ກະຊວງສຶກສາ ປຶກສາຫາລືແຜນການເປີດການຮຽນ-ການສອນ ຄືນໃໝ່ ໂດຍກຳນົດເອົາວັນທີ 11 ພຶດສະພາ ຫາກຄວບຄຸມພະຍາດໄດ້

423

ກະຊວງສຶກສາ ແລະ ກິລາ ໄດ້ປືກສາຫາລືແຜນເປີດການຮຽນ-ການສອນ  ຄືນໃໝ່ ໂດຍກຳນົດເອົາ ວັນທີ 11 ພຶດສະພາ 2020 ເປັນມື້ເປີດການຮຽນການສອນຄືນໃໝ່ ແລະ ຈະຈັດຕັ້ງການສອບເສັງໃນໄລຍະເດືອນກໍລະກົດ ເຖິງ ສິງຫາ ປີນີ້ ຖ້າຫາກຫຼັງຈາກວັນທີ 3 ພຶດສະພາ 2020 ຜົນປະເມີນການລະບາດຂອງພະຍາດໂຄວິດ-19 ສາມາດຄວບຄຸມໄດ້, ບໍ່ມີຄວາມສ່ຽງຕໍ່ການຕິດເຊື້ອ,

ອີງຕາມມະຕິກອງປະຊຸມປຶກສາຫາລືກ່ຽວກັບການປະເມີນຄວາມພ້ອມໃນການເປີດຮຽນຄືນໃໝ່ຂອງຂະແໜງການສຶກສາ ສະບັບເລກທີ 1198/ຫກ ລົງວັນທີ 23 ເມສາ 2020 ໃຫ້ຮູ້ວ່າ: ຕະຫຼອດໄລຍະຜ່ານມາ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ໄດ້ເປັນເຈົ້າການໃນການຈັດສັນຄູສອນຈາກໂຮງຮຽນແຫ່ງຕ່າງໆ ແລະ ນັກວິຊາການທີ່ກ່ຽວຂ້ອງໃນການຜະລິດວີດີໂອ ແລະ ອັດສຽງວິທະຍຸການສອນສຳລັບຊັ້ນປະຖົມສຶກສາ ເພື່ອສອນຜ່ານໂທລະພາບ ແລະ ລາຍການວິທະຍຸສຶກສາ ເຊິ່ງສາມາດແກ້ໄຂສະຖານະການສຸກເສີນໄດ້ລະດັບໃດໜຶ່ງ ໃນໄລຍະໂຈະການຮຽນ-ການສອນ.

ບົນພື້ນຖານຜົນສໍາເລັດເບື້ອງຕົ້ນ, ຂໍ້ສະດວກ, ຫຍຸ້ງຍາກ, ສິ່ງທ້າທາຍ ແລະ ບົດຮຽນທີ່ຖອດຖອນໄດ້ໃນໄລຍະປະຕິບັດຕົວຈີງ 3 ອາທິດຜ່ານມາ, ເຫັນດີໃຫ້ຄະນະຮັບຜິດຊອບ ແລະ ສວສ ສືບຕໍ່ປັບປຸງການຜະລິດລາຍການໂທລະພາບ ແລະ ວິທະຍຸສຶກສາ ເພື່ອໃຫ້ກາຍເປັນຊ່ອງທາງໜຶ່ງໃຫ້ຜູ້ຮຽນໃນທຸກຊັ້ນທຸກສາຍຕໍ່ໜ້າ. ພ້ອມກັນນັ້ນ ໃຫ້ສືບຕໍ່ພັດທະນາສອນທາງໂທລະພາບໃຫ້ກາຍເປັນການຮຽນທາງໄກຜ່ານດາວທຽມ ແລະ ສົ່ງເສີມການການຮຽນ-ການສອນທາງອອນລາຍຂອງຄູ, ນັກຮຽນ-ນັກສຶກສາ ເທື່ອລະກ້າວ ເພື່ອປັບປຸງ ແລະ ຫັນປ່ຽນໃໝ່ໃນການຈັດການຮຽນ-ການສອນໃຫ້ທັນຍຸກສະມາດດິຈີຕ໋ອນ ແລະ ເຮັດໃຫ້ລະບົບການສຶກສາສາມາດຮອງຮັບສະຖານະການສຸກເສີນໄດ້ໃນອະນາຄົດ.


