ມາເບິ່ງ! ເຄັດລັບ 12 ຂໍ້ ເພື່ອກ້າວສູ່ຄວາມສໍາເລັດ “ ດ້ານການຮຽນ ”

118

ການຮຽນໃຫ້ປະສົບຄວາມສຳເລັດນັ້ນແມ່ນມີຄວາມຫຍຸ້ງຍາກຫຼາຍ ນອກຈາກຄວາມສາມາດໃນການຮຽນຮູ້ແລ້ວຍັງຕ້ອງອາໄສຄວາມຕັ້ງໃຈ ແລະ ມີວິໄນທີ່ດີ, ແຕ່ວ່າເຮົາບໍ່ຈຳເປັນຕ້ອງຕຶງຄຽດກັບສິ່ງເຫຼົ່ານີ້ຫຼາຍເກີນໄປ ເພາະພວກເຮົາມີວິທີການຮຽນທີ່ດີມານຳສະເໜີ ເພື່ອໃຫ້ນ້ອງນັກຮຽນ – ນັກສຶກສາສາມາດປະສົບຄວາມສຳເລັດໄດ້ງ່າຍຂຶ້ນເຮົາໄປເບິ່ງນຳກັນວ່າມີຫຍັງແນ່?.

1 ຕັ້ງເປົ້າໝາຍໃນການຮຽນ: ການຕັ້ງເປົ້າໝາຍຕໍ່ການກະທຳນັ້ນຈະຊ່ວຍໃຫ້ກິດຈະກຳເຫຼົ່ານັ້ນປ່ຽນແປງໄປໃນທາງທີ່ດີຂຶ້ນໄດ້ ກັບການຮຽນກໍເຊັ່ນດຽວກັນ. ກ່ອນອື່ນເຮົາບໍ່ຕ້ອງປະໝາດຕົວເອງຈົນເກີນໄປ ແລະ ລອງຕັ້ງເປົ້າໝາຍວ່າເຮົາຢາກຮຽນໄປເພື່ອຫຍັງ, ເຮົາຕ້ອງເຮັດແບບໃດເຖິງຈະປະສົບຜົນສຳເລັດຕາມທີ່ຕັ້ງໄວ້, ຖ້າເຮົາຄິດວ່າເປົ້າໝາຍນັ້ນດີສຳລັບເຮົາແລ້ວຂັ້ນຕໍ່ໄປກໍຄືການລົງມືເຮັດ ແລະ ພັດທະນາຕົນເອງໄປສູ່ເປົ້າໝາຍ.

2 ວາງແຜນການຮຽນ: ເວລາເປັນສິ່ງມີຄ່າ ແລະ ອາດຈະບໍ່ດີ ຖ້າເຮົາເປັນຄົນທີ່ມາເລັ່ງອ່ານບົດຮຽນໃນຄືນກ່ອນສອບເສັງ ເພາະມັນສາຍເກີນໄປແລ້ວສິ່ງໜຶ່ງທີ່ຈະຊ່ວຍເຮົາໄດ້ກໍຄືການວາງແຜນໃຫ້ກັບການຮຽນຂອງເຮົາ ເພາະມັນຈະເຮັດໃຫ້ເຮົາຈັດລະບຽບຕົວເອງໄດ້ ເຮັດໃຫ້ທຸກຢ່າງລາບລື່ນຕາມເປົ້າໝາຍ ແລະ ເຮັດໃຫ້ເຮົາໝັ້ນໃຈໃນການແກ້ຂໍ້ສອບຫຼາຍຂຶ້ນ.

3 ເຮົາຄວນພັກຜ່ອນ: ເຮົາບໍ່ແມ່ນຍອດມະນຸດມັນຈຶ່ງສຳຄັນຫຼາຍທີ່ຈະຮູ້ຕົວເອງຢູ່ສະເໝີວ່າ ເຮົາບໍ່ສາມາດເຮັດວຽກຫຼາຍຢ່າງຕິດຕໍ່ກັນເປັນໄລຍະເວລາດົນ ເພາະສະໝອງມະນຸດມັກຈະຈົດຈໍ່ກັບເລື່ອງລາວໄດ້ບໍ່ດົນ. ດັ່ງນັ້ນ, ເຮົາຄວນຈະຢຸດພັກເພື່ອຜ່ອນຄາຍຈາກວຽກ ຫຼື ການຮຽນ ເຊັ່ນ: ການໄປຍ່າງຫຼິ້ນອອກກຳລັງກາຍ, ສົນທະນາກັບໝູ່ເພື່ອນ ຫຼື ຊອກເຄື່ອງດື່ມຈັກຈອກແກ້ເມື່ອຍ. ຈາກນັ້ນ, ກໍຄ່ອຍກັບເຂົ້າສູ່ການຮຽນຕໍ່ໄປ ແລະ ສິ່ງສຳຄັນຢ່າລືມພັກຜ່ອນເມື່ອເຖິງເວລາສົມຄວນ.

