ຄຳມ່ວນຈັດເຕັມຂ້າເຊື້ອຕາມຖະໜົນໃຫ່ຍເຖິງບໍ່ມີຜູ້ຕິດເຊື້ອກໍຕາມ

202

ໃນວັນທີ 19 ເມສາ ຜ່ານມາ ມູນນິທິຊ່ວຍເຫລືອຜູ້ປະສົບໄພແຂວງຄຳມ່ວນ 1624 ( ໜ່ວຍງານກູ້ໄພພົ່ນຢາຂ້າເຊື້ອ) ໄດ້ພົ່ນຢາຂ້າເຊື້ອພະຍາດໃນເທດສະບານເມືອງທ່າແຂກໂດຍສະເພາະແມ່ນໂຮງໝໍແຂວງ ແລະ ເສັ້ນທາງເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 .

ທ່ານ ກ້ອນແກ້ວ ອຸດອນ ຜູ້ຊີ້ນຳມູນນິທິ 1624 ກ່າວວ່າ: ການພົ່ນຢາຄັ້ງນີ້ກໍເພື່ອສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19 ໂດຍເລີ່ມແຕ່ວັນທີ 25 ມີນາ ເປັນຕົ້ນມາ ຢູ່ຕາມໂຮງໝໍ ແລະ ສຳນັກງານຕ່າງໆລວມທັງເສັ້ນທາງພາຍໃນເທດສະບານເມືອງທ່າແຂກ 3 ເທື່ອຕໍ່ມື້.

ແນວໃດກໍ່ດີຂໍຮຽກຮ້ອງພໍ່ແມ່ປະ ຊາຊົນຈົ່ງເປັນເຈົ້າການຮ່ວມມືໃນເວລາປະຕິບັດໜ້າທີ່ ແລະ ປະຕິບັດຫລັກການຢູ່ເຮືອນເພື່ອຫລີກເວັ້ນການແຜ່ລະບາດຂອງພະຍາດ ແລະ ຖ້າພໍ່ແມ່ປະຊາຊົນຕ້ອງການໃຫ້ພວກເຮົາໄປພົ່ນໃຫ້ຢູ່ເຮືອນຂອງທ່ານກໍ່ສາມາດແຈ້ງມາ 1624 ໂດຍບໍ່ເສຍຄ່າໃຊ້ຈ່າຍ.

ຈາກ: ຂປລ