ປາກລາຍຄຸມເຂັ້ມ! ຕໍ່ແຮງງານກັບຄືນຖິ່ນກັກ 14 ວັນຕິດຕາມອາການ

104

ປັດຈຸບັນ, ສະຖານະການ ການແພ່ລະບາດຂອງພະຍາດອັກເສບປອດ ທີ່ເກີດຈາກເຊື້ອຈຸລະໂຣກສາຍພັັນໃໝ່ໂຄວິດ-19 ນັບມື້ຮຸນແຮງ ແລະ ແພ່ລະບາດຢູ່ຫຼາຍປະເທດທົ່ວໂລກ, ຂະນະທີ່ ສປປ ລາວ ປັດຈຸບັນກວດພົບ 2 ກໍລະນີ ຕິດເຊື້ອໂຄວິດ-19 ໂດຍຢືນຢັນຈາກກະຊວງສາທາລະນະສຸກ.

ເຖິງຢ່າງໃດກໍ່ຕາມ ເພື່ອເປັນການປ້ອງກັນ, ຄວບຄຸມພະຍາດດັ່ງກ່າວບໍ່ໃຫ້ແພ່ເປັນວົງກວ້າງ ລັດຖະບານ ກໍ່ຄືກະຊວງສາທາລະນະສຸກເອງ ກໍ່ໄດ້ມີການເພີ່ມມາດຕະການຢ່າງເຂັ້ມງວດ ໃນເຝົ້າລະວັງຢ່າງໃກ້ຊິດ ພາຍຫຼັງແຮງງານລາວ ທີ່ດຳລົງຊີວິດ ແລະ ເຮັດວຽກຢູ່ປະເທດທີ່ມີການລະບາດຂອງພະບາດໂຄວິດ-19 ເດີນທາງກັບປະເທດ ໃນໄລຍະບຸນປີໃໝ່ລາວ ໂດຍຜ່ານດ່ານສາກົນແຫ່ງຕ່າງໆ ແນະນຳໃຫ້ກັກຕົວເອງ 14 ວັນ ເພື່ອຕິດຕາມອາການ.

ດັ່ງນັ້ນ, ເພື່ອເຝົ້າລະວັງ ແລະ ປ້ອງກັນການແຜ່ລະບາດຂອງເຊື້ອໄວຣັສ ໂຄວິດ-19 ທີ່ກຳລັງລະບາດຢູ່ ໃນໄລຍະທີ່ຜ່ານມາ ທຸກພາກສ່ວນໄດ້ເອົາໃຈໃສ່ເຝົ້າລະວັງ ແລະ ຕິດຕາມ ຢ່າງຈິງຈັງ. ຂະນະທີ່ ເມືອງປາກລາຍ ແຂວງໄຊຍະບູລີ ກໍ່ໄດ້ແຕ່ງຕັ້ງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ຕອບໂຕ້ ຕໍ່ການລະບາດຂອງພະຍາດ ໂຄວິດ 19, ໄດ້ດຳເນີນມາດຕະການຈຳນວນໜຶ່ງ ແລະ ໄດ້ເຮັດວຽກຢ່າງໃກ້ຊິດ ກັບອົງການອະນາໄມໂລກ ປະຈຳ ສປປ ລາວ.

ເຊິ່ງມາຮອດປະຈຸບັນ ບັນດາແຮງງານລາວທີ່ໄດ້ເດີນທາງກັບມາຈາກປະເທດໄທກໍ່ໄດ້ຖືກນຳໂຕເຂົ້າມາກັກໂຕຢູ່ບໍລິເວນຕາມຫຼັກການສາກົນເປັນເວລາ 14 ວັນ, ເຊິ່ງໃນຕອນບ່າຍວັນທີ 24 ມີນາ 2020 ຜ່ານມາ ທ່ານ ສົມດີ ຄົງສະຫວັນ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດ ເມືອງ ກໍ່ໄດ້ລົງຕິດຕາມການລົງປະຕິບັດງານຂອງໜ່ວຍສະກິດເຝົ້າລະວັງ ແລະ ປ້ອງກັນການແຜ່ລະບາດຂອງເຊື້ອໄວຣັສ ໂຄວິດ 19.

ຫຼັງຈາກນັ້ນ, ທ່ານກໍ່ໄດ້ຮັບຟັງການລາຍງານໂດຍຫຍໍ້ ກ່ຽວກັບສະພາບການຈັດຕັ້ງປະຕິບັດຂັ້ນຕ້ອນໃນການຕ້ອນຮັບບັນດາແຮງງານລາວທີ່ກັບມາຈາກຕ່າງປະເທດ ເພື່ອນຳມາກັກບໍລິເວນຈາກພາກສ່ວນກ່ຽວຂ້ອງຄື: ສູນຕ້ອນຮັບໂຮງຮຽນປະຖົມບ້ານປາກແລງມີຜູ້ຖືກກັກຕົວບໍລິເວນ 14 ວັນ ມີທັງໜົດ 32 ຄົນ, ຍິງ 20 ຄົນ, ຜູ້ມີອາການຕ້ອງສົງໄສແຍກດ່ຽວ 1 ຄົນ, ເພດຍິງ ອາຍຸ 19 ປີ ປະຊາຊົນບ້ານ ຫ້ວຍໄຮ ເມືອງປາກລາຍ ແຂວງໄຊຍະບູລີ.

ທີ່ມາ: ສະຖານີວິທະຍຸ FM98,00 ເມືອງປາກລາຍຂ່າວສານ ແລະ ບັນເທີງ; ดาวปะดีด เสดฎาทีลาด