ເອເອັຟເອັຟ ປະກາດເລື່ອນລາຍການທີມຊາດໄປທ້າຍປີ ສ່ວນລາຍການສະໂມສອນເລື່ອນໄປປີ 2021

82

ສະຫະພັນບານເຕະອາຊຽນ ( ເອເອັຟເອັຟ ) ໄດ້ປະກາດເລື່ອນການແຂ່ງຂັນບານເຕະລະດັບທີມຊາດ ທີ່ຈະຈັດຂຶ້ນໃນລະຫວ່າງເດືອນພຶດສະພາ ຫາ ເດືອນສິງຫາ 2020 ໄປຈັດໃສ່ທ້າຍປີ ເນື່ອງຈາກໄດ້ຮັບຜົນກະທົບຈາກໂຄ   ວິດ – 19, ສ່ວນລາຍການລະດັບສະໂມສອນແມ່ນເລື່ອນໄປຈັດໃສ່ໃນປີ 2021 ຕາມການປະກາດຜ່ານທາງເຟສບຸ໊ກທາງການຂອງ ສະຫະພັນບານເຕະແຫ່ງຊາດລາວ ໃນວັນທີ 26 ມີນາ 2020.

ສະຫະພັນບານເຕະອາຊຽນ ປະກາດເລື່ອນການແຂ່ງຂັນບານເຕະຍິງແຊັມອາຊຽນ ທີ່ຈະຈັດຂຶ້ນໃນເດືອນພຶດສະພາ 2020 ທີ່ປະເທດຟີລິບປິນ, ການແຂ່ງຂັນບານເຕະຍິງຊີງແຊັມອາຊຽນ ຮຸ່ນອາຍຸບໍ່ເກີນ 18 ປີ, ການແຂ່ງຂັນບານເຕະຊາຍຊີງແຊັມອາຊຽນ ຮຸ່ນອາຍຸບໍ່ເກີນ 16 ປີ ແລະ ການແຂ່ງຂັນບານເຕະຊາຍຊີງແຊັມອາຊຽນ ຮຸ່ນອາຍຸບໍ່ເກີນ 19 ປີ ທີ່ຈະມີຂຶ້ນໃນເດືອນມິຖຸນາ, ເດືອນກໍລະກົດ ແລະ ເດືອນສິງຫາ ເຊິ່ງຈະແຂ່ງຂັນຢູ່ທີ່ປະເທດອິນໂດເນເຊຍ ແມ່ນໄດ້ເລື່ອນການແຂ່ງຂັນອອກໄປທ້າຍປີ ເຊິ່ງຈະລະບຸວັນ ແລະ ເວລາແຂ່ງຂັນອີກຄັ້ງ.

ຂະນະທີ່ການແຂ່ງຂັນບານເຕະຊາຍຊີງແຊັມອາຊຽນ ຮຸ່ນອາຍຸບໍ່ເກີນ 19 ປີ ທາງສະຫະພັນບານເຕະອາຊຽນ ຈະພະຍາຍາມຈັດການແຂ່ງຂັນພາຍໃນເດືອນກັນຍາ ກ່ອນການແຂ່ງຂັນບານເຕະຊາຍຊີງແຊັມອາຊີ ຮຸ່ນອາຍຸບໍ່ເກີນ 19 ປີ ຮອບສຸດທ້າຍທີ່ປະເທດອຸດສະເບກິດສະຖານ ຈັດຂຶ້ນໃນເດືອນຕຸລາ 2020 ແລະ ການແຂ່ງຂັນບານເຕະຍິງ ຮຸ່ນອາຍຸບໍ່ເກີນ 15 ປີ ແມ່ນແຂ່ງຂັນຕາມກຳນົດເດີມ ຈະມີການແຂ່ງຂັນໃນເດືອນກັນຍາ ແຂ່ງຂັນຢູ່ທີ່ປະເທດອິນໂດເນເຊຍ.

ທັງນີ້, ການແຂ່ງຂັນບານເຕະ ເອເອັຟເອັຟ ຊູຊຸກິ ຄັບ ແມ່ນຍັງແຂ່ງຂັນຕາມກຳນົດຄືແຂ່ງຂັນໃນເດືອນພະຈິກ 2020 ທັງນີ້ຈະມີການຕິດຕາມສະຖານະການລະບາດເຊື້ອພະຍາດໂຄວິດ – 19 ເປັນແຕ່ລະໄລຍະ ເຊິ່ງອາດມີການປ່ຽນແປງ, ສ່ວນການແຂ່ງຂັນບານເຕະລາຍການຊີງແຊັມສະໂມສອນອາຊຽນ ແມ່ນຈະໄດ້ເລື່ອນການແຂ່ງຂັນເຊິ່ງຈະຈັດຂຶ້ນໃນປີ 2021 ໂດຍຈະມີການແຈ້ງຕາຕະລາງການແຂ່ງຂັນໃໝ່ພາຍຫຼັງ.

( ຂໍ້ມູນ – ຮູບຈາກ: ສະຫະພັນບານເຕະແຫ່ງຊາດລາວ )