ເຕັກນິກການຜະລິດຝຸ່ນບົ່ມປັບປຸງບໍາລຸງດິນ

216

ຝຸ່ນບົ່ມແມ່ນຝຸ່ນອິນຊີຊະນິດໜຶ່ງ ທີ່ໄດ້ຈາກການນໍາເອົາເສດພືດຕ່າງໆມາບົ່ມໄວ້ໃຫ້ຜຸເປື່ອຍ ຈົນກາຍຈາກສະພາບເດີມມາເປັນສີນໍ້າຕານປົນດໍາທີ່ມີລັກສະນະອ່ອນນວນ ແລະ ບໍ່ມີກິ່ນເໝັນ, ແຕ່ຖ້າເວົ້າເຖິງຄຸນປະໂຫຍດຂອງມັນແລ້ວມີຫຼາກຫຼາຍ ເປັນຕົ້ນແມ່ນ: ຊ່ວຍໃນການປັບປຸງບໍາລຸງດິນ, ເພີ່ມປະລິມານອິນຊີວັດຖຸແກ່ດິນ ແລະ ທາດອາຫານໃຫ້ແກ່ພືດ, ເຮັດໃຫ້ສະພາບໂຄງສ້າງຂອງດິນເໝາະສົມຕໍ່ການເຕີບໂຕຂອງພືດ ແລະ ຜຸຜຸ່ຍສະດວກໃນການກຽມດິນ, ເພີ່ມການລະບາຍອາກາດ ແລະ ນໍ້າໃນດິນໜຽວ ພ້ອມເພີ່ມຄວາມສາມາດອູ້ມນໍ້າໃນດິນຊາຍ.

ນອກຈາກນີ້, ຍັງຊ່ວຍຫຼຸດຜ່ອນໃນການໃຊ້ຝຸ່ນເຄມີ, ຊ່ວຍເພີ່ມຜົນຜະລິດກະສິກໍາໄດ້ດີ ແລະ ເປັນວັດຖຸທີ່ຫາໄດ້ງ່າຍໃນທ້ອງຖິ່ນ, ຊ່ວຍກໍາຈັດເສດພືດ ແລະ ວັດສະພືດທັງຫຼາຍໃຫ້ໝົດໄປ, ຊ່ວຍເຮັດໃຫ້ສະພາບແວດລ້ອມ, ບໍລິເວນທີ່ຢູ່ອາໄສສະອາດຂຶ້ນ ທັງຊ່ວຍຫຼຸດຜ່ອນການເກີດອຸບັດເຫດຈາກການຈູດເຜົາທໍາລາຍເສດພືດນໍາອີກ.

ສ່ວນວິທີການເຮັດວັດຖຸທີ່ຕ້ອງກະກຽມ ມີຄື: ເສດພືດຕ່າງໆອັນເປັນວັດຖຸເສດເຫຼືອ ເຊັ່ນ: ເຟືອງ, ຕໍເຟືອງ, ຕົ້ນ ແລະ ລໍາສາລີ, ເປືອກໝາກຖົ່ວ, ເສດຫຍ້າ, ໃບໄມ້ທຸກຊະນິດ; ວັດຖຸເສດເຫຼືອຈາກໂຮງງານອຸດສາຫະກໍາ ເຊັ່ນ: ຂີ້ແກບ, ຂີ້ເລື່ອຍ, ເສດອ້ອຍ ແລະ ອື່ນໆ; ຝຸ່ນເລັ່ງເພື່ອໃຊ້ເປັນແຫຼ່ງອາຫານຂອງຈຸລິນຊີ, ເຊື້ອຈຸລິນຊີເພື່ອເພີ່ມປະລິມານຂອງຈຸລິນຊີໃນກອງຝຸ່ນບົ່ມ ຊ່ວຍໃຫ້ເປັນຝຸ່ນບົ່ມໄວຂຶ້ນ; ອຸປະກອນຮັບໃຊ້ ເຊັ່ນ: ຈົກ ຊວ້ານ, ຄາດ, ບົວຫົດນໍ້າ, ອ່າງນໍ້າ, ໄມ້ແມັດ, ຜ້າຢາງປົກ, ພ້າ, ກະຕ່າ ຫຼື ເຂັ້ງ.

