ອາກາດຈະຮ້ອນໃນຕອນບ່າຍ ແຕ່ຈະມີຝົນຕົກເລັກນ້ອຍຢູ່ພາກກາງ-ໃຕ້

196

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ພະຍາກອນອາກາດປະຈໍາວັນທີ 30 ມີນາ 2020 ວ່າ: ບໍລິເວນຄວາມກົດດັນຕໍ່າຂອງອາກາດຮ້ອນຍັງຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນຕົກ – ຕາເວັນຕົກສ່ຽງໃຕ້ຍັງພັດປົກຄຸມເປັນສ່ວນໃຫ່ຍ. ເຊິ່ງລັກສະນະເຊັ່ນນີ້ຍັງຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນເອົ້າຢູ່ຕື່ມອີກໃນຕອນບ່າຍ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມ, ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກກາງລົງຫາພາກໃຕ້.

ພາກເໜືອດ້ານຕາເວັນອອກ (ຜົ້ງສາລີ, ວຽງໄຊ, ຊຳເໜືອ ແລະ ຊຽງຂວາງ) ອາກາດເຢັນໃນຕອນກາງຄືນ ຫາຕອນເຊົ້າ, ສ່ວນຕອນບ່າຍອາກາດຮ້ອນ. ອຸນຫະພູມໃນລະຫວ່າງ 16-32 ອົງສາ.

ພາກເໜືອດ້ານຕາເວັນຕົກ (ອຸດົມໄຊ, ຫ້ວຍຊາຍ, ຫຼວງນໍ້າທາ, ເມືອງສິງ, ວຽງພູຄາ, ຫຼວງພະບາງ ແລະ ໄຊຍະບູລີ) ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າ ຢູ່ແຂວງອຸດົມໄຊ ແລະ ຫຼວງນໍ້າທາ ແລະ ໃນຕອນບ່າຍ ອາກາດຈະຮ້ອນເອົ້າ ໂດຍສະເພາະຢູ່ແຂວງ ບໍ່ແກ້ວ, ຫຼວງນໍ້າທາ, ຫຼວງພະບາງ ແລະ ໄຊຍະບູລີ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 20-39 ອົງສາ.

ພາກກາງ (ໂພນໂຮງ, ປາກຊັນ, ຫຼັກ20, ເມືອງວຽງທອງ, ນາກາຍ, ທ່າແຂກ, ສະຫວັນນະເຂດ ແລະ ເຊໂນ) ອາກາດຮ້ອນ ຫາຮ້ອນເອົ້າ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດ ຢູ່ບາງທ້ອງຖິ່ນແຂວງ ຄຳມ່ວນ ແລະ ສະຫວັນນະເຂດ. ອຸນຫະພູມໃນລະຫວ່າງ 22-38 ອົງສາ. ສຳລັບແຂວງ ໄຊສົມບູນ ອາກາດເຢັນ ຫາໜາວເຢັນ ໃນຕອນກາງຄືນຫາຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມ. ອຸນຫະພູມໃນລະຫວ່າງ 13-30 ອົງສາ.

ສະເພາະນະຄອນຫຼວງວຽງຈັນ: ອາກາດຮ້ອນ ຫາ ຮ້ອນເອົ້າ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທຢ່ວໄປ. ອຸນຫະພູມໃນລະຫວ່າງ 25-38 ອົງສາ. ສ່ວນສະພາບຝຸ່ນລະອອງຂະໜາດ 2.5 ໄມໂຄຣຣາມ ຫຼື PM 2.5 ຢູ່ທີ່ນະຄອນຫຼວງວຽງຈັນມື້ນີ້ວັດແທກໄດ້ 81.5 ໄມໂຄຣຣາມຕໍ່ແມັດກ້ອນ ເຊິ່ງການຈັດລະດັບຄຸນນະພາບສະເລ່ຍອາກາດ ແມ່ນມີຜົນກະທົບເລັກນ້ອຍຕໍ່ສຸຂະພາບ.

ພາກໃຕ້ (ປາກເຊ, ນິຄົມ34, ສາລະວັນ, ເຊກອງ, ທ່າແຕງ, ດາກຈຶງ ແລະ ອັດຕະປື) ອາກາດຮ້ອນ ຫາຮ້ອນເອົ້າ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 24-39 ອົງສາ. ສຳລັບເຂດພູພຽງບໍລິເວນ ອາກາດເຢັນ ຫາ ໜາວເຢັນ ແລະ ຍັງຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນຕື່ມອີກ. ອຸນຫະພູມໃນລະຫວ່າງ 14-28 ອົງສາ.