ການຮຽນຮູ້ ມີຄວາມສາມາດ ຄືໃບເບີກທາງສູ່ອາຊີບວຽກງານ ແລະ ຄວາມສຳເລັດ

323

ຫຼາຍໆຄົນມັກຈະມີຄຳຖາມວ່າເປັນຫຍັງເຮົາຕ້ອງໄປໂຮງຮຽນ?, ເປັນຫຍັງຈຶ່ງຕ້ອງຮຽນ?, ຮຽນໄປເຮັດຫຍັງ? ເປັນຕົ້ນແມ່ນເວລາທີ່ເຮົາຮຽນຄະນິດສາດ ຫຼື ວິທະຍາສາດໃນລະດັບສູງໆ ແລະ ຍາກໆກໍຈະຄິດຂຶ້ນມາວ່າ: ໃນເມື່ອເຮົາບໍ່ໄດ້ຢາກເປັນນັກວິທະຍາສາດ ຫຼື ນັກຄົ້ນຄວ້າ ເຊິ່ງຈະເຫັນຄົນເກັ່ງໆມັກເປັນ ແລະ ຫຼາຍຄົນກໍບອກວ່າ: ຮູ້ໄວ້ບໍ່ໄດ້ມີຫຍັງເສຍຫາຍ ໃນເວລາດຽວກັນບາງຄົນກໍບອກວ່າ: ຮູ້ຫຼາຍກໍຫຼາຍເລື່ອງ ແຕ່ຮູ້ໜ້ອຍຊ້ຳພັດບໍ່ເຂົ້າໃຈມັກຈະເຮັດໃຫ້ເກີດຄວາມລຳຄານໃຈ.

ສັງຄົມປັດຈຸບັນຫຼາຍໆຄົນອາດຈະເລີ່ມເຮັດວຽກເມື່ອຈົບລະດັບປະລິນຍາຕີ ເພາະການສະໝັກວຽກແມ່ນຂຶ້ນກັບວຸດທິການສຶກສາເປັນສ່ວນໃຫຍ່ນັກສຶກສາສ່ວນໃຫຍ່ທີ່ເລີ່ມເຂົ້າຮຽນວິຊາຊີບຕາມສະຖາບັນຕ່າງໆແມ່ນຕັ້ງແຕ່ 18 ປີ – 23 ປີ. ເຄີຍຄິດບໍ່ວ່າການທີ່ເຮົາຢູ່ກັບການສຶກສາເຮັດໃຫ້ຜ່ານຊີວິດມາເກືອບເຄິ່ງຊີວິດແລ້ວ ແຕ່ຍັງບໍ່ທັນໄດ້ເລີ່ມລົງມືເຮັດວຽກເປັນຫຼັກເປັນຖານ ແລະ ຄິດບໍ່ວ່າຢາກຈະພັກເລື່ອງຮຽນໄວ້ກ່ອນເພື່ອມາຮຽນຮູ້ຊີວິດການເຮັດວຽກ ກ່ອນຈະຕັດສິນໃຈວ່າສິ່ງໃດທີ່ຮຽນແລ້ວມີປະໂຫຍດ ຫຼື ບາງເທື່ອການຮຽນໜັງສືໃນຫ້ອງຮຽນ ອາດຈະບໍ່ແມ່ນຄຳຕອບຂອງຊີວິດຕໍ່ໄປກໍເປັນໄດ້ ເພາະໃນຕອນນີ້ກໍສາມາດອ່ານເປັນ, ຂຽນໄດ້ແດ່ແລ້ວ ເຊິ່ງພໍຈະສາມາດຕັດສິນໃຈເອງໄດ້ວ່າເຮົາຈະເລີ່ມຮຽນຮູ້ຊີວິດຕົວຈິງດ້ວຍຕົນເອງໄດ້ແລ້ວ ຫຼື ຍັງ.

ການຮຽນໃນຂັ້ນວິທະຍາໄລປະມານ 3 – 4 ປີ ກໍສາມາດໃຫ້ເຮົາໄດ້ຮຽນຮູ້ວ່າ: ສ່ວນໜຶ່ງຂອງການຮຽນໜັງສືແມ່ນເປັນການເພີ່ມມູນຄ່າໃຫ້ຕົນເອງໃນຕະຫຼາດແຮງງານ ຖ້າວ່າມີໃບຢັ້ງຢືນໃນຄວາມຮູ້ຕາມສາຂາທີ່ມີ ຄວາມຕ້ອງການ ໂອກາດທີ່ຈະຖືກຈ້າງງານກໍມີສູງ ໃນທາງກົງກັນຂ້າມກັນຖ້າວ່າມີຄວາມຮູ້, ຄວາມສາມາດແຕ່ບໍ່ມີໃບຢັ້ງຢືນ ບາງບໍລິສັດກໍບໍ່ໄດ້ມີເວລາທີ່ຈະທົດລອງຄວາມສາມາດທີ່ບໍລິສັດຕ້ອງການ ເລີຍໃຫ້ຄວາມສຳຄັນກັບໃບຢັ້ງຢືນຫຼາຍກວ່າຄົນທີ່ມີຄວາມສາມາດ ແຕ່ຂາດເຈ້ຍໃບນັ້ນໃນກໍລະນີນີ້ຈຶ່ງບໍ່ໄດ້ຮັບການພິຈາລະນາ.

