ເຕັກນິກການປູກໝາກນໍ້າໃຫ້ອອກໝາກດົກ

75

ໝາກນໍ້າເປັນພືດສວນຄົວອີກຊະນິດໜຶ່ງທີ່ຄົນລາວນິຍົມປູກ ແລະ ບໍລິໂພກແຜ່ຫຼາຍ ມີທັງການປູກຂາຍເປັນສິນຄ້າ ຫຼື ປູກໄວ້ກິນເອງຢູ່ເຮືອນ. ແຕ່ຖ້າເວົ້າເຖິງເລື່ອງຄຸນປະໂຫຍດຂອງມັນແລ້ວຖືວ່າເປັນພືດທີ່ໃຫ້ປະໂຫຍດຫຼາຍ ເປັນຕົ້ນຍອດ ແລະ ໝາກຂອງມັນ ສາມາດນໍາມາປຸງແຕ່ງເປັນອາຫານໄດ້, ໝາກແກ່ສາມາດນໍາມາປະດິດເປັນເຄື່ອງໃຊ້ ໂດຍສະເພາະແມ່ນໂອຕັກນໍ້າ ຫຼື ຈະນໍາມາດັດແປງເປັນຮູບຊົງຕ່າງໆເພື່ອວາງຂາຍກໍໄດ້ເຊັ່ນກັນ ເວົ້າລວມແລ້ວໝາກນໍ້າສາມາດໃຊ້ປະໂຫຍດໄດ້ທຸກສ່ວນ ທຸກໄລຍະອາຍຸຂອງມັນ.

ແນວໃດກໍຕາມ, ສໍາລັບວິທີການປູກເຊື່ອວ່າຫຼາຍທ່ານຈະຮູ້ແລ້ວບໍ່ຫຼາຍກໍໜ້ອຍ ເນື່ອງຈາກມັນເປັນພືດທີ່ຄົນລາວເຮົານິຍົມປູກ ແລະ ປູກງ່າຍຢູ່ແລ້ວ ແຕ່ມື້ນີ້ຜູ້ຂຽນຈະນໍາເອົາເຕັກນິກການປູກທີ່ໃຫ້ໝາກດົກໜາອອກໝາກເຕັມເຄືອມາໃຫ້ທຸກທ່ານໄດ້ສຶກສາ ແລະ ນໍາໄປທົດລອງໃຊ້ນໍາກັນ.

ການປູກໂດຍທົ່ວໄປກໍບໍ່ຕ່າງຫຍັງກັບພືດຊະນິດອື່ນໆ ແຕ່ຖ້າຕ້ອງການຢາກໃຫ້ມັນອອກໝາກດົກໜາໃຫ້ທົດລອງຕັດໃບແກ່ທີ່ຢູ່ໃກ້ໆໂຄນຕົ້ນອອກໃຫ້ໝົດ ໃນໄລຍະທີ່ມັນກໍາລັງຈະເລີນເຕີບໂຕເຕັມທີ່ກຽມພ້ອມໃນການອອກດອກ, ການເຮັດແບບນີ້ຈະເຮັດໃຫ້ບ່ອນທີ່ຕັດໃບໝາກນໍ້າອອກເກີດຕາໃໝ່ຂຶ້ນມາ ເຮັດໃຫ້ມີເຄືອເພີ່ມ ແລະ ຈະມີດອກຈັບຕາມເຄືອຂຶ້ນອີກຈໍານວນຫຼາຍ.

ອີກວິທີໜຶ່ງ ຖ້າຫາກປູກໃໝ່ດອກໝາກນໍ້າທີ່ອອກມາ ສ່ວນຫຼາຍຈະເປັນດອກຜູ້ຫຼາຍກວ່າດອກແມ່ ເຊິ່ງສ່ວນຫຼາຍມັນຈະບານອອກໃນຕອນແລງ ແຕ່ແມງໄມ້ທີ່ມາຫາກິນຕອນແລງພັດມີໜ້ອຍ ຫຼື ອາດບໍ່ມີເລີຍ. ດັ່ງນັ້ນ, ເມື່ອບໍ່ມີພາຫະນໍາໄປປະສົມເກສອນ ຈຶ່ງເຮັດໃຫ້ໝາກນໍ້າອອກໝາກໜ້ອຍ ຫຼື ບໍ່ອອກເລີຍ, ຖ້າເປັນແບບນັ້ນຜູ້ປູກກໍຕ້ອງເປັນຜູ້ຊ່ວຍນໍາເອົາເກສອນຜູ້ມາປະສົມກັບເກສອນແມ່ ຈະເຮັດໃຫ້ໄດ້ໝາກດົກຫຼາຍຂຶ້ນ.

ສ່ວນວິທີການປະສົມເກສອນ ແມ່ນໃຫ້ນໍາເອົາດອກຜູ້ຂອງໝາກນໍ້າມາ ແລະ ແກະເອົາສະເພາະສ່ວນທີ່ເປັນເກສອນ ນໍາໄປແປະໃສ່ກັບເກສອນດອກແມ່ໂດຍໄວ ແຕ່ຕ້ອງເຮັດໃຫ້ຖືກໄລຍະເວລາ ເນື່ອງຈາກໄລຍະເວລາການບານຂອງດອກແມ່ນສັ້ນຫຼາຍ ປະມານ 3 ຫາ 5 ຊົ່ວໂມງເທົ່ານັ້ນ. ຫຼັງຈາກນັ້ນ, ເພື່ອປ້ອງກັນແມງໄມ້ອາດນໍາເອົາພາຊະນະໃດໜຶ່ງປົກຫຸ້ມໄວ້. ຕໍ່ມາໃຊ້ເວລາປະມານ 15 ຊົ່ວໂມງ ດອກໝາກນໍ້າຈະໂນ້ມຕົວລົງເພື່ອກຽມເປັນໝາກອ່ອນ. ແນວໃດກໍຕາມ, ການປະສົມເກສອນບໍ່ແມ່ນວ່າຈະປະສົບຜົນສໍາເລັດສະເໝີໄປ ເນື່ອງຈາກຕ້ອງລະວັງແມງໄມ້ ຫຼື ສັດຕູພືດອື່ນໆອີກ. ສະນັ້ນ, ຕ້ອງດູແລຮັກສາໃຫ້ດີໃນເວລາທີ່ມັນເລີ່ມອອກໝາກອ່ອນ.

( ທີ່ມາ: https://www.bansuanporpeang.com/node/26230 )