ໂອກາດມາ-ໄປສະໝັກເລີຍ! ລາວ-ທ໊ອບ ກຽມຄັດເລືອກນັກເຕະລຸຍ ລາວລີກ 2 ວັນອາທິດນີ້

133

ເພື່ອເປັນການກະກຽມເຂົ້າຮ່ວມລາຍການຕ່າງໆ ສະໂມສອນ ວິທະຍາໄລ ລາວ-ທ໊ອບ ຫຼື ລາວ-ທ໊ອບ ເອັຟຊີ ກຽມຄັດເລືອກນັກເຕະ ເພື່ອເຂົ້າຮ່ວມການແຂ່ງຂັນບານເຕະ ຄອມມານ ລາວລີກ 2 ຫຼື COMMANDO LAO LEAGUE 2 ( ບານເຕະສາຍ ກ ຊື່ເກົ່າ ) ປະຈໍາປີ 2020 ທີ່ຈະເປີດສາກຂຶ້ນໃນເດືອນພຶດສະພາ 2020.

ທ່ານ ປອ ພັນທະວິໄລ ນວນຮຸ່ນ ຮອງອໍານວຍການຂອງ ວິທະຍາໄລ ລາວ-ທ໊ອບ ທັງເປັນປະທານສະໂມສອນ ລາວ-ທ໊ອບ ໃຫ້ສໍາພາດໃນວັນທີ 20 ມີນາ 2020 ທີ່ວິທະຍາໄລ ລາວ-ທ໊ອບ ວ່າ: ວິທະຍາໄລ ລາວ-ທ໊ອບ ແຈ້ງເຈດຈໍານົງເຂົ້າຮ່ວມບານເຕະ ລາວລີກ 2 ( ບານເຕະສາຍ ກ ) 2020 ຫຼັງປີກ່ອນສາມາດຢູ່ອັນດັບທີ 6 ໃນບານເຕະສາຍ ກ ( ລາວລີກ 2 ປັດຈຸບັນ ) ແຕ່ປີກາຍນີ້ບໍ່ໄດ້ສົ່ງທີມເຂົ້າຮ່ວມ

ເຊິ່ງປີນີ້ຈະມີການຄັດເລືອກນັກກີລາແບບເປີດກວ້າງໄດ້ຈັດຂຶ້ນໃນວັນອາທິດທີ 22 ມີນາ 2020 ເພື່ອຄັດເອົານັກໃໝ່ປະສົມນັກເຕະເກົ່າ ໂດຍເນັ້ນນັກສຶກສາພວກເຮົາ 60% ມີທັງນັກເຕະທີ່ເຄີຍຕິດທີມຊຸດເກົ່າ ແລະ ໃໝ່ປະສົມກັນ.
ສໍາລັບ ລາວ -ທ໊ອບ ເອຟຊີ ເປີດຮັບສະໝັກ ແລະ ຄັກເລືອກນັກກິລາຜຸ້ທີ່ມີອາຍຸ 18 ປີຂຶ້ນໄປ ເຊິ່ງວັນຄັດເລືອກຈະຈັດຂຶ້ນໃນວັນອາທິດ ວັນທີ 22/03/2020, ເວລາ 14:00 ໂມງເປັນຕົ້ນໄປ ທີ່ເດີ່ນບານເຕະຫຍ້າທຽມຊັບພະວິຊາ
-ຢື່ນເອກະສານສະໜັກໜ້າງານ ແລະ ທົດສອບຄວາມສາມາດໄດ້ເລີຍ.

-ຕິດຕໍ່ພົວພັນໂທເລີຍ ແລະ ວອດແອບເລີຍ: (7688 8442 ອ. ຈ ພຸດຖາວອນ) (5496 0386 ອ.ຈ ສົມປະສົງ) (9705 2946 ອ.ຈ ແຊ້ມ) (2980 8698 ອ.ຈ ຄຳຫວຽງ) (7780 0757 ອ.ຈ ອາກ) (5864 6346 ອ.ຈ ໄຊສຸລິສັກ) (9844 9644 ອ.ຈ ວິໄລສັກ)
ໝາຍເຫດ: ຜູ້ສະໝັກຕ້ອງກຽມຮ່າງກາຍ ແລະ ຄວາມພ້ອມ+ອຸປະກອນຕົນເອງໃຫ້ຄົບ ແລະ ນຳຮູບຖ່າຍ 3X4 2ໃບ+ນຳສຳເນົາບັດປະຈຳໂຕ ຫລື ປື້ມສຳມະໂນຄົວ ຫຼື (ພາສປັອດຂອງຕົນມານຳ ຖ້າມີ)

ໝາຍເຫດ: ເອກະສານຕ້ອງມີຢ່າງໃດຢ່າງໜຶ່ງ.
(ຄໍາສອນ)
(ຮູບຈາກ: Lao-Top College)