ລັດແຈ້ງ! ໃຫ້ສືບຕໍ່ປິດໂຮງງານອຸດສາຫະກຳປຸງແຕ່ງ ທີ່ມີຄວາມສ່ຽງລະບາດເຊື້ອໂຄວິດ-19

102

ເພື່ອໃຫ້ຫຼຸດຄວາມສ່ຽງຕໍ່ການລະບາດຂອງພະຍາດໂຄວິດ-19 ລັດຖະບານມີແຈ້ງການໃຫ້ສືບຕໍ່ປິດການດໍາເນີນກິດຈະການຊົ່ວຄາວ ສໍາລັບໂຮງງານອຸດສາຫະກໍາປຸງແຕ່ງ ຍົກເວັ້ນໂຮງງານທີ່ອະນຸຍາດໃຫ້ສືບຕໍ່ດຳເນີນກິດຈະການ.

ກະຊວງສາຫະກໍາ ແລະ ການຄ້າ ອອກແຈ້ງການ ເລກທີ 0422/ອນ.ກອຫ, ນະຄອນຫຼວງວຽງຈັນ, ວັນທີ 22 ເມສາ 2020 ເຖິງທ່ານຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ, ຜູ້ອຳນວຍການໂຮງງານອຸດສາຫະກຳປຸງແຕ່ງ ໃນຂອບເຂດທົ່ວປະເທດ ເລື່ອງການດຳເນີນກິດຈະການໂຮງງານອຸດສາຫະກໍາປຸງແຕ່ງ ໃນໄລຍະຕໍ່ເວລາການປະຕິບັດຄໍາສັ່ງ ສະບັບເລກທີ 06/ນຍ ໃຫ້ປະຕິບັດດັ່ງລຸ່ມນີ້:

ພາບປະກອບຂ່າວເທົ່ານັ້ນ

1 ໃຫ້ສືບຕໍ່ປິດການດໍາເນີນກິດຈະການຊົ່ວຄາວ ສໍາລັບໂຮງງານອຸດສາຫະກໍາປຸງແຕ່ງ ທີ່ມີຄວາມສ່ຽງຕໍ່ການລະບາດຂອງພະຍາດໂຄວິດ-19 ໄປຈົນເຖິງວັນທີ 3 ພຶດສະພາ 2020, ຍົກເວັ້ນ ໂຮງງານອຸດສາຫະກຳປຸງແຕ່ງ 43 ກິດຈະການ ທີ່ໃຫ້ສືບຕໍ່ດຳເນີນກິດຈະການ ( ບັນຊີເປີດ ) ຄື: ການດຳເນີນງານ ແລະ ການເກັບຮັກສາຊີ້ນ, ຂະບວນການຜະລິດ ແລະ ການເກັບຮັກສາປາ ແລະ ສັດນ້ຳ, ຂະບວນການຜະລິດ ແລະ ການເກັບຮັກສາໝາກໄມ້ ແລະ ຜັກ, ການປຸງແຕ່ງຜັກ, ນ້ຳມັນສັດ ແລະ ໄຂມັນ, ການປຸງແຕ່ງຜະລິດຕະພັນນົມ, ການປຸງແຕ່ງຜະລິດຕະພັນເມັດພືດທີ່ສີແລ້ວ, ຜະລິດຕະພັນແປ້ງສຳລັບອາຫານ ແລະ ອຸດສາຫະກຳປຸງແຕ່ງ, ການຜະລິດສະບຽງອາຫານອື່ນໆ, ການຜະລິດເຄື່ອງດື່ມຄື ນ້ໍາຫວານອັດລົມ ແລະ ໂສດາ, ນ້ໍາດື່ມ ແລະ ນ້ຳແຮ່ທາດ, ການຜະລິດເຈ້ຍ ແລະ ຜະລິດຕະພັນເຈ້ຍ, ການຜະລິດສານເຄມີຂັ້ນພື້ນຖານ, ຝຸ່ນວິທະຍາສາດ ແລະ ສ່ວນປະສົມໄນໂຕຣເຈນ, ປລາສຕິກ ແລະ ຢາງສັງເຄາະໃນແບບຊົງເບື້ອງຕົ້ນ ແລະ ອື່ນໆຕາມເອກະສານຊ້ອນທ້າຍ 1 ຂອງແຈ້ງການສະບັບນີ້.