4 ລອງໃຊ້ເຕັກໂນໂລຊີໃໝ່ໆ: ເຮົາບໍ່ໄດ້ຢູ່ໃນຍຸກທີ່ເຮົາຈົດບັນທຶກຕ້ອງໃຊ້ພຽງແຕ່ບິກ ຫຼື ສໍ ເພາະວ່າມີເຕັກໂນໂລຊີຫຼາກຫຼາຍທີ່ຈະຊ່ວຍເຮົາໃນເລື່ອງການຮຽນ ເຊັ່ນ: ອິນເຕີເນັດ, ວິດີໂອ, ແອັບພລິເຄຊັນເທິງມືຖື, ລອງຫາຕົວຊ່ວຍທີ່ເໝາະສົມກັບເຮົາ ເພາະມັນມີປະໂຫຍດຫຼາຍ ເຊັ່ນ: ເວັບໄຊການສຶກສາ GoConqr ຫຼື ແອັບຊ່ວຍບັນທຶກ ແລະ ວາງແຜນ ເຊັ່ນ: Evernote ແລະ Easystudy ເປັນຕົ້ນ.

5 ທົດສອບຕົວເອງ: ເຮົາເຄີຍແກ້ຂໍ້ສອບໃນຫ້ອງຮຽນສຳເລັດແລ້ວກໍລືມສິ່ງທີ່ຮຽນໄປໝົດ ນັ້ນເປັນເລື່ອງປົກກະຕິທົ່ວໄປ, ແຕ່ມັນກໍບໍ່ໄດ້ດີຕໍ່ການຮຽນຂອງເຮົາ. ດັ່ງນັ້ນ, ທາງແກ້ກໍຄືລອງຫາວິທີຮຽນຮູ້ໃນທາງທີ່ເຮົາຖະໜັດ, ສົນໃຈ ແລະ ມີຄວາມສຸກ. ຈາກນັ້ນ, ກໍລອງທົດສອບວ່າຕົວເອງໝັ້ນໃຈ ຫຼື ຮູ້ສິ່ງເຫຼົ່ານັ້ນໄດ້ດີພໍ ຫຼື ຍັງ ດ້ວຍການຝຶກວິຊາດ້ວຍຕົນເອງ ແລະ ຝຶກຊ້ຳໄປຊ້ຳມາຈົນກວ່າຈະໄດ້ຜົນຮັບທີ່ພໍໃຈ, ບໍ່ຕ້ອງກັງວົນຖ້າຄັ້ງທຳອິດຍັງບໍ່ໄດ້ຜົນທີ່ດີພໍ ເພາະການຝຶກຝົນຄັ້ງຕໍ່ໄປຕ່າງຫາກທີ່ຈະຊ່ວຍໃຫ້ເຮົາເກັ່ງຂຶ້ນໄດ້.

6 ຢ່າລະເລີຍເລື່ອງສຸຂະພາບ: ເຮົາອາດຈະນອນຫຼັບບໍ່ພຽງພໍ ຫຼື ກິນແຕ່ອາຫານທີ່ບໍ່ມີປະໂຫຍດ ( ເພາະບໍ່ຄ່ອຍມີເວລາ ) ຖ້າເປັນແບບນັ້ນຈົ່ງປ່ຽນແປງມັນແລ້ວຊີວິດເຮົາຈະຢູ່ໃນຈຸດທີ່ສົມດຸນທັງຮ່າງກາຍ ແລະ ຈິດໃຈ ເຊິ່ງມັນສົ່ງຜົນດີຕໍ່ການຮຽນອີກ.

7 ຄິດບວກ: ທັດສະນະຄະຕິຂອງເຮົາຄືປັດໄຈສຳຄັນໃນການຮຽນ ເພາະມັນຈະສົ່ງຜົນຕໍ່ການກະທຳຂອງເຮົາ, ຖ້າເຮົາມົວແຕ່ຄິດວ່າຕົວເອງເຮັດບໍ່ໄດ້ເຮົາກໍຈະບໍ່ລົງມືເຮັດເພາະຢ້ານຜິດພາດ. ດັ່ງນັ້ນ, ໃຫ້ຄິດບວກຢູ່ສະເໝີ ແລະ ປະເມີນຕົວເອງວ່າເຮົາມີຈຸດແຂງຫຍັງແນ່ເພື່ອທີ່ຈະປະສົບ ຄວາມສຳເລັດໃນການຮຽນ, ນອກຈາກນີ້ການຄິດບວກຍັງເຮັດໃຫ້ເຮົາວິຕົກກັງວົນໜ້ອຍລົງ.

