ວິທີເຮັດເຂົ້າໜົມຫວານບຣາວນີ່ກ້ວຍຫອມ

90

ມື້ນີ້ຂໍເປັນລາຍການຂອງຫວານທີ່ຫຼາຍຄົນມັກເຂົ້າໜົມບຣາວນີ່ ( Brownie ) ແຕ່ສູດນີ້ຈະມີສ່ວນປະສົມຂອງກ້ວຍຫອມໃສ່ນໍາ ຮັບຮອງວ່າແຊບບໍ່ໜ້ອຍກວ່າສູດດັ້ງເດີມແນ່ນອນ.

ສ່ວນປະສົມ:

1 ໝາກກ້ວຍຫອມສຸກ 2 ໜ່ວຍ.

2 ແປ້ງໂຮວີດ 2 ຖ້ວຍນ້ອຍ.

3 ໄຂ່ໄກ່ 1 ໜ່ວຍ.

4 ນ້ຳມັນໝາກພ້າວ 1/2 ຖ້ວຍນ້ອຍ.

5 ນ້ຳເຜິ້ງ 1 ຖ້ວຍນ້ອຍ.

6 ໂຢເກິດ 1/2 ຖ້ວຍນ້ອຍ.

7 ເບກກິ້ງໂຊດາ 1 ບ່ວງກາເຟ.

8 ຜົງໂກໂກ້ 2 ບ່ວງແກງ.

9 ຜົງກາເຟ 1 ບ່ວງແກງ.

ວິທີປຸງແຕ່ງ:

ປອກເປືອກໝາກກ້ວຍໃສ່ເຄື່ອງຕີແລ້ວຕື່ມແປ້ງ    ໂຮວີດ, ໄຂ່ໄກ່, ນ້ຳມັນໝາກພ້າວ, ນ້ຳເຜິ້ງ, ເບກກິ້ງໂຊດາ, ໂຢເກິດ, ຜົງໂກໂກ້ ແລະ ຜົງກາເຟ ແລ້ວຕີໃຫ້ສ່ວນປະສົມທຸກຢ່າງເຂົ້າກັນດີ. ຈາກນັ້ນ, ຖອກໃສ່ພິມເຈ້ຍ ຫຼື ພາຊະນະທີ່ຈະໃຊ້ໃຫ້ຮຽບຮ້ອຍແລ້ວນຳໄປອົບໃນອຸນຫະພູມ 180 ອົງສາ ແລະ ອົບປະມານ 20 ນາທີ.

ຫຼັງຈາກສຸກແລ້ວໃຫ້ແກະອອກຈາກພິມເຈ້ຍ ແລະ ຈັດໃສ່ຈານໂຮຍໜ້າດ້ວຍນ້ຳຕານໄອຊິງ ເສີບພ້ອມກັບນົມ ຫຼື ເຄື່ອງດື່ມອື່ນໆຕາມໃຈມັກ.

( ຂໍ້ມູນຈາກ: cooking-classy.com )

( ຮຽບຮຽງ: ນຸ້ມນິ້ມ )