ໄຊຍະບູລີແຈ້ງ! ປິດການເດີນທາງເຂົ້າ-ອອກຂອງບຸກຄົນທົ່ວແຂວງຊົ່ວຄາວ ເພື່ອຕ້ານໂຄວິດ-19

140

ເນື່ອງຈາກປັດຈຸບັນສະພາບການລະບາດຂອງພະຍາດ ໂຄວິດ-19 ໃນຫຼາຍປະເທດ ຍັງສືບຕໍ່ຂະຫຍາຍເປັນວົງກວ້າງ ເຮັດໃຫ້ມີກໍລະນີຕິດເຊື້ອ ແລະ ເສຍຊີ ວິດເພີ່ມຂື້ນໃນແຕ່ລະວັນ ເພື່ອເປັນການປ້ອງກັນ ແລະ ສະກັດກັ້ນ ພ້ອມທັງເປັນການຫຼຸດຜ່ອນຄວາມສ່ຽງ ທີ່ອາດຈະເກີດການຕິດເຊື້ອ ແລະ ແຜ່ລະບາດຂອງເຊື້ອພະຍາດັ່ງກ່າວ, ແຂວງໄຊຍະບູລີ ຈຶ່ງໄດ້ອອກແຈ້ງການໃຫ້ປິດການເຂົ້າ-ອອກຊົ່ວຄາວລະຫວ່າງແຂວງ ຕໍ່ແຂວງ, ເມືອງຕໍ່ເມືອງ ຍົກເວັ້ນລົດການນໍາຂອງແຂວງ-ຂອງເມືອງ ແລະ ລົດຄະນະສະເພາະກິດເພື່ອປ້ອງກັນ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19.

ພາບປະກອບ

ອີງຕາມແຈ້ງການຂອງ ແຂວງໄຊຍະບູລີ ເລກທີ 94/ຈຂ,ຊຍ ລົງວັນທີ 4 ເມສາ 2020 ກ່ຽວກັບ ໃຫ້ຢຸດການເດີນທາງເຂົ້າ-ອອກຂອງບຸກຄົນພາຍໃນແຂວງ ແລະ ພາຍໃນເມືອງ 11 ເມືອງ ໃນທົ່ວແຂວງ ໄຊຍະບູລີ. ອິງຕາມ ຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສະບັບເລກທີ 06/ນຍ, ລົງວັນທີ 29 ມີນາ 2010 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ກັ້ນການລະບາດ, ຄວບຄຸມ ແລະ ກຽມພ້ອມ ຮອບດ້ານເພື່ອຕ້ານພະຍາດໂຄວິດ-19

ພາບປະກອບ

ເຈົ້າແຂວງ ໄຊຍະບູລີ ຂໍຖືເປັນກຽດຢ່າງສູງແຈ້ງມາຍັງທ່ານຫົວຫນ້າພະແນກການ, ອົງການທຽບເທົ່າ ສະພາ ປະຊາຊົນແຂວງ, ກອງບັນຊາການ ປກສ ແຂວງ, ກອງບັນຊາການທະຫານແຂວງ ແລະ ບັນດາທ່ານ ເຈົ້າເມືອງ 11 ເມືອງໃນທົ່ວແຂວງຊາບວ່າ: ປະຈຸບັນສະພາບການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃຫມ່ ໂຄວິດ-19 ໃນຫຼາຍປະເທດຍັງສືບຕໍ່ຂະຫຍາຍເປັນວົງກວ້າງ, ມີການລາຍງານກໍລະນີຕິດເຊື້ອ ແລະ ເສຍຊີ ວິດເພີ່ມຂື້ນໃນແຕ່ລະວັນ, ເພື່ອເປັນການປ້ອງກັນ ແລະ ສະກັດກັ້ນ ພ້ອມທັງເປັນການຫຼຸດຜ່ອນຄວາມສ່ຽງ ທີ່ອາດຈະເກີດການຕິດເຊື້ອ ແລະ ແຜ່ລະບາດຂອງເຊື້ອພະຍາດໂຄວິດ ຈຶ່ງໃຫ້ປິດການເຂົ້າ-ອອກຊົ່ວຄາວ ລະຫວ່າງແຂວງ ຕໍ່ແຂວງ, ເມືອງຕໍ່ເມືອງ ຍົກເວັ້ນລົດການນໍາຂອງແຂວງ-ຂອງເມືອງ ແລະ ລົດຄະນະສະເພາະກິດເພື່ອປ້ອງກັນ ແລະ ແກ້ໄຂການລະບາດ ຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃຫມ່ ໂຄວິດ-19 ແລະ ກໍລະນີທີ່ມີ ຄວາມຈໍາເປັນໃຫ້ມີການຢັ້ງຢືນຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 5-19 ເມສາ 2020.

ພາບປະກອບ

ສໍາລັບພາຫະນະຂົນສົ່ງສິນຄ້າ ແມ່ນໃຫ້ຈັດຕັ້ງປະຕິບັດຕາມບົດແນະນໍາ ທີ່ໄດ້ກໍານົດໄວ້ໃນຂໍ້ 6 ຂອງຄະນະ ສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດ ໂຄວິດ-19 ສະບັບເລກທີ 02/ສະກ, ລົງວັນທີ 2 ເມສາ 2020.

ແຈ້ງການ