8 ຮຽນຮູ້ຮ່ວມກັບໝູ່ເພື່ອນ: ເພື່ອນຮ່ວມຫ້ອງ ຫຼື ຮ່ວມຊັ້ນຄືຄົນທີ່ເຮົາຄວນທຳຄວາມຮູ້ຈັກໄວ້ໃຫ້ຫຼາຍ ເພາະເຮົາອາດຈະໄດ້ຮູ້ວ່າເພື່ອນຄົນໃດທີ່ເຮົາສາມາດເຮັດວຽກ ຫຼື ຮຽນຮ່ວມກັນໄດ້ຢ່າງລາບລື່ນ. ນອກຈາກນີ້, ການມີເພື່ອນຮຽນຍັງຊ່ວຍກະຕຸ້ນເຊິ່ງກັນ ແລະ ກັນໃຫ້ອີກຝ່າຍກະຕືລືລົ້ນກັບການຮຽນໄດ້.

9 ລອງປ່ຽນບົດຮຽນເປັນເລື່ອງອື່ນໆ: ທຸກຄົນມັກອ່ານ ຫຼື ຟັງເລື່ອງລາວດີໆເກືອບທຸກຢ່າງ ແລະ ເລື່ອງລາວດີໆກໍມັກຈະເປັນທີ່ຈົດຈຳ. ດັ່ງນັ້ນ, ລອງປະຍຸກໃຊ້ກັບສິ່ງທີ່ຮຽນມາຕັ້ງໃຈໃຫ້ມັນກາຍເປັນເລື່ອງເລົ່າດີໆຈັກເລື່ອງ ມັນຈະເຮັດໃຫ້ເຮົາພູມໃຈ ຫຼື ຄິດເຖິງຄວາມຮູ້ສຶກນັ້ນໄປຕະຫຼອດເລີຍ.

10 ສ້າງກິດຈະກຳໃນການຮຽນ: ການວາງແຜນການຮຽນອາດຍັງບໍ່ພໍ ການສ້າງສະພາບແວດລ້ອມໃຫ້ເໝາະສົມກໍເປັນປັດໄຈສຳຄັນຢ່າງໜຶ່ງສຳລັບການຮຽນ ລອງຫາທີ່ເໝາະສົມສຳລັບຕົວເຮົາ ເຊັ່ນ: ບ່ອນທີ່ສະຫງົບ ຫຼື ບ່ອນທີ່ບໍ່ມີສິ່ງລໍ້ຕາລໍ້ໃຈແລ້ວປ່ຽນເປັນບ່ອນຮຽນປະຈຳລອງເບິ່ງ ທີ່ເຮັດໃຫ້ເຮົາມາເທື່ອໃດກໍເຮັດໃຫ້ເຮົາຮຽນຮູ້ໄດ້ມີປະສິດທິພາບຢູ່ສະເໝີ.

11 ສ້າງຄວາມທ້າທາຍນ້ອຍໆ: ຄວາມທ້າທາຍຈະຊ່ວຍໃຫ້ເຮົາບໍ່ເບື່ອເວລາທີ່ຕ້ອງຮຽນບົດຮຽນຍາວໆ ລອງຫາຄວາມທ້າທາຍລະຫວ່າງທີ່ຮຽນເພື່ອກະຕຸ້ນຊຸກຍູ້ຕົວເຮົາເອງ.

12 ປຶກສາອາຈານ: ຖ້າເຮົາມີຂໍ້ສົງໄສໃນການຮຽນ ຫຼື ສົງໄສຂໍ້ສອບເສັງທີ່ເຮົາແກ້ໄປແລ້ວ ລອງເຂົ້າໄປປຶກສາຜູ້ສອນລອງເບິ່ງ, ເຂົາຈະຊ່ວຍອະທິບາຍຂໍ້ສົງໄສໃຫ້ເຮົາໄດ້ຢ່າງຊັດເຈນ, ທັງຍັງສະແດງໃຫ້ເຫັນວ່າເຮົາໃສ່ໃຈ ແລະ ສົນໃຈວິຊານັ້ນໆຫຼາຍຊໍ່າໃດອີກ.

( ຮຽບຮຽງໂດຍ: ແກ້ວ; ຂໍ້ມູນຈາກ: sumrej )