ດັ່ງນັ້ນການຮຽນຈຶ່ງເປັນວິທີການທີ່ຈະໄດ້ມາພ້ອມກັບໃບປະກາສະນີຍະບັດທີ່ຢັ້ງຢືນວ່າ: ເຮົາໄດ້ຜ່ານມາດຕະຖານ ແລະ ຮັບຮອງຈາກສະຖາບັນການສຶກສານັ້ນໆ ເຊິ່ງມີຄວາມເປັນໄປໄດ້ສູງທີ່ຈະໄດ້ຮັບການຈ້າງງານຈາກນາຍຈ້າງ ສ່ວນຄ່າຈ້າງແມ່ນຂຶ້ນກັບຄວາມຕ້ອງການຂອງຕະຫຼາດ ແລະ ມູນຄ່າທີ່ສາມາດຈະສ້າງລາຍໄດ້ຈາກຜົນການຮຽນເຫຼົ່ານັ້ນ.

ສ່ວນການຮຽນໃນຊັ້ນປະ  ຖົມ – ມັດທະຍົມຕອນປາຍ ແມ່ນເປັນການຮຽນໃນຂັ້ນພື້ນຖານ ຮຽນເພື່ອເປັນພົນລະເມືອງທີ່ດີ ເຊິ່ງຢູ່ໃນໄລຍະທີ່ບອກສອນງ່າຍ ແລະ ເຊື່ອຟັງໃນຄຳສັ່ງສອນໄດ້ເປັນຢ່າງດີ ລວມທັງການຮຽນຮູ້ທີ່ຈະພົວພັນສື່ສານເຊິ່ງກັນ ແລະ ກັນ, ການໃຊ້ພາສາປາກເວົ້າ, ການນົບນ້ອມຖ່ອມຕົນ, ຄວາມຊື່ສັດນັ້ນເປັນຄຸນສົມບັດຂັ້ນພື້ນຖານທີ່ຈະເຮັດໃຫ້ເຮົາຮູ້ສັງຄົມຕໍ່ໄປໃນສິ່ງທີ່ເຮົາຄວນເຮັດ ຫຼື ບໍ່ຄວນເຮັດໃນອະນາຄົດ.

ຖ້າວ່າເຮົາບໍ່ມີການສຶກສາຂັ້ນພື້ນຖານ ຄິດບໍ່ອອກເລີຍວ່າເຮົາຈະສື່ສານກັນແນວໃດໃຫ້ໄດ້ ຄວາມໝາຍ ແລະ ໃນການພົວພັນກັບຄົນໃນສັງຄົມໄດ້ຢ່າງສະດວກສະບາຍ ໂດຍບໍ່ມີການຂັດແຍ່ງເຊິ່ງກັນ ແລະ ກັນ. ການສຶກສາຂັ້ນພື້ນຖານແມ່ນໄດ້ເປັນການຄ້ຳປະກັນວ່າ ເມື່ອໄດ້ຜ່ານການຮຽນໃນຂັ້ນນີ້ແລ້ວ ເຮົາຈະສາມາດສະແດງບົດບາດທີ່ດີຂຶ້ນ ສ່ວນເລື່ອງຄວາມຄິດໄດ້ໜ້ອຍ ຫຼື ໄດ້ຫຼາຍແມ່ນຂຶ້ນກັບຜູ້ກ່ຽວເອງ. ແຕ່ຢ່າງໜ້ອຍທີ່ສຸດການຮຽນແມ່ນເຮັດໃຫ້ຄົນໜຶ່ງກາຍເປັນຄົນໃໝ່ແນ່ນອນ ເພາະຖ້າເຮົາຍັງບໍ່ມີລະບົບຄວາມຄິດ, ບໍ່ມີເຫດຜົນ ຫຼື ບົດຮຽນຫຍັງເລີຍໃນຫົວ ບໍ່ແນ່ໃຈວ່າເຮົາອາດເປັນຄືຜັກກໍໄດ້.

ການຮຽນໜັງສືເປັນກິດຈະກຳເພື່ອອະນາຄົດ ນອກຈາກ ຄວາມຮູ້ແລ້ວ ສິ່ງທີ່ຈະໄດ້ຈາກການຮຽນຄືປັນຍາ, ຮຽນແລ້ວຮູ້ຄິດໄດ້, ຕັດສິນໃຈເປັນ ແລະ ສາມາດເລືອກໃຊ້ຊີວິດທີ່ຕ້ອງການໄດ້ໂດຍບໍ່ໜັກໜາປານໃດ ເຊິ່ງມີຫຼາຍຄົນທີ່ພະຍາຍາມສູງໃນການຊຸກຍູ້ຕົນເອງ ເພື່ອໃຫ້ໄດ້ໂອກາດໃນການຮ່ຳຮຽນໜັງສືໄດ້ຮຽນສູງໆ ເພື່ອນຳມາປະກອບພັດທະນາເສດຖະກິດຕົນເອງ, ຄອບຄົວ ແລະ ປະເທດຊາດ.

ການຮຽນ ຫຼື ໃບປະກາສະນີຍະບັດ ອາດຈະບໍ່ແມ່ນສິ່ງຄ້ຳປະກັນຄວາມສຳເລັດໃນຊີວິດສະເໝີໄປ ເຊິ່ງມີຄົນຈຳນວນຫຼາຍທີ່ຮຽນບໍ່ຈົບປະລິນຍາຕີ ແຕ່ປະສົບຜົນສຳເລັດໃນຊີວິດກໍມີຫຼາຍ ແລະ ຄົນທີ່ຮຽນຈົບກໍປະສົບຜົນສຳເລັດເຊັ່ນກັນ ເມື່ອເຮົາຄິດດີໆແລ້ວ ກໍຈະພົບກັບຄຳຕອບທັງໝົດຂອງຊີວິດໄດ້ເອງ ໂດຍທີ່ບໍ່ມີໃຜສາມາດຕອບໄດ້ດີທີ່ສຸດເທົ່າຕົວເຮົາເອງ.

[ ຮຽບຮຽງຈາກ: ricka-bywalton ]