ອັດຕາເງິນເຟີ້ເດືອນກຸມພາ ມີທ່າອ່ຽງຫຼຸດລົງ

70

ອັດຕາເງິນເຟີ້ເດືອນກຸມພາ ຫຼຸດລົງມາຢູ່ໃນລະດັບ 6,24% ຈາກ 6,94% ໃນເດືອນມັງກອນ. ອີງຕາມບົດລາຍງານດັດຊະນີລາຄາການຊົມໃຊ້ ແລະ ອັດຕາເງິນເຟີ້ຂອງ ສປປ ລາວ ປະຈຳເດືອນກຸມພາ ປີ 2020 ສະບັບເລກທີ 57/ສຖຕ2.2 ລົງວັນທີ 20 ມີນາ 2020 ຂອງສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ: ດັດຊະນີລາຄາການຊົມໃຊ້ເດືອນທຽບເດືອນ ປະຈຳເດືອນກຸມພາ ມີທ່າອ່ຽງຫຼຸດລົງເລັກໜ້ອຍຢູ່ໃນລະດັບ 0,21% ພ້ອມການເໜັງຕີງຫຼຸດລົງຂອງດັດຊະນີການຊົມໃຊ້ ແລະ ບໍລິການໃນໝວດສິນຄ້າຕົ້ນຕໍ ເຊິ່ງໄດ້ແກ່ໝວດສະບຽງອາຫານເຄື່ອງດື່ມບໍ່ມີທາດເຫຼົ້າຫຼຸດລົງ -0,81% ຍ້ອນການຫຼຸດລົງຂອງລາຄາເຂົ້າສານ, ສັດປີກ ແລະ ຜັກສົດ.

ພາບປະກອບຂ່າວ

ຂະນະດຽວກັນ ປະເພດຊີ້ນຍັງເໜັງຕີງເພີ່ມຂຶ້ນເລັກໜ້ອຍຢູ່ໃນລະດັບ +0,94%. ນອກນັ້ນ, ຍັງມີບາງໝວດສິນຄ້າເມື່ອທຽບກັບເດືອນຜ່ານມາແລ້ວເຫັນວ່າມີທ່າອ່ຽງເໜັງຕີງເພີ່ມຂຶ້ນ ເຊັ່ນ: ໝວດເຫຼົ້າ ແລະ ຢາສູບ, ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ, ໝວດເຄື່ອງໃຊ້ໃນເຮືອນ ແລະ ໝວດໄປສະນີ ແລະ ການສື່ສານ.

ພາບປະກອບຂ່າວ

ເຖິງຢ່າງໃດກໍຕາມ, ຈາກສະພາບການປ່ຽນແປງໃນເດືອນສົ່ງຜົນໃຫ້ດັດຊະນີລາຄາທຽບປີຕໍ່ປີ ເດືອນກຸມພາແມ່ນຍັງຢູ່ໃນລະດັບ 6,24% ເຊິ່ງຕົ້ນຕໍແມ່ນມາຈາກການເໜັງຕີງເພີ່ມຂຶ້ນຂອງດັດຊະນີ ລາຄາໝວດອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາແມ່ນເພີ່ມຂຶ້ນ 9,55% ຍ້ອນການເພີ່ມຂຶ້ນຂອງລາຄາເຂົ້າສານ, ຊີ້ນ, ສັດປີກ, ປາ ແລະ ອາຫານທະເລ, ໝາກໄມ້ສົດ. ນອກຈາກນັ້ນ, ຍັງມີການເໜັງຕີງເພີ່ມຂຶ້ນຂອງໝວດເຄື່ອງນຸ່ງຫົ່ມ ແລະ ເກີບ, ໝວດເຄື່ອງໃຊ້ໃນເຮືອນ, ໝວດຄົມມະນາຄົມ ແລະ ການຂົນສົ່ງ, ໝວດໄປສະນີ ແລະ ການສື່ສານ ແລະ ໝວດສິນຄ້າ ແລະ ບໍລິການອື່ນໆ.

