ສູດ! ວຸ້ນ​ກະທິ​ໃບ​ເຕີຍຫອມໆ

425

ວຸ້ນກະທິໃບເຕີຍ ເຂົ້າໜົມຫວານຫອມຈາກໃບເຕີຍປະສົມປະສານລົດເຄັມມັນຈາກກະທິຄັ້ນສົດໆ ໃຊ້ຜົງວຸ້ນທີ່ສາມາດຫາຊື້ໄດ້ຕາມຕະຫຼາດ ເຮັດເປັນວຸ້ນກະທິໃບເຕີຍ ໃສ່ພິມຂະໜາດທີ່ຕ້ອງການ ຫຼື ຖ້ວຍຈານ ແລ້ວນຳໄປແຊເຢັນແຊບໆ ເຮົາມາເບີ່ງສ່ອນປະກອບ ແລະ ວິທີເຮັດນຳກັນເລີຍ

ສ່ວນ​ປະກອບ​ວຸ້ນ​ໃບ​ເຕີຍ:

1 ນ້ຳ​ສະອາດ 2 ຖ້ວຍ.

2 ຜົງ​ວຸ້ນ 1+1/2 ບ່ວງ​ແກງ.

3 ນ້ຳ​ໃບ​ເຕີຍຄັ້ນ 1/2 ຖ້ວຍ. (ຖ້າ​ມັກ​ສີ​ເຂັ້ມ​ກໍ່​ຄັ້ນ​ໃຫ້​ສີ​ຂຸ້ນ​ຂຶ້ນ).

4 ນ້ຳຕານ 1/2 ຖ້ວຍ​ນ້ອຍ.

ສ່ວນ​ປະກອບ​ວຸ້ນ​ກະທິ:

1 ກະທິ 2+1/2 ຖ້ວຍ.

2 ຜົງ​ວຸ້ນ 1+1/2 ບ່ວງ​​ແກງ.

3 ເກືອ​ເລັກໜ້ອຍ.

4 ນ້ຳຕານ 1/4 ຖ້ວຍ​ນ້ອຍ.

ວິທີ​ປຸງ​ແຕ່ງ:

1 ໃນ​ການ​ເຮັດ​ວຸ້ນ​ໃຫ້​ເປັນ​ຊັ້ນ​ຈະ​ເອົາ​ສີຂຽວ ຫຼື ສີຂາວ​ຂຶ້ນ​ກ່ອນ​ກໍ່​ໄດ້ ​ແລະ ຖ້າ​ເອົາ​ສີຂຽວ​ລົງ​ລຸ່ມ​ກໍ່​ເຮັດ​ວຸ້ນ​ໃບ​ເຕີຍກ່ອນ. ​ໂດຍ​ເອົາ​ນ້ຳຖອກ​ໃສ່​ໝໍ້​ພ້ອມ​ກັບ​ຜົງ​ວຸ້ນ​ຄົນ​ຈົນ​ຜົງ​ວຸ້ນ​ບໍ່​ເປັນ​ກ້ອນ​ແລ້ວ​ຈຶ່ງ​ນຳ​ມາ​ຄ້າງ​ໄຟ​ອ່ອນໆ ​ແລະ ຄົນ​ໄປ​ເລື້ອຍໆ​ຈົນ​ຟົດ ຫຼື ຜົງ​ວຸ້ນ​ລະລາຍ​ດີ.

2 ຈາກ​ນັ້ນ, ຈຶ່ງ​ໃສ່​ນ້ຳຕານ​ລົງ​ໄປ​ຄົນ​ຈົນ​ນ້ຳຕານ​ລະລາຍ​ແລ້ວ​ຖອກ​ນ້ຳ​​ໃບ​ເຕີຍລົງ ​ແລະ ຕົ້ມ​ຕໍ່​ຈົນ​ຟົດ​ຈຶ່ງ​ປິດ​ໄຟປະ​ໄວ້​ພໍ​ອຸ່ນ​​ແລ້ວ​ຕັກ ຫຼື ຖອກ​ໃສ່​ພິມ​​ບໍ່​ໃຫ້​ເຕັມ​ເພາະ​ຍັງ​ວຸ້ນ​ກະທິ​ອີກ​ຊັ້ນ​ໜຶ່ງ​ແລ້ວ​ນຳ​ໄປ​ແຊ່​ເຢັນ.

3 ຫຼັງ​ຈາກ​ນັ້ນ, ກໍ່​ກຽມ​​ເຮັດ​ວຸ້ນ​ກະທິ (ສີຂາວ) ​ໂດຍ​ເອົາ​ນ້ຳ​ກະທິ​ໃສ່​ໝໍ້​ພ້ອມ​ກັບຜົງ​ວຸ້ນ​ຄົນ​ໃຫ້ລະລາຍ​ ​ແລະ ຈຶ່ງ​ເອົາ​ໄປ​ຄ້າງ​ໄຟ​ອ່ອນ​ຕົ້ມ​ຈົນ​ກະທິ​ເລີ່​ມຟົດ (​ແຕ່​ບໍ່​ຕ້ອງ​ໃຫ້​ແຕກ​ມັນ) ​ແລ້ວ​ຈຶ່ງ​ເອົາ​ນ້ຳຕານພ້ອມ​ເກືອ​ລົງ​ຄົນ​ໃຫ້​ລະລາຍ​ປະ​ໄວ້​ໃຫ້​ອຸ່ນ​ຈຶ່ງຖອກ​ຊັ້ນ​ທີ່ 2 ພໍ​​ແຂງ​ໂຕ​ກໍ່​ແກະ​ອອກ​ຈາກ​ພິມ​ພ້ອມ​ເສີ​ບ.

ຮຽບຮຽງຈາກ: krua.co