ປູກກະທຽມໄວ້ກິນເອງ ງ່າຍໆ

217
Farmer preparing garlic for planting in the vegetable garden, autumn gardening

ກະທຽບຖືເປັນພືດຜັກສວນຄົວທີ່ທຸກຄົວເຮືອນຕ້ອງມີໄວ້ ປະກອບການປຸງແຕ່ງອາຫານ, ແຈ່ວຕ່າງໆ ເພື່ອເພີ່ມລົດຊາດ ແລະ ຄວາມຫອມ ແຖມຍັງມີຄຸນປະໂຫຍດຫຼາຍຕໍ່ຮ່າງກາຍເຮົາ

ແຕ່ສ່ວນຫຼາຍກໍບໍ່ຄ່ອຍເຫັນຄົນນິຍົມກັນປູກໄວ້ກິນເອງ ເຊິ່ງວິທີການປູກກໍບໍ່ໄດຢາກຫຍັງ ພຽງແຕ່ກຽມດິນທີ່ເປັນບ່ອນລະບາຍນ້ຳໄດ້ດີ ຫຼັງຈາກນັ້ນໂຮຍປູນຂາວໃສ່ຢ່າງນ້ອຍ 15 ມື້ ຂຸດເປັນໜານຂະໜາດ 1-2.5, ຄວາມຍາວຕາມພື້ນທີ່ປູກຍະໄລຍະຫ່າງລະຫວ່າງແປງ (ທາງລອງນ້ຳ) ກວ້າງ 50 ຊັງຕີແມັດ.

ຫຼືຈະປູກໃສ່ຖັງ, ຫຼື ອື່ນໆກໍໄດ້ ຖ້າຫາກມີພື້ນທີ່ນ້ອຍ.

ວິທີປູກ
ນຳເອົາຫົວຜັກທຽມມາ ໃຊ້ກີບນອກໃນການປູກ ຈະເຮັດໃຫ້ໄດ້ຜົນຜະລິດດີ ແລະ ຫົວໃຫຍ່

ເລືອກເອົາຫົວແກ່ໆ ແລະ ແຫ້ງສະນິດ ແກະເປືອກອອກ ແລ້ວນຳໄປຕາກແດດເລັກນ້ອຍ , ຫົດນ້ຳໃສ່ດິນໃຫ້ຊຸ່ມ ຈາກນັ້ນກໍ່ນຳເອົາກະທຽມໄປປູກລົງໃນດິນ ເອົາສ່ວນຮາກໃຫ້ເລິກປະມານ 2 ໃນ 3 ຂອງກີບ ຫຼັງຈາກນັ້ນກໍໃຊ້ເຟືອງປົກ ເພື່ອເກັບຄວາມຊຸ່ມ ແລະ ຊ່ວຍຫຼຸດຄວາມຮ້ອນໃນຕອນກາງເວັນ.

ການຫົດນ້ຳ
ຫຼັງຈາກປູກແລ້ວຄວນໃຫ້ນ້ຳໃຫ້ພຽງພໍ ແລະ ສະຫມ່ຳສະເໝີ 7-10 ມື້ ສະຫຼຸບແລ້ວໃຫ້ນ້ຳປະມານ 10 ເທື່ອ/ລະດູ ຄວນງົດການໃຫ້ນ້ຳເມື່ອກະທຽມແກ່ ກ່ອນເກັບ ຫຼື ກູ້ຫົວກະທຽມ 2-3 ອາທິດ.