2 ໂຮງງານອຸດສາຫະກໍາປຸງແຕ່ງໃນບັນຊີເປີດ ລວມມີໂຮງງານຜະລິດສິນຄ້າບໍລິໂພກ, ຢາປົວພະຍາດ, ເຄື່ອງປ້ອງກັນການລະບາດພະຍາດ ແລະ ອຸປະກອນການແພດ, ຜະລິດເສື້ອຜ້າຊຸດປ້ອງກັນພະຍາດຂອງແພດໝໍ ແລະ ໜ່ວຍງານປ້ອງກັນພະຍາດ, ໂຮງຊ່າງຫັດຖະກໍາ ແລະ ໂຮງງານທີ່ສະໜອງຜະລິດຕະພັນພາຊະນະບັນຈຸ ແລະ ການພິມ ໃຫ້ບັນດາໂຮງງານອຸດສາຫະກຳທີ່ກ່າວມານີ້ ແມ່ນສາມາດດໍາເນີນກິດຈະການເປັນປົກກະຕິ.

3 ໂຮງງານອຸດສາຫະກໍາປຸງແຕ່ງ ທີ່ບໍ່ນອນໃນບັນຊີເປີດ ແຕ່ມີຈຸດປະສົງຂໍອະນຸຍາດດຳເນີນກິດຈະການໃນໄລຍະປີດຊົ່ວຄາວນີ້ ແລະ ມີຄວາມຈຳເປັນຕ້ອງດໍາເນີນການຜະລິດ ເພື່ອສົ່ງຜະລິດຕະພັນໃຫ້ລູກຄ້າຕາມສັນຍາ, ຫາກສາມາດປະຕິບັດຕາມເງື່ອນໄຂ ແລະ ມາດຕະການທີ່ຄະນະສະເພາະກິດຂັ້ນສູນກາງວາງອອກ ຢ່າງຄົບຖ້ວນ ໃຫ້ສ້າງມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂອງຕົນແລ້ວ ສະເໜີມາຍັງຂະແໜງການອຸດສາຫະກໍາ ແລະ ການຄ້າ ເພື່ອສະເໜີໃຫ້ຄະນະກຳມະການ ( ປະກອບດ້ວຍຂະແໜງອຸດສາຫະກຳ ແລະ ການຄ້າ, ສາທາລະນະສຸກ, ແຮງງານ ແລະ ສະຫວັດດີການສັງຄົມ ແລະ ອໍານາດການປົກຄອງທ້ອງຖິ່ນ ) ກວດກາ ການປະຕິບັດໃຫ້ສອດຄ່ອງກັບຄຳແນະນໍາກ່ຽວກັບເງື່ອນໄຂ ແລະ ມາດຕະການຕາມເອກະສານຊ້ອນທ້າຍ 2 ແລະ ພິຈາລະນາເປັນແຕ່ລະກໍລະນີ.

