ເຂົ້າໜົມຫວານໝາກມ່ວງ ( ສູດບໍ່ໄດ້ອົບ )

95

ມື້ນີ້ພວກເຮົານຳເອົາສູດເຮັດເຂົ້າໜົມແບບບໍ່ຕ້ອງໃຊ້ເຕົາອົບມາຝາກ ຮັບຮອງວ່າຕ້ອງຖືກໃຈຫຼາຍຄົນແນ່ນອນ ເພາະຈະໄດ້ນຳເອົາໝາກມ່ວງສຸກກິ່ນຫອມໆມາເຮັດເປັນເຂົ້າໜົມໝາກມ່ວງແບບບໍ່ຕ້ອງງໍ້ເຕົາອົບອີກຕໍ່ໄປ ເຮົາມາເບິ່ງສ່ວນປະສົມ ແລະ ວິທີເຮັດພ້ອມກັນ ດັ່ງນີ້:

ສ່ວນປະສົມ: ເຂົ້າໜົມປັງ ຫຼື ຄຸກກີ້ເນີຍ ( ບົດໃຫ້ລະອຽດ ) 200 ກຣາມ, ເນີຍເຄັມ 100 ກຣາມ, ນ້ຳຕານ ( ບົດໃຫ້ລະອຽດ ) 30 ກຣາມ, ແມ່ພິມບໍ່ວ່າຈະເປັນຈອກເຈ້ຍ ຫຼື ຈອກພິມຕ່າງໆ.

ສ່ວນປະສົມຄຣີມຊີສໝາກມ່ວງ: ເຈລາຕິນ 5 ແຜ່ນ ຫຼື ຊະນິດຜົງ 1 ບ່ວງແກງ, ຄຣີມຊີສ 250 ກຣາມ, ນ້ຳຕານ ( ບົດລະອຽດ ) 100 ກຣາມ, ວິບປິ້ງຄຣີມ 120 ກຣາມ, ນ້ຳໝາກນາວ 1 ບ່ວງແກງ, ໝາກມ່ວງສຸກ ( ຊອຍນ້ອຍໆ ) 200 ກຣາມ, ໝາກມ່ວງສຸກ ( ຊອຍສີ່ຫຼ່ຽມ ) 100 ກຣາມ.

ວິທີປຸງແຕ່ງ:

1 ເລີ່ມຕົ້ນດ້ວຍການເຮັດຖາດພາຍກ່ອນ ໂດຍເອົາຄຸກກີ້, ເນີຍເຄັມ ແລະ ນ້ຳຕານປະສົມໃຫ້ເຂົ້າກັນແລ້ວນຳໄປໃສ່ກົ້ນແມ່ພິມປະມານ 1 – 2 ບ່ວງແກງ ແລ້ວອັດໃຫ້ຄຸກກີ້ຕິດກົ້ນຖາດ ( ເກັບໄວ້ໃນຕູ້ເຢັນ ). ຈາກນັ້ນ, ກໍເຮັດຄຣີມຊີສກ່ອນ ໂດຍເອົາເຈລາຕິນໄປແຊ່ໃນນ້ຳເຢັນແລ້ວນຳໄປລະລາຍໃນເຕົາໄມໂຄເວັບ ປະມານ 10 ວິນາທີ.

2 ເມື່ອຮຽບຮ້ອຍແລ້ວໃຫ້ເອົານ້ຳຕານ, ວິບປິ້ງຄຣີມ ແລະ ນ້ຳໝາກນາວລົງພ້ອມຄົນໃຫ້ທຸກຢ່າງເຂົ້າກັນດີ ແລ້ວຈຶ່ງເອົາໝາກມ່ວງ 200 ກຣາມ ລົງພ້ອມເຈລາຕິນທີ່ລະລາຍຮຽບຮ້ອຍ ( ຕີສ່ວນປະສົມດ້ວຍເຄື່ອງຈັກ ). ສຸດທ້າຍແມ່ນໃຫ້ເອົາໝາກມ່ວງ 100 ກຣາມລົງ ແລະ ໃຊ້ໄມ້ຄົນຈະບໍ່ໃຊ້ເຄື່ອງຈັກຕີ.

3 ຫຼັງຈາກຄຣີມຊີສໝາກມ່ວງໄດ້ແລ້ວໃຫ້ຕັກໃສ່ແມ່ນພິມທີ່ກຽມໄວ້ຕາມແຕ່ຂະໜາດຂອງຈອກ ແລະ ນຳເຂົ້າຕູ້ເຢັນພໍໃຫ້ຄຣີມຊີສແຂງໂຕ, ເວລາເສີບໃຫ້ເອົາໝາກມ່ວງ ຫຼື ວິບປິ້ງຄຣີມແຕ່ງໜ້າເລັກໜ້ອຍເປັນອັນວ່າຮຽບຮ້ອຍ.

ຮຽບຮຽງໂດຍ:ແກ້ວ; ຂໍ້ມູນຈາກ: kapok