ທຸກຄົນຕ້ອງຈັບມືສາມັກຄີກັນຜ່ານຜ່າວິກິດ ໂຄວິດ-19

115

ເຖິງ ສປປ ລາວ ຍັງບໍ່ມີກໍລະນີຜູ້ຕິດເຊື້ອໂຄວິດ – 19 ແຕ່ລັດຖະບານກໍຕັດສິນໃຈເດັດຂາດອອກ 9 ມາດຕະການສະກັດກັ້ນ ໂດຍສະເພາະແມ່ນປິດດ່ານທ້ອງຖິ່ນ ແລະ ດ່ານປະເພນີໃນຂອບເຂດທົ່ວປະເທດປິດການຮຽນ – ການສອນທົ່ວປະເທດ, ໂຈະການອອກວີຊາກັບດ່ານທຸກປະເພດ ລວມທັງ ອີ – ວີຊາ ( E – Visa ) ແລະ ການອອກວີຊາທ່ອງທ່ຽວສຳລັບທຸກປະເທດໃນໄລຍະເວລາ 30 ວັນ. ດັ່ງນັ້ນ, ເພື່ອຮອງຮັບ ແລະ ສ້າງເງື່ອນໄຂໃຫ້ເສດຖະກິດໃນສະພາບຄືແນວນີ້ສາມາດປະຄອງໄປໄດ້, ພາກລັດ ແລະ ທຸລະກິດຕ້ອງເປີດເວທີຫາລືກັນແບ່ງວຽກແບ່ງ ຄວາມຮັບຜິດຊອບກັນໃຫ້ ລະອຽດ.

ທ່ານ ພົງປະເສີດ ກັນລະຍາ ປະທານຜູ້ບໍລິຫານຂອງ ບາຊາ – ບີ ໄດ້ໃຫ້ສໍາພາດວ່າ: ຖ້າຫາກວ່າສູນການຄ້າ ບາຊາ – ບີ ມີທົ່ວປະເທດ ຫຼື ທຸກແຂວງກໍຈະກາຍເປັນສິ່ງທີ່ຄໍ້າປະກັນ ຫຼື ສະຕັອກສິນຄ້າໄວ້ ເພາະບົດຮຽນຂອງຕ່າງປະເທດໃນກໍລະນີ ເກີດວິກິດຕ່າງໆ ເປັນຕົ້ນແມ່ນນໍ້າຖ້ວມກໍຈະມີຮ້ານສະດວກຊື້ເປັນບ່ອນຈັບຈ່າຍໃຊ້ສອຍຂອງປະຊາຊົນ ( ເປັນສູນສະຕັອກສິນຄ້າສາມາດກຸ້ມ 1 ຫາ 2 ເດືອນ ).

ທ່ານກ່າວຕື່ມອີກວ່າ: ໃນເມື່ອພົບບັນຫາເສດຖະກິດຄືແນວນີ້ຄິດວ່າຍັງມີຫຼາຍຊ່ອງທາງທີ່ພາກລັດ – ທຸລະກິດຈະຮ່ວມມືກັນແກ້ໂດຍການປຶກສາຫາລືກັນເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ພາກທຸລະກິດ ເຊິ່ງພາກລັດອາດມີນະໂຍບາຍຍົກເວັ້ນ ຫຼື ຜ່ອນພາສີ, ອາກອນອາດຈະບໍ່ຈ່າຍດຽວນີ້ ໂດຍເລື່ອນໄປໄລຍະໜຶ່ງ ຫຼື ຫຼຸດອັດຕາລົງ, ສ່ວນພາກທະນາຄານ ກໍຕ້ອງຫຼຸດອັດຕາດອກເບ້ຍລົງ ຫຼື ອາດຈະເລື່ອນໄລຍະຈ່າຍດອກເບ້ຍອອກໄປ.

ສ່ວນທຸລະກິດອື່ນໆກໍເລີ່ມເຫັນວ່າບໍ່ເກັບຄ່າເຊົ່າໃນໄລຍະ 3 – 6 ເດືອນ ໝາຍວ່າໃຫ້ຕ່າງຝ່າຍຕ່າງຢູ່ລອດ ຫຼື ຫຼຸດລາຄາຄ່າເຊົ່າ ເຊິ່ງເປັນມາດຕະການເລັ່ງດ່ວນທຸກຄົນຕ້ອງພ້ອມກັນປະຄອງໄວ້.

ພ້ອມນັ້ນ, ກໍກວດກາຄືນສິນຄ້າໃດທີ່ເຮົາມີ, ຍັງບໍ່ມີ ແລະ ສິນຄ້າໃດທີ່ຈຳເປັນ ຖືເອົາວິກິດນີ້ມາເປັນໂອກາດໃນການຜະລິດເພື່ອຕອບສະໜອງພາຍໃນ.