4 ໂຮງງານອຸດສາຫະກໍາປຸງແຕ່ງທີ່ໄດ້ຮັບອະນຸຍາດໃຫ້ມີການຜະລິດ ຕາມບັນຊີເປີດ (ເອກະສານຊ້ອນທ້າຍ 1 ຕາມຂໍ້ 3 ຄື ມີຫໍພັກຂອງພະນັກງານ-ກຳມະກອນ ທີ່ບໍ່ແອອັດ ແລະ ບ່ອນນອນຫ່າງກັນຢ່າງໜ້ອຍ 1 ແມັດ ຂຶ້ນໄປ)  ຕ້ອງປະຕິບັດຕາມຄໍແນະນໍາກ່ຽວກັບເງື່ອນໄຂ ແລະ ມາດຕະການທີ່ຄະນະສະເພາະກິດຂັ້ນສູນກາງວາງອອກ, ລະບຽບການດ້ານສຸຂະນາໄມຕ່າງໆ ຢ່າງເຂັ້ມງວດ ໂດຍຮັບຜິດຊອບຕໍ່ການລະບາດຂອງພະຍາດໂຄວິດ-19 ທີ່ອາດເກີດຂຶ້ນໃນຂອບເຂດກິດຈະການຂອງຕົນທັງໝົດແຕ່ພຽງຜູ້ດຽວ, ໃຫ້ລາຍງານການດຳເນີນກິດຈະການໂດຍລະບຸການປະຕິບັດມາດຕະການຮັບມືການລະບາດຂອງພະຍາດໂຄວິດ-19 ໃຫ້ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງທຸກໆວັນອັງຄານ ເພື່ອສັງລວມລາຍງານມາຍັງກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ ເປັນປະຈຳທຸກໆວັນພຸດ.

ພາບປະກອບຂ່າວເທົ່ານັ້ນ

5 ຖ້າພົບກໍລະນີສົງໄສ ຫຼື ພົບສະພາບທີ່ບໍ່ປອດໄພໃຫ້ປິດໂຮງງານທັນທີ ໂດຍປະສານຫາຄະນະສະເພາະກິດຂັ້ນ, ແຂວງ ຫຼື ຂັ້ນສູນກາງ ເຂົ້າມາກວດກາ ຢ່າງຮີບດ່ວນ.

6 ການກວດກາ ການປະຕິບັດຕາມຄໍາແນະນຳໃນການປ້ອງກັນພະຍາດໂຄວິດ-19 ຄື 1) ໃນກໍລະນີໂຮງງານທີ່ຕັ້ງຢູ່ໃນນະຄອນຫຼວງວຽງຈັນ ສະເໜີຂໍດໍາເນີນການຜະລິດໃຫ້ກົມອຸດສາຫະກຳ ແລະ ຫັດຖະກຳ ສົມທົບກັບພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງ ແລະ ຄະນະກຳມະການລົງກວດກາຕົວຈິງ ແລະ ເຮັດສັນຍາ ຫຼື ເຮັດບົດບັນທຶກກັບໂຮງງານນັ້ນໆ ແລະ 2) ໂຮງງານທີ່ສະເໜີຂໍດໍາເນີນການຜະລິດຢູ່ໃນແຂວງຕ່າງໆ ໃຫ້ພະແນກອຸດສາຫະກໍາ ແລະ ການຄ້າແຂວງຕິດຕໍ່ຫາກົມອຸດສາຫະກຳ ແລະ ຫັດຖະກຳ ໂດຍໄວ ເພື່ອແນະນຳລາຍລະອຽດໃນການກວດກາ ແລະສ້າງສັນຍາ ຫຼື ເຮັດບົດບັນທຶກ. ໃນກໍລະນີຫາກປະຕິບັດໄດ້ຄົບຕາມເງື່ອນໄຂ ແລະ ມາດຕະການ ຕາມຄຳແນະນຳຂອງຄະນະສະເພາະກິດ (ເອກະສານຊ້ອນທ້າຍ 2) ໃຫ້ພະແນກອຸດສາຫະກໍາ ແລະ ການຄ້າແຂວງແລະ ຄະນະກຳມະການ ລາຍງານຂໍອະນຸມັດນໍາຄະນະສະເພາະກິດຂັ້ນແຂວງ.

ພາບປະກອບຂ່າວເທົ່ານັ້ນ

7 ມອບໃຫ້ກົມອຸດສາຫະກໍາ ແລະ ຫັດຖະກໍາ, ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ເຜີຍແຜ່, ແນະນຳ ແລະ ຈັດຕັ້ງປະຕິບັດແຈ້ງການສະບັບນີ້.

ພາບປະກອບຂ່າວຈາກ: ຕ່າງປະເທດ