ຫາລືນະໂຍບາຍສົ່ງເສີມການຜະລິດ-ບໍລິການ, ຄຸ້ມຄອງລາຄາ ແລະ ຈໍລະຈອນສິນຄ້າ

171

ປັດຈຸບັນ ສປປ ລາວ ກໍາລັງປະເຊີນກັບວິກິດຫຼາຍດ້ານ ໂດຍສະເພາະແມ່ນເລື່ອງຄວາມຕ້ອງການສິນຄ້າອຸປະໂພກ-ບໍລິໂພກຕ່າງໆຂອງປະຊາຊົນ ທີ່ມີຈໍານວນຫຼາຍຂຶ້ນ ແຕ່ທັງນີ້ ຕ້ອງຈໍາກັດການນໍາເຂົ້າ ບວກກັບປະເທດຕົ້ນທາງທີ່ອາດຈໍາກັດການສົ່ງອອກເຊັ່ນກັນ ເພື່ອຮັບປະກັນຄວາມພຽງພໍດ້ານສະບຽງອາຫານຂອງປະເທດເຂົາເຈົ້າ ພ້ອມປ້ອງກັນ ຄວບຄຸມການລະບາດຂອງພະຍາດໂຄວິດ-19, ດັ່ງນັ້ນ, ການສົ່ງເສີມການຜະລິດພາຍໃນເປັນສິ່ງສໍາຄັນທີ່ສຸດທີ່ຕ້ອງເລັ່ງແກ້ໄຂ, ຕໍ່ກັບບັນຫາຕໍ່ຫາທີ່ເກີດຂຶ້ນລັດຖະບານ ກໍ່ໄດ້ຈັດຕັ້ງໜ່ວຍງານນະໂຍບາຍດ້ານສົ່ງເສີມການຜະລິດ-ບໍລິການ ແລະ ຈໍລະຈອນສິນຄ້າຂຶ້ນ ເພື່ອແກ້ໄຂບັນຫາດັ່ງກ່າວ.

ອີງຕາມ ຂໍ້ຕົກລົງຂອງນາຍົກລັດຖະມົນຕີ ສະບັບເລກທີ 32/ນຍ, ລົງວັນທີ 3 ເມສາ 2020 ວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດຮັບຜິດຊອບຕິດຕາມຜົນກະທົບ ແລະ ຜັນຂະຫຍາຍນະໂຍບາຍ ແລະ ມາດຕະການເພື່ອຫຼຸດຜົນກະທົບຈາກການລະບາດພະຍາດໂຄວິດ-19 ຕໍ່ເສດຖະກິດລາວ, ອີງຕາມຂໍ້ຕົກລົງຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ວ່າດ້ວຍການແບ່ງຄວາມຮັບຜິດຊອບພາຍໃນຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ສະບັບເລກທີ 023/ສພກ, ລົງວັນທີ 06 ເມສາ 2020.

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມປຶກສາຫາລືຂອງຄະນະສະເພາະກິດ ໜ່ວຍງານນະໂຍບາຍດ້ານການສົ່ງເສີມການຜະລິດ-ບໍລິການ, ຄຸ້ມຄອງລາຄາ ແລະ ຈໍລະຈອນສິນຄ້າ ຕາມການແບ່ງວຽກຂອງທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ໜ່ວຍງານວຽກງານການຄຸ້ມຄອງລາຄາສິນຄ້າ ແລະ ສົ່ງເສີມການຜະລິດພາຍໃນ ຕາມຂໍ້ຕົກລົງຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຂວງການເງິນ ສະບັບເລກທີ 023/ສພກ ໂດຍໜ່ວຍງານນະໂຍບາຍດ້ານສົ່ງເສີມການຜະລິດ-ບໍລິການ ແລະ ຈໍລະຈອນສິນຄ້າ ທ່ານ ສົມຈິດ ອິດທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ເປັນຫົວໜ້າຄະນະ.

ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 9 ເມສາ 2020 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ພາຍໃຕ້ການເປັນປະທານຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ມີບັນດາຫົວໜ້າຄະນະສະເພາະກິດທີ່ຮັບຜິດຊອບໃນແຕ່ລະຂະແໜງເຂົ້າຮ່ວມ.