ຊົມເຊີຍ! ບໍລິສັດ ຂຸດຄົ້ນບໍ່ແຮ່ວັງຕັດ ມອບເຄື່ອງຊ່ວຍເຫຼືອຕ້ານໂຄວິດ-19 ແກ່ສາທາອັດຕະປື ມູນຄ່າ 20ລ້ານກວ່າກີບ

57

ໃນສະພາບທີ່ປະເທດພົບວິກິດແບບນີ້ ການຊ່ວຍເຫຼືອທຸກຢ່າງຖືເປັນເລື່ອງສໍາຄັນທີ່ຄວນເກີດຂຶ້ນໃນສັງຄົມ ແລະ ແນ່ນອນວ່າຄົນລາວຄົນມີນໍ້າໃຈ ເລື່ອງແບບນີ້ບໍ່ພາດຢູ່ແລ້ວ ເຊິ່ງໄລຍະຜ່ານມາກໍ່ມີຫຼາຍພາກສ່ວນທີ່ໄດ້ມອບທັງອຸປະກອນ, ວັດຖຸເງິນຄໍາຕ່າງໆ ເພື່ອຊ່ວຍເຫຼືອຕ້ານພະຍາດໂຄວິດ-19, ຫຼ້າສຸດ ບໍລິສັດ ຂຸດຄົ້ນບໍ່ແຮ່ວັງຕັດ ໄດ້ສະໜອງອຸປະກອນຂ້າເຊື້ອພະຍາດ ແລະ ຊຸດກັນພະຍາດໃຫ້ແກ່ສາທາອັດຕະປືມູນຄ່າ 20ລ້ານກວ່າກີບ.

ແຫລ່ງຂ່າວຈາກແຂວງອັດຕະປື ໃຫ້ຮູ້ວ່າ: ວັນທີ 2 ເມສາ ຜ່ານມາ, ທ່ານ ພອນສະຫວັນ ໄຊທະນາສີ ຜູ້ຕ່າງໜ້າບໍລິສັດ ຂຸດຄົ້ນບໍ່ເເຮ່ວັງຕັ້ດ ທີ່ຕັ້ງຢູ່ເມືອງຊານໄຊ ແຂວງອັດຕະປື ໄດ້ສະໜອງມອບອຸປະກອນຂ້າເຊື້ອພະຍາດ ປະກອບມີ ເຄື່ອງຈັກຜົ່ນນ້ຳຢາ 3 ໜ່ວຍ, ນ້ຳຢາຂ້າເຊື້ອ 1 ຖັງ ມີນ້ຳໜັກ 47,70 kg ແລະ ຊຸດກັນພະຍາດ 55 ຊຸດ ລວມມູນຄ່າ 20 ລ້ານກວ່າກີບ ໃຫ້ພະແນກສາທາລະນະສຸກແຂວງ ເຊິ່ງຕາງໜ້າຮັບໂດຍ ທ່ານ ອຸ່ນຫລ້າ ໄຊຍະສິດ ຮອງເຈົ້າແຂວງ ຮອງປະທານ ຄະນະສະເພາະກິດ ຄະນະປ້ອງກັນພະຍາດໂຄວິດ-19.

ອຸປະກອບທີ່ໄດ້ຮັບການຊ່ວຍເຫລືອໃນຄັ້ງນີ້, ເປັນອຸປະກອນທີ່ທັນສະໄໝ ຫລຸດຜ່ອນການໃຊ້ພະລັງງານຄົນນ້ອຍລົງ ຫລື ໃຊ້ຜົ່ນຂ້າເຊື້ອພະຍາດຕ່າງໆໄດ້ໃນລະດັບທີ່ແນ່ນອນ ໂດຍສະເພາະແມ່ນຈະໄດ້ນຳໃຊ້ເຂົ້າໃນວຽກງານການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ປ້ອງກັນຕົນເອງຂອງພະນັກງານແພດ-ໝໍ ແລະ ສາມາດນຳໃຊ້ໄດ້ຢ່າງຍາວນານ ເຊິ່ງນອກຈາກພະຍາດ ໂຄວິດ -19 ແລ້ວ ຍັງສາມາດຜົ່ນຂ້າພະຍາດໄຂ້ຍຸງລາຍ, ຂ້າແມງໄມ້ໄດ້ທຸກຊະນິດ.

ທີ່ມາ: attapeu media