ວິທີການເຮັດ: ກອງເສດເຟືອງ 20 ຫາ 30 ຊັງຕີແມັດ ແລ້ວຂຶ້ນຢຽບໃຫ້ແໜ້ນພ້ອມຫົດນໍາໃຫ້ຊຸ່ມ, ນໍາເອົາຝຸ່ນຄອກໂຮຍໃສ່ເທິງກອງເຟືອງເປັນຊັ້ນທີ 2 ໂດຍໃຫ້ໜາປະມານ 5 ຊັງຕີແມັດ; ເອົາຂີ້ເຖົ່າ ຫຼື ປູນຂາວພ້ອມເສດຂີ້ເລື່ອຍ, ຂີ້ແກບໂຮຍບາງໆໃຫ້ທົ່ວແລ້ວປົກດ້ວຍດິນລະອຽດປະມານ 2,5 ຊັງຕີແມັດ; ໃສ່ຈຸລິນຊີໃນແຕ່ລະຊັ້ນໃຫ້ທົ່ວໃນອັດຕາສ່ວນ 200 ກຣາມ, ປະສົມນໍ້າ 20 ລິດຕໍ່ເຟືອງ 1 ໂຕນ. ຫຼັງຈາກເຮັດສໍາເລັດແລ້ວກໍສືບຕໍ່ເຮັດຄືນໃໝ່ຕາມຂັ້ນຕອນເກົ່າຈົນກວ່າກອງຝຸ່ນຈະມີຄວາມສູງປະມານ 1 ຫາ 1,5 ແມັດ. ຫຼັງຈາກນັ້ນ, ໃຫ້ເອົາຜ້າຢາງ ຫຼື ໃບກ້ວຍປົກຄຸມໄວ້ ແລະ ປົກທັບດ້ວຍເຟືອງອີກຄັ້ງ, ແຕ່ຖ້າມີເງື່ອນໄຂຄວນມຸງ ແລະ ເຮັດຮ່ອງລະບາຍນໍ້າອອກຈາກໜານຝຸ່ນ.

ໄລຍະເວລາໃນການເຮັດຝຸ່ນບົ່ມ: ແມ່ນຂຶ້ນກັບລະດູການ ຖ້າຫາກເປັນຍາມໜາວນັບແຕ່ເດືອນພະຈິກ ຫາ ມີນາ ໃຊ້ເວລາບົ່ມຢ່າງໜ້ອຍ 45 ວັນ, ຫາກເປັນລະດູຮ້ອນນັບແຕ່ເດືອນເມສາ ຫາ ກັນຍາ ໃຊ້ເວລາບົ່ມ 25 ຫາ 30 ວັນ ກໍສາມາດນໍາເອົາໄປໃຊ້ໄດ້, ແຕ່ສິ່ງສໍາຄັນຫຼັງຈາກບົ່ມຝຸ່ນໄປໄດ້ 1 ຫາ 2 ອາທິດ ໃຫ້ປີ້ນກອງຝຸ່ນເພື່ອໃຫ້ອາກາດຖ່າຍເທ ແລະ ເຮັດໃຫ້ເຟືອງຂ້າງນອກທີ່ຍັງບໍ່ທັນຂະຫຍາຍຕົວປີ້ນກັບເຂົ້າໄປໃນກອງຝຸ່ນ. ທັງນີ້, ສະຖານທີ່ທີ່ເໝາະສົມແກ່ການເຮັດຝຸ່ນບົ່ມຕ້ອງຕັ້ງຢູ່ໃກ້ກັບແຫຼ່ງນໍ້າແຕ່ຕ້ອງເປັນບ່ອນທີ່ນໍ້າບໍ່ຖ້ວມເຖິງ, ໃຫ້ຢູ່ໃກ້ກັບສະຖານທີ່ທີ່ຈະນໍາເອົາຝຸ່ນໄປໃຊ້, ສ່ວນພື້ນທີ່ຮອງກອງຝຸ່ນຕ້ອງເຮັດໃຫ້ຮາບພຽງ ອາດຈະຂຸດເປັນຂຸມ ຫຼື ເຮັດເປັນອ່າງກໍໄດ້.

ທີ່ມາ: ລາວ 44 ຂໍ້ມູນ – ຂ່າວສານເພື່ອການພັດທະນາ