ແຈກສຸດ! ຂົ້ວຊີ້ນໝູໃສ່ໝາກເຜັດເຜົາ

179

ມື້ນີ້ຂໍເປັນລາຍການອາຫານກິນກັບເຂົ້າຈ້າວ ເບິ່ງຈາກສີສັນອາດຈະມີລົດຊາດເຜັດ ເພາະມີສ່ວນປະສົມຂອງໝາກເຜັດເຜົາ ແລະ ສາມາດປ່ຽນຈາກຊີ້ນໝູເປັນຊີ້ນສັດອື່ນໆໄດ້ ເຊັ່ນ: ກຸ້ງ, ປາໝຶກ, ໄກ່ ຫຼື ອື່ນໆຕາມໃຈມັກ.

ສ່ວນປະສົມ:

1 ກະທຽມສັບ 2 ບ່ວງແກງ.

2 ໝາກເຜັດເຜົາ 3 ບ່ວງແກງ.

3 ຊີ້ນໝູຊອຍຕ່ອນພໍປະມານ 300 ກຣາມ.

4 ນ້ຳຕານ 1/2 ບ່ວງແກງ.

5 ນ້ຳປາ 2 ບ່ວງແກງ.

6 ນ້ຳສົ້ມສາຍຊູ ຫຼື ນ້ຳໝາກນາວ 1 ບ່ວງແກງ.

7 ນ້ຳສະອາດ 2 – 3 ບ່ວງແກງ.

8 ນ້ຳມັນພືດ 2 ບ່ວງແກງ.

9 ຫົວຜັກບົ່ວໃບ 3 ຕົ້ນ.

10 ໝາກເຜັດ 2 – 5 ໜ່ວຍ.

ວິທີປຸງແຕ່ງ:

ເລີ່ມໂດຍການເອົານ້ຳມັນໃສ່ໝໍ້ຄ້າງໄຟປານກາງ ພໍຮ້ອນໃຫ້ເອົາກະທຽມລົງຂົ້ວຈົນມີກິ່ນຫອມແລ້ວໃຫ້ຜ່ອນໄຟລົງ ແລະ ໃສ່ໝາກເຜັດເຜົາລົງໄປຂົ້ວບຶດໜຶ່ງ. ຈາກນັ້ນ, ຈຶ່ງເອົາຊີ້ນໝູທີ່ຊອຍໄວ້ລົງຂົ້ວພ້ອມປຸງລົດດ້ວຍນ້ຳຕານ, ນ້ຳປາ ແລະ ນ້ຳສົ້ມສາຍຊູລົງ.

ຂົ້ວຈົນໝູເລີ່ມສຸກແລ້ວຈຶ່ງຕື່ມນ້ຳ ແລະ ໝາກເຜັດຊອຍລົງໄປຂົ້ວໃຫ້ເຂົ້າກັນ, ຊີມລົດຊາດຕາມໃຈມັກຕັກໃສ່ຈານໂຮຍໜ້າດ້ວຍຫົວຜັກບົ່ວໃບຊອຍ, ເທົ່ານີ້ກໍພ້ອມເສີບກັບເຂົ້າຈ້າວຮ້ອນໆ.

( ຂໍ້ມູນຈາກ: easy-cookingmenu.com )

( ຮຽບຮຽງ: ນຸ້ມນິ້ມ )