ເມືອງ ສາມັກຄີໄຊ ປິດໂຮງຮຽນທຸກຊັ້ນຊົ່ວຄາວ ເພື່ອປ້ອງກັນພະຍາດໂຄວິດ-19

128

ສະພາບການລະບາດຂອງພະຍາດໂຄວິດ-19 ທີ່ຍັງແຜ່ຂະຫຍາຍເປັນວົງກວ້າງຢູ່ຫຼາຍປະເທດໃນທົ່ວໂລກ ເຮັດໃຫ້ລາວເຮົາຕ້ອງມີມາດຕະການເຄັ່ງຄັດ ເພື່ອປ້ອງກັນ ແລະ ສະກັດກັ້ນພະຍາດດັ່ງກ່າວ ດ້ວຍຫຼາຍວິທີທາງ ເຊິ່ງຫຼ້າສຸດ ຢູ່ແຂວງ ອັດຕະປື ຫ້ອງການສຶກສາທິການ ແລະ ກິລາເມືອງ ສາມັກຄີໄຊ ໄດ້ເອົາໃຈໃສ່ປະຕິບັດຕາມມະຕິຄຳສັ່ງຂອງຂັ້ນເທິງວາງອອກຢ່າງເຄັ່ງຄັດແລ້ວ ເພື່ອປ້ອງກັນ, ຄວບຄຸມການລະບາດຂອງ ໂຄວິດ-19 ເຊິ່ງໄດ້ປິດໂຮງຮຽນເປັນການຊົ່ວຄາວ ເຊັ່ນ: ໂຮງຮຽນລ້ຽງເດັກ, ໂຮງຮຽນອະນຸບານ, ໂຮງຮຽນປະຖົມ ແລະ ໂຮງຮຽນມັດທະຍົມ ໃນທົ່ວເມືອງຢ່າງເປັນທາງການແລ້ວ ເພື່ອຍົກສູງມາດຕະການເຝົ້າລະວັງພະຍາດໂຄວິດ-19.

ທ່ານ ສົມໃຈ ແກ້ວບຸດດາ ຄະນະຫ້ອງການສຶກສາທິການ ແລະ ກິລາ ເມືອງ ສາມັກຄີໄຊ ແຂວງ ອັດຕະປື ໄດ້ໃຫ້ສຳພາດຕໍ່ນັກຂ່າວແຂວງ ໃນວັນທີ 20 ມິນາ 2020 ວ່າ: ແຂວງ ອັດຕະປື ຍັງມີຄວາມສ່ຽງສູງ ຍ້ອນປະເທດໃກ້ຄຽງມີການລະບາດແລ້ວ ເພື່ອເປັນການຫຼຸດຄວາມສ່ຽງ ໂດຍສະເພາະກຸ່ມຄົນທີ່ມີຄວາມສ່ຽງສູງເຊັ່ນ: ຜູ້ສູງອາຍຸ, ເດັກນ້ອຍ ແລະ ຜູ້ມີພູມຄຸ້ມກັນຕໍ່າ ເຊິ່ງໃນນັ້ນ ເຂດສ່ຽງມີທັງບັນດາສະຖານທີ່ລ້ຽງເດັກ ແລະ ໂຮງຮຽນອະນຸບານ ແລະ ໂຮງຮຽນແຫ່ງຕ່າງໆ ເລີ່ມແຕ່ ວັນທີ 19 ມີນາ 2020 ຫ້ອງການສຶກສາເມືອງ ໄດ້ພິຈາລະນາອອກແຈ້ງການປິດຊົ່ວຄາວ ໂຮງຮຽນລ້ຽງເດັກ, ໂຮງຮຽນອະນຸບານ, ໂຮງຮຽນປະຖົມ, ໂຮງຮຽນມັດຖະຍົມ ແລະ ໂຮງຮຽນວິຊາຊີບໃນທົ່ວເມືອງ ທັງພາກລັດ ແລະ ເອກະຊົນ ຈົນກວ່າມີການປ່ຽນແປງຂອງສະຖານະການລະບາດຂອງພະຍາດໂຄວິດຈະສາມາດຄວບຄຸມໄດ້.

ທ່ານ ສົມໃຈ ແກ້ວບຸດດາ ໄດ້ຮູ້ຕື່ມອີກວ່າ: ພໍ່ແມ່ຜູ້ປົກຄອງຄວນເອົາໃຈໃສ່ເບິ່ງແຍງດູແລລູກຫຼານຂອງຕົນ ໃຫ້ຢູ່ໃນສະຖານທີປອດໄພ, ຖືຫຼັກເອົາການຮັກສາສຸຂະອະນາໄມການທໍາຄວາມສະອາດໃຫ້ເປັນປະຈໍາ, ບັນດາພໍ່ແມ່ຜູ້ປົກຄອງຕ້ອງໄດ້ຊ່ວຍສຶກສາອົບຮົມລູກຫຼານໃນການສຶກສາຄົ້ນຄວ້າຮ່ຳຮຽນໃນຊ້ວງໄລຍະພັກຊົ່ວຄາວນັ້ນ, ແນະນຳໃຫ້ຢູ່ໃນບ້ານເຮືອນ, ຖ້າໄປຢູ່ໃກ້ເຂດຊຸມຊົນເເອອັດຈົ່ງໃຫ້ມີຄວາມລະມັດລະວັງ ແລະ ກ່ອນຈະໄດ້ມີການປີດການຮຽນການສອນເປັນການຊົ່ວຄາວນັ້ນ ບັນດາຄູອາຈານໄດ້ໃຫ້ການແນະນຳກ່ຽວກັບວິທີປ້ອງກັນເຊື້ອພະຍາດດັ່ງກ່າວນີ້ເປັນຈຳນວນກວ້າງຂວາງ ແລະ ພໍ່ແມ່ຜູ້ປົກຄອງຈົ່ງໄດ້ຊ່ວຍໃນການແນະນຳລຼກຫຼານເຂົ້າໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງ ໂຄວິດ-19 ໃຫ້ທົ່ວເຖິງ.

ໂດຍ: ເທວາ