ຮ້ອນໆແບບນີ້ເຮັດກະແລັມໝາກໄມ້ລວມກິນເອງ

130

ດ້ວຍສະພາບອາກາດຮ້ອນອົບເອົ້າ ລອງເຮັດກະແລັມໄວ້ກິນເອງດ້ວຍໝາກໄມ້ລວມ ແລະ ໄດ້ລົດຊາດຫວານຈາກໝາກໄມ້ໂດຍບໍ່ຕ້ອງຕື່ມນໍ້າຕານ, ສາມາດກິນໄດ້ທັງຜູ້  ໃຫຍ່ ຫຼື ເດັກນ້ອຍ ທົດລອງເຮັດແລ້ວຈະຕິດໃຈແຖມຂັ້ນຕອນບໍ່ຫຍຸ້ງຍາກ.

ສ່ວນປະສົມ:

1 ນ້ຳໝາກໄມ້ຕາມໃຈມັກ ເຊັ່ນ: ນ້ຳໝາກກ້ຽງ, ນ້ຳໝາກສີດາ, ນ້ຳແອັບເປິລ, ນ້ຳສະຕໍເບີຣີ ແລະ ອື່ນໆ ( ຈະໃຊ້ເປັນແບບນໍ້າສໍາເລັດຮູບ ຫຼື ນ້ຳໝາກໄມ້ສົດເລີຍກໍໄດ້ ).

2 ໝາກໄມ້ສົດຕາມໃຈມັກ ເຊັ່ນ: ໝາກແອັບເປິລ, ກີວີ, ສະຕໍເບີຣີ, ບູເບີຣີ, ໝາກໂມ, ໝາກກ້ຽງ, ໝາກມັງກອນ ແລະ ອື່ນໆ.

ອຸປະກອນທີ່ຕ້ອງກຽມ:

1 ແມ່ພິມສຳລັບເຮັດກະແລັມ.

2 ໄມ້ກະແລັມ.

ວິທີປຸງແຕ່ງ:

ນຳໝາກໄມ້ທີ່ຈະໃຊ້ມາລ້າງໃຫ້ສະອາດປອກເປືອກໃຫ້ຮຽບຮ້ອຍ ແລະ ນຳມາຊອຍເປັນຕ່ອນປະມານ 1 ຂໍ້ ມື. ຈາກນັ້ນ, ເອົາໝາກໄມ້ໃສ່ພິມແລ້ວຖອກນ້ຳໝາກໄມ້ລົງໄປ ແລະ ສຽບໄມ້ກະແລັມໃຫ້ຮຽບຮ້ອຍ.

ຫຼັງຈາກນັ້ນ, ເອົາໄປແຊ່ໄວ້ໃນຊ່ອງແຂງປະມານ 5 ຊົ່ວໂມງ ຫຼື ຈົນນໍ້າໝາກໄມ້ທາງໃນແຂງດີ ແລະ ນຳອອກມາຈາກແມ່ພິມເທົ່ານີ້ກໍພ້ອມເສີບແລ້ວ ສູດງ່າຍໆແບບນີ້ເຮັດໄວ້ກິນແກ້ຮ້ອນ ແຖມຍັງໝັ້ນໃຈໄດ້ວ່າສະອາດປອດໄພຈາກສານອື່ນໆອີກດ້ວຍ.

( ຂໍ້ມູນຈາກ: good-lifeupdate.com )

( ຮຽບຮຽງ: ນຸ້ມນິ້ມ )