ສາລະໜ້າຮູ້ເວລາໃດທີ່ເໝາະສົມໃນການກິນໝາກໄມ້

79

ການກິນຜັກໝາກໄມ້ເປັນສິ່ງທີ່ດີ ແລະ ມີປະໂຫຍດຕໍ່ສຸຂະພາບ ແຕ່ເຄີຍສົງໄສ ຫຼື ບໍ່ວ່າເວລາທີ່ເໝາະສົມໃນການກິນໄມ້ແມ່ນເວລາໃດຈຶ່ງຈະໄດ້ຄຸນຄ່າທາງອາຫານເຂົ້າສູ່ຮ່າງກາຍ ສຳລັບມື້ນີ້ໜັງສືພິມຂອງພວກເຮົາໄດ້ນຳສາລະໜ້າຮູ້ມາຝາກໃຫ້ເປັນຄວາມຮູ້ເພື່ອສຸຂະພາບທີ່ດີຂອງຕົວທ່ານເອງ.

ເວລາທີ່ດີທີ່ສຸດ ແລະ ເໝາະສົມໃນການກິນໝາກໄມ້ ຫຼື ນ້ຳໝາກໄມ້ຄືໄລຍະຕອນເຊົ້າຂອງທຸກມື້ ນັບຕັ້ງແຕ່ຕື່ນນອນຈົນຮອດຕອນທ່ຽງ. ເນື່ອງຈາກເປັນໄລຍະທີ່ຮ່າງກາຍສົດຊື່ນທີ່ສຸດ ແລະ ເພື່ອບໍ່ໃຫ້ສູນເສຍພະລັງງານທີ່ມີຄ່າໄປ ເພາະການກິນໝາກໄມ້ແມ່ນໃຊ້ພະລັງງານໃນການຍ່ອຍສະຫຼາຍໜ້ອຍ ແລະ ຊ່ວຍໃຫ້ມີພະລັງງານເຫຼືອຫຼາຍເພື່ອຈະໃຊ້ປະໂຫຍດໄດ້ຕະຫຼອດມື້. ສິ່ງທີ່ສຳຄັນຄືການກິນໝາກໄມ້ໃນຕອນເຊົ້າຖືເປັນໂຕຊ່ວຍທີ່ດີໃຫ້ກັບຜູ້ທີ່ຕ້ອງການ ຫຼື ກຳລັງຄວບຄຸມນ້ຳໜັກໄດ້ພ້ອມ.

ຂໍ້ມູນຈາກ: women.mthai.com

ຮຽບຮຽງ: ນຸ້ມນິ້ມ