ຄະນະສະເພາະກິດ ຈັດແບ່ງຄວາມຜິດຊອບພາຍໃນເພືື່ອວຽກງານຕ້ານໂຄວິດ-19

111

ເພື່ອເປັນການຈັດສັນແບ່ງວຽກ ໜ້າທີ່ຄວາມຮັບຜິດຊອບໃຫ້ແທດເໝາະກັບສະພາບຄວາມເປັນຈິງ ຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ເພື່ອໃຫ້ໜ້າວຽກຂັບເຄື່ອນໄປໄດ້ຢ່າງວ່ອງໄວ, ທັນສະພາບການ ແລະ ໄດ້ຮັບປະສິດທິພາບທີ່ສຸດ ຄະນະສະເພາະກິດຈຶ່ງໄດ້ຈັດກອງປະຊຸມເພື່ອຈັດແບ່ງຄວາມຮັບຜິດຊອບໃຫ້ແຕ່ລະພາກສ່ວນຢ່າງລະອຽດ.

ໃນວັນທີ 8 ເມສາ 2020 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ມີກອງປະຊຸມ ວ່າດ້ວຍການຮັບຜິດຊອບພາຍໃນ ຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໂດຍການເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ພ້ອມມີບັນດາຮອງລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມໄດ້ແບ່ງຄວາມຮັບຜິດຊອບລະອຽດ ຂອງຄະນະສະເພາະກິດດັ່ງນີ້:

1 ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ເປັນຫົວໜ້າຄະນະຊີ້ນຳລວມ ເພື່ອຕິດຕາມກວດກາ ແລະ ຊຸກຍູ້ ການປະຕິບັດທຸກວຽກງານຂອງຄະນະສະເພາະກິດ ເພື່ອຕິດຕາມ, ກວດກາ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ແລະ ລາຍງານລັດຖະບານຮັບຊາບເປັນປົກກະຕິຕໍ່ເນື່ອງ ແລະ ທັນເວລາ

2 ທ່ານ ຮສ.ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກິຊວງສາທາລະນະສຸກ ເປັນຮອງຫົວໜ້າຄະນະ ມີໜ້າທີ່ຊ່ວຍຫົວໜ້າຄະນະ ລົງເລິກຊີ້ນຳດ້ານວິຊາການສາທາລະນະສຸກ, ພ້ອມຕິດຕາມ,ກວດກາ ແລະ ປະເມີນສະພາບຢ່າງໃກ້ຊິດ ເພື່ອລາຍງານຫົວໜ້າຄະນະ ແລະ ທ່ານນາຍົກຮັບຊາບ ແລະ ມີທິດຊີ້ນຳ

3 ທ່ານ ຮສ.ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ເປັນຮອງຫົວໜ້າຄະນະ, ຜູ້ປະຈຳການ ທັງເປັນຫົວໜ້າກອງເລຂາຄະນະສະເພາະກິດ ມີໜ້າທີ່ຊ່ວຍທ່ານລັດຖະມົນຕີ, ຊີ້ນຳວຽກງານວິຊາການດ້ານສາທາລະນະສຸກ ພ້ອມທັງເປັນໂຄສົກຂອງຄະນະສະເພາະກິດ ເພື່ອຖະແຫຼງສະພາບການແຜ່ລະບາດຂອງພະຍາດ ໂຄວິດ-19 ແລະ ບັນດາວຽກງານມາດຕະການຕ່າງໆດ້ານສາທາລະນະສຸກທີ່ໄດ້ປະຕິບັດ.

ນອກນີ້ກໍ່ໄດ້ແບ່ງຄວາມຮັບຜິດຊອບກອງເລຂາ ປະກອບມີ: ວຽກກອງເລຂາ ແລະ ປະສານງານ; ກອງເລຂາຊ່ວຍວຽກ; ວຽກພົວພັນຕ່າງປະເທດ; ວຽກງານໂຄສະນາເຜີຍແຜ່ຂໍ້ມູນ-ຂ່າວສານ ແລະ ຕ້ານຂ່າວສານທີ່ບິດເບືອນຄວາມຈິງ; ວຽກງົບປະມານ ແລະ ພະລາທິການ; ວຽກງານກະກຽມສະຖານທີ່ຮອງຮັບການແຍກປ່ຽວ ແລະ ປິ່ນປົວ; ວຽກງານຄຸ້ມຄອງການສັນຈອນ ແລະ ຈຳກັດບໍລິເວນ; ວຽກງານການຄຸ້ມຄອງລາຄາສິນຄ້າ ແລະ ສົ່ງເສີມການຜະລິດພາຍໃນ; ວຽກງານກວດກາ ແລະ ອຳນວຍຄວາມສະດວກໃນການຂົນສົ່ງສິນຄ້າພາຍໃນ ແລະ ສິນຄ້າເຂົ້າ-ອອກປະເທດ; ວຽກງານປຸກລະດົມ ໂຄສະນາ ຂົນຂວາຍທົ່ວສັງຄົມ; ມີວຽກງານຄຸ້ມຄອງແຮງງານ ແລະ ນັກສຶກສາ ມາຈາກຕ່າງປະເທດ; ວຽກງານກະກຽມ ກຳລັງສະໜັບສະໜູນຮອບດ້ານ.