ສຸດເສົ້າພວກເຮົາສູນເສຍທ່ານ ສຈ. ດຣ ພັນດວງຈິດ ວົງສາ ໄປຕະຫຼອດການ

219

ຄະນະບໍລິຫານງານສູນກາງພັກ, ລັດຖະບານ, ສະພາແຫ່ງຊາດ, ສູນກາງແນວລາວສ້າງຊາດ ພ້ອມດ້ວຍຄອບຄົວ ວົງສາ, ຂໍແຈ້ງຂ່າວເສົ້າສະລົດໃຈ ມາຍັງເພື່ອນມິດສະຫາຍ ຍາດຕິພີ່ນ້ອງ ຊາບທົ່ວເຖິງກັນວ່າ:

ທ່ານ ສຈ. ດຣ ພັນດວງຈິດ ວົງສາ ອະດີດກໍາມະການສູນກາງພັກ ສະໄຫມທີ VI, VII, VII ແລະ IX, ອາດິດຄະນະເລຂາສູນກາງຊາວຫນຸ່ມ ປະຊາຊົນປະຕິວັດລາວ, ຫົວຫນ້າສະຖາບັນການເມືອງ-ການປົກຄອງແຫ່ງຊາດ; ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ວັດທະນະທໍາ, ຫົວຫນ້າຄະນະໂຄສະນາອົບຮົມ ສູນກາງພັກ; ປະທານສູນກາງແນວລາວສ້າງຊາດ, ອະດີດສະມາຊິກສະພາແຫ່ງຊາດ ຊຸດທີ T, VI ແລະ VII; ຜູ້ເປັນພໍ່ເຖົ້າ, ລຸງ, ອ້າຍ ໄດ້ເຖິງແກ່ມໍລະນະກໍາ ໃນເວລາ 00:30 ໂມງ ຂອງວັນພະຫັດ, ວັນທີ 16 ເມສາ 2020 ດ້ວຍພະຍາດຂອງເພິ່ນເອງ ລວມອາຍຸ 73 ປີ.

ປັດຈຸບັນ ສົບ ໄດ້ຈັດຕັ້ງບໍາເພັນກຸສົນ ຢູ່ທີ່ເຮືອນຂອງເພິ່ນເອງ ທີ່ບ້ານ ຮ່ອງແກ, ຮ່ອມ 13 ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ.

ວັນຊາປະກິດສົບ ຈະໄດ້ຈັດຂື້ນ ໃນວັນອາທິດ, ວັນທີ 19 ເມສາ 2020 ທີ່ວັດ ເທບນິມິດ ທາດຝຸ່ນ ໃນເວລາ 13:00 ໂມງ.

ວັນຈັນ, ວັນທີ 20 ເມສາ 2020 ເປັນມື້ຫ້າງຫາກະກຽມເຄື່ອງໄຊຍະທານຕ່າງໆ.

ວັນອັງຄານ, ວັນທີ 21 ເມສາ 2020 ເປັນມື້ໃສ່ບາດ ຖວາຍສັງຄະທານເລີກມຸງຄຸນ ແດ່ພະສົງ 9 ອົງ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງການຈັດຕັ້ງພັກ-ລັດ, ເພື່ອນມິດສະຫາຍ, ຍາດຕິພີ່ນ້ອງຊາບທົ່ວເຖິງກັນ.