ວິທີຊ່ວຍໃຫ້ນອນຫຼັບໃນສະພາບອາກາດຮ້ອນແບບນີ້

67

ອາກາດທີ່ຮ້ອນໃນເວລານີ້ສົ່ງຜົນໃຫ້ຫຼາຍຄົນປະສົບກັບບັນຫາການນອນບໍ່ຫຼັບ ຫຼື ຫຼັບຍາກ ໂດຍບັນຫາການນອນຫຼັບແບບນີ້ສາມາດເກີດຂຶ້ນໄດ້ກັບທຸກເພດທຸກໄວ ແລະ ອາດເກີດຂຶ້ນໃນໄລຍະສັ້ນໆກໍຈະເຊົາໄປເອງ ໂດຍບໍ່ໄດ້ສົ່ງຜົນອັນຕະລາຍໃດໆຕໍ່ຮ່າງກາຍ, ແຕ່ຖ້າເກີດຂຶ້ນເລື້ອຍໆອາດຈະສົ່ງຜົນໃຫ້ຮ່າງກາຍບໍ່ໄດ້ພັກຜ່ອນພຽງພໍ ແລະ ອາດກາຍເປັນອາການນອນບໍ່ຫຼັບແບບຊ້ຳເຮື້ອ ຖ້າບໍ່ໄດ້ຮັບການແກ້ໄຂອາດຈະເປັນອັນຕະລາຍຕໍ່ຮ່າງກາຍໃນເວລາຕໍ່ມາໄດ້.

ວິທີແກ້ອາການນອນບໍ່ຫຼັບໃນສະພາບອາກາດຮ້ອນ:

ນອນ ແລະ ຕື່ນໃຫ້ເປັນເວລາ.

ບໍ່ຄວນເບິ່ງໃນສິ່ງທີ່ຈະກະຕຸ້ນໃຫ້ໃຊ້ຄວາມຄິດ.

ຫຼີກລຽງເຄື່ອງດື່ມທີ່ມີສານຄາເຟອິນ.

ປ່ອຍວາງຄວາມຕຶງຄຽດແລ້ວນອນພັກຜ່ອນ.

ກິ່ນຫອມລະເຫີຍສາມາດຊ່ວຍໃຫ້ຜ່ອນຄາຍແລ້ວນອນຫຼັບງ່າຍຂຶ້ນ.

ທົດລອງນຳວິທີດັ່ງກ່າວໄປປັບໃຊ້ໃນຊີວິດປະຈຳວັນເພື່ອເຮັດໃຫ້ຈິດແຈ່ມໃສ ເພາະອາກາດຮ້ອນແລ້ວບໍ່ຄວນເຮັດໃຫ້ຈິດໃຈຮ້ອນໄປນຳ ໂດຍເຮັດໃຈໃຫ້ສະບາຍຮ່າງກາຍກໍພັກຜ່ອນ ແລະ ຕື່ນຂຶ້ນມາຕ້ອນຮັບມື້ໃໝ່ທີ່ດີກວ່າ.

( ຂໍ້ມູນຈາກ: today.line.me )

( ຮຽບຮຽງ: ນຸ້ມນິ້ມ )