ນັກສຶກສາລາວມາຈາກຕ່າງປະເທດ 86 ຄົນ ຢູ່ສູນກັກກັນອັດຕະປື ໄດ້ຮັບການເບີ່ງແຍງເປັນຢ່າງດີ

80

ນັກສຶກສາລາວ ທີ່ມາຈາກຕ່າງປະເທດ ທີ່ຍັງຢູ່ໃນສູນກັກກັນ ເພື່ອສືບຕໍ່ຕິດຕາມອາການຂອງພະຍາດ COVID-19 ໃຫ້ຄົບ 14 ວັນ ໃນໂຮງຮຽນປະຖົມເຊກອງ ເມືອງ ສາມັກຄີໄຊ ແຂວງ ອັດຕະປື ນັ້ນ ມີຕົວເລກສະສົມທັງໝົດ 86 ຄົນ, ລວມຈຳນວນທີ່ຍັງຕິດຕາມ 83 ຄົນ, ຄົນເກົ່າ 84 ຄົນ ແລະ ປ່ອຍຕົວອອກ 1 ຄົນ ທີ່ບໍ່ມີອາການສະແດງອອກ ຫລັງທີ່ພໍ່ແມ່ຜູ້ປົກຄອງເກີດມີຄວາມກາງວົນ ຢ້ານບໍ່ປອດໄພ ໃນເລື່ອງ ອາຫານ, ການຢູ່ອາໄສ ໃນສູນກັກກັນ ເພາະມີຄົນເປັນຈຳນວນຫລາຍອາໄສຢູ່ຮ່ວມກັນ.

ທ່ານ ອິນປັນ ອິນທິລາດ ຫົວໜ້າກອງເລຂາ ຄະນະກຳມະການສະເພາະກິດ ການປ້ອງກັນ ແລະ ຄວບຄຸມພະຍາດ ໂຄວິດ-19 ໄດ້ຢືນຢັນ ແລະ ໂອ້ລົມ ຕໍ່ພໍ່ແມ່ຜູ້ປົກຄອງຂອງນ້ອງໆ ນັກສຶກສາ ໃນວັນທີ 6 ເມສາ 2020 ກ່ຽວກັບມາດຕະການໃນການກັກກັນ 14 ວັນ ແມ່ນໄດ້ຮັບນະໂຍບາຍດ້ານຕ່າງໆຂອງພະເເນກສາລະນະສຸກແຂວງ ກ່ຽວກັບເລື່ອງອາຫານການກິນ, ການໃຊ້ຊີວິດຂອງນ້ອງໆນັກສຶກສາແມ່ນໄດ້ຮັບນະໂຍບາຍ ຢ່າງສະໝ່ຳສະເໝີ ແລະ ທີມງານປະຕິບັດການສຸກເສີນດ້ານສາທາລະນະສຸກ ເພື່ອປ້ອງກັນ ແລະ ຄວບຄຸມພະຍາດ ໂຄວິດ-19 ຕິດຕາມເຝົ້າລະວັງເປັນປະຈຳ.

ໃນແຕ່ລະມື້ ຈະມີທີມງານແພດໝໍ ລົງກວດກັ່ນກອງ ດ້ານສຸຂະພາບ ແລະ ເເຈກຢາຍອາຫານໃຫ້ນ້ອງໆນັກສຶກສາ ທີ່ຖືກກັກກັນຢູ່ຈຸດໂຮງຮຽນປະຖົມເຊກອງ ແລະ ສູູນກັກກັນແຫ່ງອື່ນຢ່າງເປັນເຈົ້າການ.

ພ້ອມນີ້ ທ່ານ ຍັງໄດ້ແນະນຳໃຫ້ຫົວໜ້າຄອບຄົວ ຫຼື ພໍ່ແມ່ຜູ້ປົກຄອງ ຮູ້ຈັກວິທີປ້ອງພະຍາດ ອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ (ໂຄວິດ-19) ແລະ ເຂົ້າໃຈໃນມາດຕະການກັກກັນ 14 ວັນ ພ້ອມຮຽກຮ້ອງໃຫ້ພໍ່ແມ່ຜູ້ປົກຄອງຈົ່ງສະບາຍໃຈໄດ້ໃນຂະບວນການເບິ່ງແຍງດູແລຂອງຄະນະສະເພາະກິດ.

ມາຮອດ ປັດຈຸບັນ ສ ປປ ລາວ ມີຕົວເລກລາຍງານກໍລະນີຜູ້ຕ້ອງສົງໄສຕິດເຊື້ອພະຍ່ດໂຄວິດ-19 ທັງໝົດ 621 ກໍລະນີ, ມີຜູ້ຕິດເຊື້ອແລ້ວ 12 ກໍລະນີ ໃນນັ້ນ ແຂວງ ອັດຕະປື ມີຕົວເລກລາຍງານກໍລະນີສົງໄສ 5 ກໍລະນີ ເຊິ່ງຜ່ານການກວດຕົວຢ່າງແມ່ນບໍມີກໍລະນີພົບເຊື້ອ ສະແດງວ່າ ພະຍາດໂຄວິດ-19 ຍັງສືບຕໍ່ເປັນໄພ ຄຸກຄາມ ຕໍ່ມວນມະນຸດ ແລະ ຍັງມີຄວາມສ່ຽງ ຕໍ່ພໍ່ແມ່ປະຊາຊົນຊາວປແຂວງ ອັດຕະປື ສູງຂຶ້ນ ດັ່ງນັ້ນ ຄວາມຕ້ອງການເພີ່ມທະວີຕໍ່ສູ້ກັບພະຍາດນີ້ ພວກເຮົາທຸກຄົນ ຕ້ອງລ້າງມືດ້ວຍສະບູ ແລະ ນໍ້າ ຢ່າງຖືກວິທີ, ແລະ ປິດປາກເວລາໄອ ຫລື ຈາມ, ພວກເຮົາແມ່ນໄດ້ຊ່ວຍໃນການປ້ອງກັນ ຖ້າບຸກຄົນມີອາການສົງໄສ ໃຫ້ຕິດຕໍ່ຫາສາຍດ່ວນ 166 ທັນທີ ຫລື 020 55040018 ຊື່ (ທ່ານໝໍ ພູໂຂງ) ເພື່ອປຶກສາວິທີປ້ອງກັນ ຫລື ຂໍຄໍາແນະນໍາ.

ໂດຍ: ສາຍນ້ຳ