ໄອ ສະປອດ ສະໜັບສະໜູນເຄື່ອງກີລາ ລາວ-ທ໊ອບ ເອັຟຊີ ເຂົ້າຮ່ວມ ລາວລີກ 2

63

ສະໂມສອນບານເຕະ ວິທະຍາໄລ ລາວ-ທ໊ອບ ຫຼື ລາວ-ທ໊ອບ ເອັຟຊີ ຈະນໍາໃຊ້ເຄື່ອງກີລາຂອງ ໄອ ສະປອດ ເຂົ້າຮ່ວມການແຂ່ງຂັນບານເຕະ ຄອມມານໂດ ລາວລີກ 2 ( Commando Lao League 2) ປະຈໍາລະດູການ 2020.
ໃນຕອນເຊົ້າຂອງວັນທີ 24 ມີນາ 2020 ທີ່ຫ້ອງປະຊຸມຂອງ ວິທະຍາໄລ ລາວ-ທ໊ອບ ໄດ້ມີພິທີເຊັນສັນຍາລົງນາມບົດບັນທຶກຄວາມເຂົ້າໃຈໃນການຮ່ວມມືກັນຂອງທັງສອງຝ່າຍ ກຽມເຂົ້າຮ່ວມ ລີກດິວິຊັ່ນ 1 ຂອງ ສຕລ ລະຫວ່າງ ທ່ານ ລຳໄພ ຂຸນດາວົງ ຜູ້ອຳນວຍການວິທະຍາໄລ ລາວ-ທ໊ອບ ທັງເປັນປະທານທີ່ປືກສາ ສະໂມສອນບານເຕະ ລາວ-ທ໊ອບ ເອັຟຊີ ແລະ ທ່ານ ໄລນະຄອນ ບຸນວິຊຽນ ເຈົ້າຂອງຮ້ານຈຳໜ່າຍເຄື່ອງກີລາ ໄອ ສະປອດ ມີທ່ານ ພັນທະວິໄລ ນວນຮຸ່ນ ຮອງຜູ້ອຳນວຍການວິທະຍາໄລ ລາວ-ທ໊ອບ ທັງເປັນ ປະທານສະໂມສອນ ລາວ-ທ໊ອບ ເອັຟຊີ ພ້ອມດ້ວຍຄະນະ ແລະ ພະນັກງານທັງສອງພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ໂດຍເນື້ອໃນສັນຍາລະບຸວ່າ: ຈຸດປະສົງ ແລະ ເນື້ອໃນຂອງສັນຍາ ລາວ-ທ໊ອບ ເອັຟຊີ ຕົກລົງເຫັນດີນໍາໃຊ້ເຄື່ອງກີລາ ໄອ ສະປອດ ( Ai Sports ) ເປັນຜູ້ສະໜັບສະໜູນເຄື່ອງກີລາຂອງທີມກີລາບານເຕະ ລາວ-ທ໊ອບ ເອັຟຊີ ເຊິ່ງລວມທັງເສື້ອ, ໂສ້ງ, ຖົງຕີນ ແລະ ຖົງມືນັກຮັບ ເຂົ້າໃນການແຂ່ງຂັນບານເຕະລາຍການ ຄອມມານໂດ ລາວລີກ 2 ປະຈໍາລະດູການ 2020 ( ຈໍານວນ 1 ລະດູການ).

ເຊິ່ງພັນທະຂອງ ລາວ-ທ໊ອບ ເອັຟຊີ
-ດໍາເນີນການໃຫ້ຄວາມຮ່ວມມືໃນການຈັດກິດຈະກໍາທາງດ້ານຕະຫຼາດ ແລະ ໂຄສະນາຕ່າງໆ ເພື່ອດືງດູດລູກໃຫ້ມີຄວາມສົນໃຈນໍາໃຊ້ຜະລິດຕະພັນ.
-ອໍານວຍຄວາມສະດອກໃຫ້ ໄອ ສະປອດ ຕັ້ງບູດຂາຍສິ້ນຄ່າໃນນັດທີ່ ລາວ-ທ໊ອບ ເອັຟຊີ ເປັນເຈົ້າບ້ານ

-ອະນຸຍາດໃຫ້ ໄອ ສະປອດ ເຮັດປ້າຍໂຄສະນາວາງໄວ້ຂອບສະໜາມຊ້ອມ ແລະ ສະໜາມເຈົ້າບ້ານ
-ຊຸກຍູ້ໃຫ້ນັກສຶກສາ ແລະ ອາຈານໃຊ້ບໍລິການຜະລິດຕະພັນຂອງ ໄອ ສະປອດ ເວລາຈັດແຂ່ງຂັນກີລາຈົນຈົບລະດູການ 2020.

ສ່ວນພັນທະຂອງ ໄອ ສະປອດ ຕ້ອງມີການສະໜັບສະໜູນສະໂມສອນ ລາວ-ທ໊ອບ ເອັຟຊີ ທາງດ້ານເຄື່ອນຸ່ງນັກກີລາຕາມທີ່ຕົກລົງກັນໄວ້ ເຊັ່ນ: ຊຸດແຂ່ງຂັນ 22 ຊຸດ 2 ສີ ລວມ 44 ຊຸດ, ເສື້ອໂປໂລ 16 ຜືນ,ຖົງມືນັກຮັບ ແບຣນລາວ ໄອ ສະປອດ 3 ຄູ່ ແລະ ເສື້ອກິດຈະກຳ 22 ຜືນ ລວມມູນຄ່າ 10 ລ້ານກວ່າກີບ.
ນອກຈາກນັ້ນ, ໄອ ສະປອດ ຍັງຈະໄດ້ສະໜອງເສື້ອທີມ ລາວ-ທ໊ອບ ທີ່ຈະໃຊ້ຫຼິ້ນກິດຈະກຳໃນແຕ່ລະອາທິດ ຈາກ 22 ນັດ ກໍລວມ 22 ຜືນ, ດຳເນີນກິ

ດຈະກຳຕ່າງໆ ໃນຂົງເຂດດັ່ງກ່າວເປັນຕົ້ນແມ່ນການໂຄສະນາເຜີຍແຜ່, ການໃຫ້ບໍລິການອື່ນໆທີ່ບໍ່ຜິດຕໍ່ລະບຽບ-ກົດໝາຍຂອງບ້ານເມືອງ ແລະ ກໍລະນີ ລາວ-ທ໊ອບ ຕ້ອງການຍົກເລີກສັນຍາກ່ອນກຳນົດຂອງອາຍຸສັນຍາ, ບໍ່ວ່າຈະເປັນກໍລະນີໃດໆກໍຕາມ ລາວ-ທ໊ອບ ຕ້ອງໄດ້ຮັບຜິດຊອບກ່ຽວກັບຄ່າໃຊ້ຈ່າຍຕາມທີ່ທາງ ຮ້ານໄອ ສະປອດ ໄດ້ອຸປະຖຳໃຫ້.