລະ ຮີບຍ້າຍພັດລົມອອກມານອກຫ້ອງທັນທີ.

ສາເຫດຂອງອາການເຫຼົ່ານີ້ເກີດຂຶ້ນຈາກຄວາມເຂັ້ມຂຸ້ນຂອງອາກາດເຢັນ ທີ່ສາມາດເຮັດໃຫ້ກ້າມຊີ້ນເຄັ່ງຕຶງ ແລະ ຮ້າຍແຮງທີ່ສຸດອາດກໍໃຫ້ເປັນອຳມະພາດ. ດັ່ງນັ້ນ, ຕຳແໜ່ງທີ່ຕັ້ງພັດລົມບໍ່ຄວນຢູ່ໃກ້ໃບໜ້າ ຫຼື ລຳຄໍຫຼາຍເກີນໄປ.

ຮຽບຮຽງໂດຍ: ແກ້ວ; ຂໍ້ມູນຈາກ: todayspot