ພາບປະກອບຂ່າວ

ປັດໄຈ ແລະ ສາເຫດການປ່ຽນແປງລາຄາພາຍໃນເດືອນ:  ບັນຫາການລະບາດຂອງພະຍາດອະຫິວາໝູຍັງເປັນຜົນແກ່ຍາວມາຮອດປັດຈຸບັນ ແລະ ອີກຫຼາຍປັດໄຈທີ່ສົ່ງຜົນກະທົບໃຫ້ອາຫານສົດເພີ່ມສູງຂຶ້ນ ໂດຍສະເພາະແມ່ນລາຄາໝູ ຍ້ອນຜົນພວງຂອງສະພາບພູມິອາກາດທີ່ປ່ຽນແປງສົ່ງຜົນໃຫ້ໝູຈະເລີນເຕີບໂຕຊ້າ ບວກກັບການລະບາດຂອງພະຍາດສົ່ງຜົນໃຫ້ມີຕົ້ນທຶນການຜະລິດທີ່ສູງຂຶ້ນ; ສະພາບໄພພິບັດນ້ຳຖ້ວມ ແລະ ແຫ້ງແລ້ງໃນໄລຍະຜ່ານມາກໍຍັງເປັນຜົນພວງມາຮອດປັດຈຸບັນ ແລະ ຄາດວ່າຈະສົ່ງຜົນກະທົບຕື່ມໃນຕໍ່ໜ້າ ໂດຍສະເພາະແມ່ນລະດູການຜະລິດນາແຊງ ແລະ ພືດຜັກອື່ນໆ; ສິນຄ້າອຸປະໂພກ – ບໍລິໂພກສ່ວນໃຫຍ່ແມ່ນຍັງເພິ່ງພາການນຳເຂົ້າຈາກຕ່າງປະເທດ. ສະນັ້ນ, ອັດຕາແລກປ່ຽນແມ່ນຍັງຄົງສືບຕໍ່ມີຜົນກະທົບໃຫ້ລາຄາສິນຄ້າເພີ່ມຂຶ້ນ.

ພາບປະກອບຂ່າວ

ປັດໄຈ ແລະ ສາເຫດການປ່ຽນແປງລາຄາໄລຍະຍາວ:  ການຜະລິດລະດູແລ້ງໃນປີ 2020 ນີ້ ແມ່ນຈະຖືກກະທົບເປັນບໍລິເວນກວ້າງ ເນື່ອງຈາກບັນຫາໄພແລ້ງ ແລະ ມົນລະພິດທາງອາກາດ; ແນວພັນສັດນ້ຳ, ໝູ ແລະ ອື່ນໆ ແມ່ນຍັງມີການນຳເຂົ້າຈາກຕ່າງປະເທດ, ລວມທັງອາຫານສັດ ເຊິ່ງລ້ວນແລ້ວແຕ່ເປັນປັດໄຈການຜະລິດ; ການນຳໃຊ້ມາດຕະການ, ການຄຸ້ມຄອງລາຄາ ແລະ ການສົ່ງເສີມການຜະລິດເປັນສິນຄ້າ ເພື່ອຕອບສະໜອງຄວາມຕ້ອງການພາຍໃນ ແລະ ຫຼຸດຜ່ອນການນຳເຂົ້າແມ່ນຍັງບໍ່ທັນຈັດຕັ້ງປະຕິບັດ ແລະ ຖືກແກ້ໄຂຢ່າງຈິງຈັງ, ເຮັດໃຫ້ການສະໜອງຍັງບໍ່ທັນພຽງພໍສະແດງອອກເຊັ່ນ ສິນຄ້າກະເສດ – ກະສິກຳຫຼາຍຊະນິດແມ່ນເພິ່ງການນຳເຂົ້າຈາກຈີນ, ຫວຽດນາມ ແລະ ໄທ ຍົກຕົວຢ່າງ: ໝາກຫຸ່ງ, ກະທຽມແຫ້ງ, ມັນຝຣັ່ງ, ຫົວກະຣົດ, ດອກຜັກ, ເຫັດຊະນິດຕ່າງໆ ແລະ ອື່ນໆ ລວມທັງໝາກໄມ້; ຄ່າຂອງສະກຸນເງິນ ແມ່ນໜຶ່ງທີ່ຍັງແມ່ນປັດໄຈ ແລະ ເປັນກຳແພງຕໍ່ກັບການນຳເຂົ້າວັດຖຸດິບ, ສິນຄ້າອຸປະໂພກ – ບໍລິໂພກສຳເລັດຮູບ, ເຄື່ອງສຳເລັດຮູບ ແລະ ເຄື່ອງໃຊ້ສອຍປະຈຳວັນມີລາຄາເພີ່ມຂຶ້ນ.

ພາບປະກອບຂ່າວ

ນອກຈາກນີ້, ຍັງໄດ້ຮັບອິດທິພົນຈາກສະພາບເສດຖະກິດຂອງປະເທດເພື່ອນບ້ານທີ່ມີທ່າຊະລໍຕົວ ແຕ່ລາຄາມີການຜັນຜວນ ໂດຍສະເພາະລາຄານ້ຳມັນ, ຄຳ ແລະ ອື່ນໆ; ການລະບາດຂອງ ໂຄວິດ – 19 ແມ່ນເປັນປັດໄຈທາງອ້ອມທີ່ສົ່ງຜົນກະທົບໃຫ້ລາຄາສິນຄ້າ ແລະ ບໍລິການເພີ່ມຂຶ້ນ ໂດຍສະເພາະການຈໍລະຈອນສິນຄ້າຜ່ານດ່ານຊາຍແດນ.