ກຽມຮັບມື! ອາທິດນີ້ອາກາດຍັງຈະສືບຕໍ່ຮ້ອນເອົ້າໄປອີກ ພ້ອມລະວັງມີລົມພັດແຮງຢູ່ບາງທ້ອງຖິ່ນ

97

ກົມອຸຕຸນິຍົມ ແລະ ອຸທົກກະສາດເຜີຍອາທິດນີ້ ຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນເອົ້າຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນເອົ້າ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກບົດລາຍງານສະພາບອາກາດ ສະບັບເລກທີ 0436/ກອຕທ, ນະຄອນຫຼວງວຽງຈັນ ວັນທີ 20 ເມສາ 2020 ຄາດຄະເນສະພາບອາກາດ ໃນໄລຍະວັນທີ່ 20 ຫາ 26 ເມສາ 2020 ວ່າ: ໃນໄລຍະວັນທີ 20 ຫາ 23 ເມສານີ້ ຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນເອົ້າທີ່ມີກໍາລັງປານກາງຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ພ້ອມດຽວກັນກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນເອົ້າພ້ອມມີໝອກແຫ້ງປົກຫຸ້ມໃນຕອນກາງເວັນ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ຈາກນັ້ນວັນທີ 24 ຫາ 26 ເມສາ ຄວາມກົດດັນອາກາດສູງຂອງອາກາດເຢັນ ຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອອນ ເຊິ່ງຈະເຮັດໃຫ້ອາກາດເຢັນໃນຕອນເຊົ້າ ແລະ ຍັງຈະມີຝົນຕົກຟ້າເຫຼື້ອມໃນລະດັບຄ່ອຍ ແລະ ຕົກປານກາງພ້ອມມີລົມພັດແຮງຢູ່ບາງທ້ອງຖີ່ນ ແຂວງພາກເໜືອດ້ານຕາເວັນອອກລົງ ຫາ ພາກກາງ ແລະ ພາກໃຕ້. ຄາດຄະເນສະພາບອາກາດ ໃນແຕ່ລະພາກສາມາດຕິດຕາມອ່ານຕາມແຈ້ງການດັ່ງລຸ່ມນີ້:

ພ້ອມນັ້ນ, ກົມອຸຕຸນິຍົມ ແລະ ອຸທົກກະສາດ ຍັງມີຄຳເຕືອນໃນໄລຍະວັນທີ 22 ຫາ 24 ເມສາ 2020 ກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ຈະມີກຳລັງແຮງພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ ເຊິ່ງຈະເຮັດໃຫ້ມີຟ້າຜ່າ ແລະ ມີລົມພັດແຮງ ທີ່ອາດຈະເຮັດໃຫ້ຕົ້ນໄມ້ໃຫຍ່ ແລະ ເສົາໄຟຟ້າຫັກລົ້ມ ໃນໄລຍະຕອນບ່າຍ ຫາ ກາງຄືນ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອໍານາດການປົກຄອງ ແລະ ປະຊາຊົນບັນດາເຜົ່າ ໃຫ້ມີສະຕິລະມັດລະວັງ ຕໍ່ສະພາບອາກາດຮ້າຍແຮງ ທີ່ຈະເກີດຂຶ້ນ.