ປະໂຫຍດຂອງໝາກມອນໃນເລື່ອງສຸຂະພາບ

145

ໝາກມອນກໍມີຄຸນປະໂຫຍດເຊັ່ນດຽວກັນກັບໝາກໄມ້ຕະກູນເບີຣີ ເພາະມີຄຸນຄ່າທາງດ້ານໂພຊະນາການທີ່ອັດເຕັມໃນໝາກສີເຂັ້ມ ແລະ ລົດຊາດຫວານອົມສົ້ມຖືກປາກ. ນອກນີ້, ຍັງສາມາດນຳມາປຸງແຕ່ງກິນໄດ້ຫຼາຍຮູບແບບ ເຊັ່ນ: ກິນສົດ, ນຳມາອົບແຫ້ງ, ນຳມາກວນ ຫຼື ເຮັດແຍມ, ນຳມາປັ່ນເປັນເຄື່ອງດື່ມ, ນຳມາປຸງເປັນເຂົ້າໜົມຫວານ ແລະ ຍັງມີປະໂຫຍດຕໍ່ສຸຂະພາບອີກຫຼາຍຢ່າງ ໄດ້ແກ່:

1 ຊ່ວຍຄວບຄຸມລະດັບນ້ຳຕານໃນເລືອດ.

2 ຊ່ວຍຫຼຸດຄໍເລສເຕີຣອລ.

3 ອຸດົມໄປດ້ວຍສານຕ້ານອະນຸມູນອິດສະຫຼະ.

4 ຊ່ວຍບຳລຸງສະໝອງ.

5 ຊ່ວຍປ້ອງກັນພະຍາດມະເຮັງ.

6 ຊ່ວຍກະຕຸ້ນການໄຫຼວຽນ ຂອງເລືອດ.

7 ຊ່ວຍເສີມສ້າງພູມຄຸ້ມກັນ.

8 ຊ່ວຍປ້ອງກັນພະຍາດ ຄວາມດັນເລືອດສູງ.

9 ຊ່ວຍບຳລຸງສາຍຕາ.

10 ຊ່ວຍໃນການລ້າງສານພິດ.

11 ຊ່ວຍເສີມສ້າງກະດູກໃຫ້ແຂງແຮງ.

12 ຊ່ວຍໃນເລື່ອງລະບົບຂັບຖ່າຍ.

( ຂໍ້ມູນຈາກ: healthline.com )

[ ຮຽບຮຽງ: ນຸ້ມນິ້ມ ]