ນອກນັ້ນ, ການເກັບກໍາຂໍ້ມູນການຮຽນ-ການສອນ, ການນໍາໃຊ້ສະຖານການສຶກສາ ແລະ ສະໜາມກິລາ ທີ່ເປັນບ່ອນຈຳກັດບໍລິເວນ, ການກຽມຄວາມພ້ອມໃນການເປີດຮຽນຄືນ. ການຄຸ້ມຄອງນັກສຶກສາລາວ ແລະ ຂໍ້ສະເໜີຕ່າງຂອງ 7 ພາກສ່ວນຈາກສູນກາງ ແລະ 15 ພາກສ່ວນຈາກທ້ອງຖິ່ນ ແລະ ການຄົ້ນຄວ້າພິຈາລະນາຂອງຄະນະນໍາກະຊວງ ສສກ ເຫັນດີເປັນເອກະພາບ ໃນ 3 ຂໍ້ເຊັ່ນ:

  1. ຖ້າຜົນປະເມີນການລະບາດຂອງພະຍາດໂຄວິດ-19 ຫຼັງຈາກວັນທີ 3 ພຶດສະພາ 2020 ສາມາດຄວບຄຸມໄດ້, ບໍ່ມີຄວາມສ່ຽງຕໍ່ການຕິດເຊື້ອ ແລະ ລັດຖະບານອະນຸມັດໃຫ້ເປີດການຮຽນ-ການສອນຄືນ, ສສກ ຈະເປີດການຮຽນແຕ່ການສຶກສາກ່ອນໄວ, ສາມັນສຶກສາ, ສ້າງຄູ, ອະຊີວະ, ການສຶກສາຊັ້ນສູງ, ການສຶກສາສົງ, ທຸລະກິດ ແລະ ກິດຈະກຳການຍະກຳທຸກຮູບແບບ ລວມທັງສະໜາມກິລາໃນເດີ່ນແຈ້ງ ແລະ ໃນຮົ່ມ ໃນວັນທີ 11 ພຶດສະພາ 2020 ແລະ ຈະດຳເນີນການຮຽນ-ການສອນທົດແທນຈົນຮອດກາງເດືອນກໍລະກົດ ແລະ ຈັດຕັ້ງການສອບເສັງໃນເດືອນກໍລະກົດ ຫາ ສິງຫາ.

2 ຖ້າຫາກລັດຖະບານມີຄຳສັ່ງປິດບາງແຂວງ ສສກ ຈະປຶກສາກັນຄືນໃໝ່ໃນການປະຕິບັດຕົວຈິງ.

3 ສະເໜີໃຫ້ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ແຈ້ງໃຫ້ພາກສ່ວນກ່ຽວຂ້ອງດຳເນີນການພົ່ນຢາ ຂ້າເຊື້ອສະຖານການສຶກສາທຸກແຫ່ງທີ່ຖືກນໍາໃຊ້ເປັນບ່ອນກັກບໍລິເວນແຮງງານລາວ ທີ່ມາຈາກຕ່າງປະເທດ, ສະໜອງສະບູ, ເຈວລ້າງມື, ເຮັດບ່ອນລ້າງມື, ເຄື່ອງວັດແທກອຸນຫະພູມ ແລະ ຜ້າປິດປາກ-ດັງໃຫ້ແກ່ໂຮງຮຽນ. ສຳລັບການສ້ອມແປງສະຖານການສຶກສາ ສະເໜີໃຫ້ເປັນການປະກອບສ່ວນຂອງຜູ້ບໍລິຫານໂຮງຮຽນ, ຄູ-ອາຈານ ແລະ ພໍ່ແມ່ປະຊາຊົນ ແລະ ຄະນະພັດທະນາການສຶກສາທຸກຂັ້ນ.

ສຳລັບ ສະຖານການສຶກສາ ພາກເອກະຊົນ ໃຫ້ຜູ້ປະກອບການຈ່າຍເງິນເດືອນໃຫ້ແກ່ພະນັກງານຄູ ປົກກະຕິໃນເດືອນເມສາ ຕໍ່າສຸດບໍ່ໃຫ້ຫຼຸດ 50% ຂອງເງິນເດືອນປົກກະຕິ ແລະ ບໍ່ໃຫ້ຫຼຸດຄ່າແຮງງານຂັ້ນຕໍ່າ ແລະ ໃຫ້ຜູ້ປົກຄອງຈ່າຍເງິນຄ່າຮຽນໃຫ້ສະຖານປະກອບການປົກກະຕິໃນເດືອນເມສາ ຕໍ່າສຸດບໍ່ໃຫ້ຫຼຸດ 50% ຂອງຄ່າຮຽນປົກກະຕິ.