ວິທີເຮັດ “ມ້ຽງປາທູ”  ເມນູອາຫານເພື່ອສຸຂະພາບ ແຊບສະເດີດລະເບີດໄຂມັນ

127

ເມນູ “ມ້ຽງປາທູ” ເມນູປາສູດເດັດ ທີ່ອັດແໜ້ນໄປດ້ວຍຄຸນປະໂຫຍດຈາກຜັກສົດ ແລະ ຊີ້ນປາທູ ໄດ້ທັງໄພເບີຈາກຜັກ ໂປຣຕີນຈາກຊີ້ນປາ ແຖມດ້ວຍລົດຈັດຈ້ານຈາກນ້ໍາແຈ່ວຖົ່ວດິນສູດເດັດ ຄຸນປະໂຫຍດເຕັມໆ ແບບນີ້ ເຮົາສາມາດເຮັດກິນ ຢູ່ເຮືອນໄດ້ງ່າຍດ້ວຍຕົນເອງງ່າຍໆ ດ້ວຍສ່ວນປະສົມ ແລະ ວິທີເຮັດ ດັ່ງນີ້:

ວັດຖຸດິບ:

1 ປາທູ 3 ໂຕ

2 ໝາກເພັດດິບ 2 ໜ່ວຍ

3 ກະທຽມກີບໃຫ່ຍຊອຍເປັນປ່ຽງ 5 ກີບ

4 ເຂົ້າໜົມຈີນຕາມຕ້ອງການ

5 ເຂົ້າປຸ້ນຕາມຕ້ອງການ

6 ຜັກກາດຂວຕາມຕ້ອງການ

7 ຜັກບົວລະພາຕາມຕ້ອງການ

8 ຜັກຊີຕາມຕ້ອງການ

9 ສະລະແໜ່ ຕາມຕ້ອງການ

ວັດຖຸດິບນ້ຳແຈ່ວຖົ່ວຕັດ:

1 ກະທຽມລາວແກະເປືອກ 2 ບ່ວງແກງ

2 ໝາກເພັດດິບ 1/2 ບ່ວງແກງ

3 ຖົ່ວດິນ 8-10 ເມັດ

4 ນ້ໍາໝາກນາວ 2 ບ່ວງແກງ

5 ນ້ຳເຊື່ອມ 4 ບ່ວງແກງ

6 ນໍ້າປາ 1+1/2 ບ່ວງກາເຟ

7 ເກືອປົ່ນ 1/2 ບ່ວງກາເຟ

ສຳລັບວິທີເຮັດ:

ຕັ້ງກະທະແລ້ວໃສ່ນ້ຳມັນ ຈາກນັ້ນເປີດໄຟກາງ ນຳປາທູລົງຈືນ ຈົນເປັນສີເຫຼືອງທອງ ແລ້ວນຳຂຶ້ນປະໄວ້.

ວິທີເຮັດນນ້ຳແຈ່ວຖົ່ວຕັດ:

ຫຼັງຈາກນັ້ນ ຕຳຖົ່ວດິນໃຫ້ລະອຽດແລ້ວປະໄວ້

ຕຳໝາກເພັດກະທຽມ ນຳຂຶ້ນມາແລ້ວປຸງລົດດ້ວຍນ້ຳເຊື່ອມ ນ້ຳໝາກໜາວ ນ້ຳປາ ເກືອປົ່ນ

ນຳຖົ່ວດິນທີ່ຕຳໄວ້ມາໃສ່ໃນນ້ຳແຈ່ວທີ່ປຸງແລ້ວ.

ຫຼັງຈາກນັ້ນນຳປາທູທີ່ຈືນໄວ້ ມາຈັດເສີບ ກັບເຂົ້າໜົມຈີນ ເຂົ້າປຸ້ນ, ຜັກສົດ ແລະ ນ້ຳແຈ່ວຖົ່ວຕັດ.