ຮພກ ເປີດໂອກາດຮັບນັກຮຽນຜູ້ມີພອນສະຫວັນກີລາດີເດັ່ນ 60 ທຶນ ສົກຮຽນ 2020-2021

110

ໂຮງຮຽນພອນສະຫວັນກີລາ-ກາຍະກຳ (ຮພກ) ເປີດຮັບສະໝັກນັກຮຽນຊັ້ນມັດທະຍົມສຶກສາຕອນປາຍ ດ້ວຍເງື່ອນໄຂຕ້ອງຈົບລະດັບຊັ້ນ ມ 4 ກຽມຂຶ້ນ ມ5 ທົ່ວປະເທດ ຜູ້ທີ່ມີພອນສະຫວັນດີເດັ່ນທາງດ້ານກີລາ ແລະ ເປັນນັກກີລາເປົ້າໝາຍຂອງແຂວງ ຈຳນວນ 60 ທຶນ ຈາກ 12 ປະເພດກີລາ ເພື່ອຮອງຮັບເຂົ້າຮຽນສົກຮຽນໃໝ່ 2020-2021.

ອີງຕາມການລາຍງານຂອງ ທ່ານ ສູນທອນ ຄຳສານ ຫົວໜ້າໜ່ວຍງານວິຊາການ ຮພກ ແຈ້ງໃຫ້ຊາບ ໃນຕອນເຊົ້າໃນ 17 ມີນາ ໃຫ້ຊາບວ່າ: ອີງຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຮພກ ແລະ ທິດຊີ້ນຳຂອງກົມກິລາລະດັບສູງ ແລະ ແຜນການເຄື່ອນໄຫວຂອງ ຮພກ ປະຈຳສົກປີ 2020-2021. ດັ່ງນັ້ນ, ຫ້ອງການ ກະຊວງ ສສກ ຈຶ່ງແຈ້ງການມາຍັງພະແນກສຶກສາທິການ ແລະ ກີລາ 17 ແຂວງ ແລະ 1 ນະຄອນຫຼວງວຽງຈັນ ໃນຂອບເຂດທົ່ວປະເທດຊາບວ່າ: ໃນສົກຮຽນ 2020-2021 ຮພກ ໄດ້ຮັບທຶນການສຶກສາຈາກ ກະຊວງ ສສກ ຈຳນວນ 60 ທຶນ ເພື່ອຮັບນັກຮຽນຊັ້ນມັດທະຍົມສຶກສາຕອນປາຍ ດ້ວຍເງື່ອນໄຂຕ້ອງຈົບລະດັບຊັ້ນ ມ 4 ກຽມຂຶ້ນ ມ 5 ລົງຝຶກແອບກິລາ 12 ປະເພດ ປະກອບມີ ມວຍສາກົນ, ມວຍປໍ້າ, ກາຣາເຕໂດ, ເທຄວັນໂດ, ຢູໂດ, ຍິງທະນູ, ແລ່ນ-ລານ, ຍົກນໍ້າໜັກ, ປິ່ງປ່ອງ, ເປຕັງ ແລະ ກິລາກະຕໍ້.

“ ເປົ້າໝາຍນັກຮຽນທີ່ຕ້ອງການ ຕ້ອງແມ່ນນັກຮຽນມັດທະຍົມ ຊັ້ນ ມ 4 ກຽມຂຶ້ນ ມ 5 ທີ່ມີຜົນງານດີເດັ່ນທາງດ້ານກີລາ ແລະ ເປັນນັກກີລາເປົ້າໝາຍຂອງແຂວງ ແລະ ສະຫະພັນກີລາແຫ່ງຊາດທີ່ຈະສ້າງ. ນອກນັ້ນ, ກໍຕ້ອງເຄີຍຜ່ານຂະບວນການເຄື່ອນໄຫວ ແລະ ແຂ່ງຂັນກີລາໃນລະດັບດີ, ມີມາດຕະຖານສະເພາະຄົບຖ້ວນຕາມແຕ່ລະປະເພດກີລາ, ຕ້ອງເປັນຄົນສັນຊາດລາວ, ຕ້ອງໄດ້ຮັບການເຫັນດີຈາກຜູ້ປົກຄອງ ແລະ ການຈັດຕັ້ງທີ່ຂຶ້ນກັບ, ຕ້ອງມີສຸຂະພາບແຂງແຮງ ແລະ ບໍ່ມີພະຍາດຕິດແປດ.ພາຍຫຼັງຮຽນຈົບ ມ 7 ແມ່ນສົ່ງຮຽນຕໍ່ວິຊາຊີບ (ສາຍກີລາ) ເປັນຕົ້ນແມ່ນ ມະຫາວິທະຍາໄລແຫ່ງຊາດ, ວິທະຍາໄລພະລະສຶກສາ ແລະ ອື່ນໆ, ມີທີ່ພັກ ແລະສະຫວັດດີການໃຫ້,” ທ່ານ ສູນທອນ ຄຳສານ ລາຍການ.

ສໍາລັບ ການສະໝັກແມ່ນເລີ່ມແຕ່ມື້ນີ້ ແລະ ກໍານົດສົ່ງລາຍຊື່ນັກຮຽນໃຫ້ ຮພກ ບໍ່ໃຫ້ກາຍວັນທີ 3 ເມສາ 2020 ພາຍຫຼັງທີ່ສັງລວມແລ້ວ ຫ້ອງການ ກະຊວງ ສສກ ຈະຂໍແຈ້ງວັນ ແລະ ເວລາການລົງຄັດເລືອກໃຫ້ຊາບອີກຄັ້ງໜຶ່ງ.