ຄົບຮອບ 65 ປີ ວັນສ້າງພັກ ການນຳແຂວງຄຳມ່ວນ ຮ່ວມວາງກະຕ່າດອກໄມ້ຫວນຄືນມູນເຊື້ອ

346

ໃນວັນທີ 23 ມີນາ 2020 ບັນດາການນຳ ແຂວງຄຳມ່ວນ ເຊິ່ງນຳໂດຍ ທ່ານ ໂອໄດ ສຸດາພອນ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍບັນດາຄະນະປະຈຳ, ກຳມະການພັກແຂວງ, ພະແນກການ, ອົງການຈັດຕັ້ງມະຫາຊົນອ້ອມຂ້າງແຂວງ ໄດ້ຮ່ວມວາງກະຕ່າດອກໄມ້ທີ່ອະນຸສາວະລີນັກຮົບນິລະນາມ, ອະນຸສາວະລີປະທານໄກສອນ ພົມວິຫານ ແລະ ອະນຸສາວະລີປະທານ ສຸພານຸວົງ ເພື່ອລະນຶກເຖິງຄຸນງາມຄວາມດີ, ການເສຍສະຫຼະຕົນຂອງບັນພະບູລຸດລາວ ທີ່ໄດ້ນຳພາປວງຊົນລາວບັນດາເຜົ່າ ຕໍ່ສູ້ກູ້ຊາດ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນ ຢ່າງສະຫງ່າງາມ ແລະ ມີໄຊ ໃນວັນທີ 2 ທັນວາ 1975.

ສຳລັບການໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງພັກ ຄົບຮອບ 65 ປີ ໃນປີນີ້ ໂດຍອີງໃສ່ສະພາບໃນປັດຈຸບັນ ທີ່ເກີດມີພະຍາດລະບາດ ໂຄວິດ-19 ທີ່ມີການແຜ່ລະບາດໄປໃນຫຼາຍປະເທດທົ່ວໂລກ ແລະ ອີງໃສ່ທິດຊີ້ນຳຂອງສູນກາງພັກ-ລັດຖະບານ ແມ່ນໃຫ້ເລື່ອນການສະເຫຼີມສະຫຼອງອອກໄປ ແຕ່ເຖິງຢ່າງໃດກໍ່ຕາມທາງການນຳຂອງແຂວງ ກໍ່ຈະໄດ້ສືບຕໍ່ກະກຽມທາງດ້ານເນື້ອໃນ ເພື່ອນຳໄປເຜີຍແຜ່ຜ່ານທາງວິທະຍຸ, ໂທລະພາບ, ໜັງສືພິມ, ໂທລະໂຄ່ງປະຈຳກຸ່ມບ້ານ ແລະ ສື່ອື່ນໆ.

ພ້ອມນັ້ນ, ກໍ່ໄດ້ມອບໃຫ້ແຕ່ລະສຳນັກງານອົງການ ເປັນຜູ້ຈັດຕັ້ງເຜີຍແຜ່ ເຊື່ອມຊຶມໃນຂົງເຂດ ຄວາມຮັບຜິດຊອບຂອງຕົນ ຖືເປັນການສຶກສາອົບຮົມທາງດ້ານການເມືອງ-ແນວຄິດ ແລະ ເປັນການສ້າງຂະບວນການ ໃນວັນສຳຄັນຂອງຊາດ-ຂອງພັກ ໃຫ້ມີບັນຍາກາດຟົດຟື້ນ ແລະ ເຕັມໄປດ້ວຍເນື້ອໃນ ຄວາມໝາຍຢ່າງເລິກເຊິ່ງ.

ທີ່ມາ: Khammouane News